ທີ່ການພົບປະ, ສອງຝ່າຍໄດ້ຕີລາຄາສູງຜົນການສົມທົບກັນເຄື່ອນໄຫວປົກປັກຮັກສາຊາຍແດນ, ຕ້ານ ແລະສະກັດກັ້ນອາດຊະຍາກຳ; ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ວຽກງານລາດຕະເວນຮ່ວມປະຕິບັດກົດໝາຍຢູ່ເຂດຊາຍແດນ...

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ສອງຝ່າຍຮັກສາ ແລະປະຕິບັດບັນດາເອກະສານນິຕິກຳກ່ຽວກັບການຄຸ້ມຄອງຊາຍແດນທາງບົກລະຫວ່າງຫວຽດນາມ-ຈີນ ຢ່າງເຂັ້ມງວດ. ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ຈັດຕັ້ງການລາດຕະເວນ ແລະຄວບຄຸມປົກປັກຮັກສາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນເປັນປົກກະຕິ; ແຈ້ງໃຫ້ກັນຮັບຊາບກ່ຽວກັບກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນ; ການກໍ່ສ້າງໂຄງການຢູ່ເຂດຊາຍແດນ...

ບົນພື້ນຖານນັ້ນ, ສອງຝ່າຍໄດ້ສົມທົບກັນແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢ່າງທັນການ, ຮັບປະກັນການຮັກສາສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ສອງຟາກຊາຍແດນ, ດ່ານຊາຍແດນ.

leftcenterrightdel
ສອງຝ່າຍລົງນາມບົດບັນທຶກຊ່ວຍຈໍາ. ພາບ: qdnd.vn

ສອງຝ່າຍກໍານົດຊາບຊຶມປະຕິບັດສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນທາງບົກລະຫວ່າງ ຫວຽດນາມ - ຈີນ ຢ່າງເຂັ້ມງວດ; ຮັກສາການພົບປະສອງຝ່າຍ; ເຫັນດີເປັນເອກະພາບວຽກງານລາດຕະເວນປະສົມ; ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມ ແລະແນະນຳປະຊາຊົນສອງຝ່າຍປະຕິບັດຕາມຂໍ້ກໍານົດຢ່າງເຂັ້ມງວດ...

ໂດຍ: ທູຈາງ