ທີ່ການພົບປະສອງຝ່າຍ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ງານພົບປະແລກປ່ຽນຄັ້ງນີ້ ສືບຕໍ່ຢັ້ງຢືນແມ່ນຮູບແບບຮ່ວມມືທີ່ມີປະສິດທິຜົນລະຫວ່າງສອງປະເທດ, ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງຂອງພັກ, ລັດ, ກອງທັບ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ເປັນຕົ້ນແມ່ນປະຊາຊົນ ແລະກຳລັງປ້ອງກັນຊາຍແດນສອງປະເທດ ຫວຽດນາມ-ກໍາປູເຈຍ ໃນການເພີ່ມທະວີຄວາມສາມັກຄີມິດຕະພາບ.

ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ  Tea Seiha ຕີລາຄາວ່າ ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດສອງປະເທດ ໄດ້ຊາບຊຶມແຜນນະໂຍບາຍ,  ການກໍານົດທິດຢ່າງຮອບດ້ານ ແລະເລິກເຊິ່ງ ເຊິ່ງ ການນໍາຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ, ນໍາການຮ່ວມມືດ້ານການທະຫານ ແລະການປ້ອງກັນຊາດລະຫວ່າງສອງປະເທດ ໃຫ້ນັບມື້ນັບເຂົ້າສູ່ແທດຈິງ, ມີປະສິດທິຜົນ, ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາຢູ່ແຕ່ລະປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn

ກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ, ສອງຝ່າຍໄດ້ເຫັນດີສືບຕໍ່ປັບປຸງສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ, ສອງກອງທັບ; ເພີ່ມທະວີການແລກປ່ຽນສະພາບການ, ເປັນເສນາທິການໃຫ້ການນຳຂັ້ນສູງສອງປະເທດກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ; ເພີ່ມທະວີການພົບປະ, ເສີມຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ; ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນລະຫວ່າງການນຳໜຸ່ມ, ນາຍທະຫານໜຸ່ມກອງທັບສອງປະເທດ; ສ້າງບາດກ້າວບຸກທະລຸກ່ຽວກັບຄຸນນະພາບການຮ່ວມມືບຳລຸງສ້າງຊັບພະຍາກອນມະນຸດ; ທາບທາມຄໍາເຫັນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະສາກົນ; ຊຸກຍູ້ການຮ່ວມມືລະຫວ່າງ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ, ໃນນັ້ນມີການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ, ການຝຶກຊ້ອມຮ່ວມປ້ອງກັນ, ຕ້ານສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານລະຫວ່າງກອງທັບ 3 ປະເທດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກັບທ່ານພົນເອກ  Tea Seiha ລົງນາມ ແລະແລກປ່ຽນເອກະສານຮ່ວມມືສະບັບຕ່າງໆ. ພາບ: qdnd.vn

ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນທາງບົກ ແລະທາງທະເລ; ເພີ່ມທະວີການແລກປ່ຽນສະພາບການ, ການລາດຕະເວນສອງຝ່າຍ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ; ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ສົມທົບກັບກອງທັບສອງປະເທດໃນການຮ່ວມມື ແລະຄຸ້ມຄອງຊາຍແດນ; ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງດ້ານເສດຖະກິດ, ຜ່ານດ່ານຊາຍແດນ; ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນໄປມາ, ແລກປ່ຽນການຄ້າ, ພັດທະນາເສດຖະກິດສອດຄ່ອງກັບກົດໝາຍຂອງແຕ່ລະປະເທດ ແລະຂໍ້ຕົກລົງລະຫວ່າງສອງປະເທດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືສະບັບຕ່າງໆລະຫວ່າງກອງທັບສອງປະເທດ. ພາບ: qdnd.vn

ສິ້ນສຸດການພົບປະສອງຝ່າຍ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha ໄດ້ລົງນາມແຜນການຮ່ວມມືປີ 2026, ບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການຮ່ວມມືໃນຂົງເຂດບຳລຸງສ້າງ ແລະຝຶກອົບຮົມຊັບພະຍາກອນມະນຸດ, ຂໍ້ຕົກລົງວ່າດ້ວຍການຮ່ວມມືຊາຍແດນ; ເປັນສັກຂີພິຍານການແລກປ່ຽນເອກະສານລົງນາມແຮກສ່ຽວ ລະຫວ່າງຄ້າຍທະຫານຊາຍແດນດ່ານສາກົນ ມົກບ່າຍ/ຫວຽດນາມ ກັບກອງບັນຊາການສາລະວັດທະຫານນະຄອນ Bavet/ກຳປູເຈຍ.

ໂດຍ: ທູຈາງ