ປະຕິບັດ “4 ຕ້ານ” “4 ທີ່ສຸດ” ໃນການປ້ອງກັນ, ຕ້ານການຂຸດຄົ້ນສິນໃນນ້ຳ IUU ຢູ່ເຂດທະເລ
ກປ.ອອນໄລ - ເຖິງວ່າຖືກຜົນສະທ້ອນຈາກພາຍຸເລກທີ 13, ແຕ່ຕອນຄ່ຳວັນທີ 6 ພະຈິກ, ຄະນະປະຕິບັດງານຂອງກອງບັນຊາການຕ່ຳຫຼວດທະເລເຂດ 3 ພ້ອມກັບບັນດາອົງການທີ່ເຈົ້າໜ້າທີ່ໄດ້ໄປກວດກາວຽກງານຊີ້ນຳຂອງອົງຄະນະພັກ, ກອງບັນຊາການພາກໜ້າ ແລະບັນດາກຳປັ່ນຕຳຫຼວດທະເລ.
ວັນທີ 9 ພະຈິກ, ກອງບັນຊາການຕຳຫຼວດທະເລເຂດ 3 ໃຫ້ຮູ້ວ່າ ອົງຄະນະພັກກອງບັນຊາການພາກໜ້າ (ຕັ້ງຢູ່ເຂດທະເລຕິດກັບຕ່າງປະເທດ) ໄດ້ວາງອອກມະຕິຊີ້ນຳ, ປຸກລະດົມການແຂ່ງຂັນຈຸດສຸມດ້ວຍຈິດໃຈ 4 ຕ້ານ: ຕ້ານການແຊກແຊງ, ຕ້ານການຊ່ວຍເຫຼືອ, ຕ້ານການເມີນເສີຍ, ຕ້ານການປົກປິດ ແລະ 4 ທີ່ສຸດ: ມີຄວາມຕັດສິນໃຈທີ່ສຸດ, ຂ້ຽວຂາດທີ່ສຸດ, ມີຄວາມຮັບຜິດຊອບທີ່ສຸດ ແລະມີປະສິດທິຜົນທີ່ສຸດດ້ວຍຄວາມຕັດສິນໃຈແກ້ບັດເຫຼືອງຂອງຄະນະກຳມະການເອີລົບ (EC) ໃນປີ 2025.
    |
 |
|
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ |
ເຖິງວ່າຖືກຜົນສະທ້ອນຈາກພາຍຸເລກທີ 13, ແຕ່ຕອນຄ່ຳວັນທີ 6 ພະຈິກ, ຄະນະປະຕິບັດງານຂອງກອງບັນຊາການຕ່ຳຫຼວດທະເລເຂດ 3 ພ້ອມກັບບັນດາອົງການທີ່ເຈົ້າໜ້າທີ່ ໄດ້ໄປກວດກາວຽກງານຊີ້ນຳຂອງອົງຄະນະພັກ, ກອງບັນຊາການພາກໜ້າ ແລະບັນດາກຳປັ່ນຕຳຫຼວດທະເລ, ກຳລັງປະສານປະຕິບັດໜ້າທີ່ປ້ອງກັນຕ້ານ IUU ຢູ່ເຂດທະເລຊາຍແດນລະຫວ່າງ ຫວຽດນາມ - ອິນໂດເນເຊຍ.
ໂດຍ: ກວຽດເຕິມ