ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 2 ຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 13-14 ພະຈິກ ຢູ່ແຂວງໄຕນິງ, ຫວຽດນາມ ແລະແຂວງ Svay Rieng, ກໍາປູເຈຍ.

ຄະນະຜູ້ແທນຫວຽດນາມ ນໍາໂດຍ ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ຄະນະຜູ້ແທນກໍາປູເຈຍ ນໍາໂດຍທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ຈະເຂົ້າຮ່ວມງານພົບປະແລກປ່ຽນ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ກວດກາວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 2. ພາບ: ຮວ່າງຫວູ໋

ໃນຂອບເຂດງານພົບປະແລກປ່ຽນຈະດໍາເນີນຫຼາຍກິດຈະກໍາເຄື່ອນໄຫວທີ່ມີຄວາມໝາຍ, ຄື: ເຄົາລົບ, ແຕ້ມສີຫຼັກໝາຍຊາຍແດນ; ປູກຕົ້ນໄມ້ມິດຕະພາບ; ຝຶກຊ້ອມແພດທະຫານຮ່ວມ; ພິທີເປີດນໍາໃຊ້ເຂດເຄິ່ງກິນນອນໂຮງຮຽນປະຖົມສົມບູນທີ່ແຂວງໄຕນິງ; ພິທີແຮກສ່ຽວກຸ່ມບ້ານຢູ່ສອງຟາກຊາຍແດນ; ການລາດຕະເວນຮ່ວມລະຫວ່າງກຳລັງຄຸ້ມຄອງ, ປ້ອງກັນຊາຍແດນຂອງສອງປະເທດ; ພິທີລົງມືກໍ່ສ້າງໂຄງການມິດຕະພາບໂຮງຮຽນປະຖົມສົມບູນຢູ່ແຂວງ Svay Rieng; ການພົບປະສອງຝ່າຍ ແລະລົງນາມເອກະສານຮ່ວມມືສະບັບຕ່າງໆລະຫວ່າງສອງກະຊວງປ້ອງກັນປະເທດ...

ພາຍຫຼັງລົງກວດກາສະຖານທີ່ຈະດໍາເນີນບັນດາກິດຈະກໍາໃນຂອບເຂດງານພົບປະແລກປ່ຽນຢູ່ແຂວງໄຕນິງ ແລະຮັບຟັງບັນດາອົງການ, ກົມກອງລາຍງານກ່ຽວກັບຄວາມຄືບໜ້າຂອງວຽກງານ, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຮຽກຮ້ອງໃຫ້ບັນດາກຳລັງກອງທັບສົມທົບກັນຢ່າງແໜ້ນແຟ້ນ, ເປັນເອກະພາບການກະທໍາ, ເພີ່ມທະວີການປະສານສົມທົບກັບກຳລັງຕຳຫຼວດ ແລະອຳນາດການປົກຄອງແຂວງໄຕນິງ ເພື່ອປະຕິບັດຖືກຕ້ອງຕາມແຜນການ, ຮັບປະກັນຄຸນນະພາບ, ຄວາມຄືບໜ້າ ແລະຄວາມປອດໄພຢ່າງເດັດຂາດ.

ພິເສດ, ບັນດາອົງການ, ກົມກອງ ຄວນສົມທົບກັບກຳລັງຝ່າຍກຳປູເຈຍ ເປັນປະຈໍາ, ແກ້ໄຂຄວາມຫຍຸ້ງຍາກເກີດຂຶ້ນຢ່າງທັນການ, ເພື່ອໃຫ້ລາຍການພົບປະແລກປ່ຽນດັ່ງກ່າວດຳເນີນໄປຢ່າງຖືກຕ້ອງຕາມແຜນການ, ສະແດງໃຫ້ເຫັນນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງກອງທັບ ແລະປະຊາຊົນສອງປະເທດ.

ໂດຍ: ເຈິ່ນຮວ່ຽນ