ໃນຊຸມມື້ທີ່ປະຕິບັດງານຕົວຈິງຢູ່ບໍລິເວນຕາແສງ ເຈື່ອງເຊີນ, ເມືອງກວາງນິງ, ແຂວງກວາງບິ່ງ, ພວກຂ້າພະເຈົ້າໄດ້ຍິນປະຊາຊົນຍ້ອງຍໍຊົມເຊີຍການປະກອບສ່ວນຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນບ້ານໂມ ຕໍ່ກັບການປ່ຽນແປງໃໝ່ຢູ່ເຂດຊາຍແດນແຫ່ງນີ້.

ຢູ່ໃນເລື່ອງລາວຕ່າງໆນັ້ນ, ປະຊາຊົນບັນດາເຜົ່າຢູ່ຕາແສງຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໄດ້ແບ່ງປັນວ່າ: ທະຫານຊາຍແດນ ໄດ້ໃຫ້ການຊ່ວຍເຫຼືອເພື່ອໃຫ້ໜ່ວຍພັກ, ອົງການຈັດຕັ້ງມະຫາຊົນຢູ່ບັນດາໝູ່ບ້ານໄດ້ມີການເຄື່ອນໄຫວຕາມແບບແຜນການດຳລົງຊີວິດ, ຮັບໃຊ້ປະຊາຊົນໃຫ້ດີກ່ວາ. ໄປຄຽງຄູ່ກັນນັ້ນ, ທະຫານຍັງໄດ້ປະກອບເຫື່ອແຮງ ເພື່ອກໍ່ສ້າງເສັ້ນທາງຄົມມະນາຄົມ, ເຮືອນຢູ່, ກໍ່ສ້າງເສັ້ນທາງເອົາໄຟຟ້າເຂົ້າ, ເບິ່ງແຍງດູແລໃຫ້ນັກຮຽນທຸກຍາກໄດ້ໄປຮຽນ... ໃນຈິດໃຈຂອງປະຊາຊົນ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນບ້ານໂມ ສົມກັບນາມມະຍົດທະຫານລຸງໂຮ່.

leftcenterrightdel
ຄ້າຍທະຫານຊາຍແດນບ້ານໂມ ສົມທົບກັບຜູ້ໃຈບຸນໃຈກຸສົນ ມອບເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ຄອບຄົວທຸກຍາກ. ພາບ: qdnd.vn

ທ່ານພັນໂທ ຫງວຽນຈູງຢູງ, ຫົວໜ້າການເມືອງ, ຄ້າຍທະຫານຊາຍແດນບ້ານໂມ ແບ່ງປັນວ່າ: “ພວກຂ້າພະເຈົ້າກໍານົດວ່າ ທະຫານກັບປະຊາຊົນມີຄວາມມຸ່ງມາດປາດຖະໜາອັນດຽວກັນນັ້ນແມ່່ນປົກປັກຮັກສາຊາຍແດນຢ່າງໝັ້ນຄົງ, ກໍ່ສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ອີ່ມໜໍາສໍາລານ. ບົນພື້ນຖານນັ້ນ, ພະນັກງານ, ນັກຮົບໃນກົມກອງຍາມໃດກໍ່ມານະພະຍາຍາມຮ່ວມເດີນທາງພ້ອມກັບອໍານາດການປົກຄອງທ້ອງຖິ່ນ, ກໍາລັງຕ່າງໆ ເພື່ອຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ. ໃນໄລຍະຜ່ານມາ, ທາງກົມກອງໄດ້ມີວິທີການເຮັດວຽກທີ່ແທດຈິງ, ມີປະສິດທິຜົນ, ໄດ້ຮັບການຮັບຮູ້ຈາກອໍານາດການປົກຄອງທ້ອງຖິ່ນ ແລະປະຊາຊົນ”.

leftcenterrightdel
ແພດທະຫານ ຄ້້າຍທະຫານຊາຍແດນບ້ານໂມ ພ້ອມກັບພະນັກງານການແພດຂອງທ້ອງຖິ່ນກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນທ້ອງຖິ່ນ. ພາບ: qdnd.vn

ຜ່ານເລື່ອງລາວກັບພະນັກງານ, ຜູ້ບັນຊາການຄ້າຍທະຫານຊາຍແດນບ້ານໂມ, ພວກຂ້າພະເຈົ້າ ມີຄວາມເຂົ້າໃຈກວ່າກ່ຽວກັບໜ້າທີ່ຂອງຄ້າຍທະຫານຊາຍແດນໃນໄລຍະມໍ່ໆມານີ້. ຕາມນັ້ນແລ້ວ, ຄ້າຍທະຫານຊາຍແດນບ້ານໂມ ໄດ້ຮັບການມອບໝາຍໜ້າທີ່ປົກປັກຮັກສາ, ຄຸ້ມຄອງເສັ້ນຊາຍແດນ ທີ່ມີລວງຍາວເກືອບ 44 ກິໂລແມັດ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ຕາແສງເຈື່ອງເຊີນ ດ້ວຍເນື້ອທີ່ກວ້າງ (ກວມເອົາ 2/3 ເນື້ອທີ່ຂອງທົ່ວເມືອງກວາງນິງ), ມີ 1.238 ຄອບຄົວ ແລະປະຊາກອນ 5.374 ຄົນ. ປະຊາກອນດໍາລົງຊີວິດກະແຈກກະຈາຍ ຢູ່ 19 ບ້ານ ຂອງຕາແສງ, ໃນນັ້ນສ່ວນຫຼາຍແມ່ນຊາວເຜົ່າ ບຣູ - ເວິນກ່ຽວ, ອາໄສຢູ່ບັນດາໝູ່ບ້ານຊາຍແດນຫ່າງໄກສອກຫຼີກ, ຍັງບໍ່ທັນມີໄຟຟ້າໃຊ້. ເບິ່ງລວມແລ້ວ, ການດຳລົງຊີວິດຂອງປະຊາຊົນຢູ່ບໍລິເວນຕາແສງເຈື່ອງເຊີນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ລະດັບຄວາມຮັບຮູ້ບໍ່ສະໝໍ່າສະເໝີ, ບາງບ້ານຍັງມີຮີດຄອງປະເພນີຫຼ້າຫຼັງ. ພ້ອມກັນນັ້ນ, ປະຊາຊົນຢູ່ໃນບໍລິເວນຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ ຄືຖືກຊັກຈູງໃຫ້ເຂົ້າຮ່ວມການກະທໍາຄ້າ-ຂາຍ, ຂົນສົ່ງຢາເສບຕິດ, ວັດຖຸລະເບີດ, ບັ້ງໄຟ, ເຄື່ອງປ່າຂອງດົງຢ່່າງຜິດກົດໝາຍໄດ້ງ່າຍ. ເຂດຕາແສງຊາຍແດນເຈື່ອງເຊີນ ກໍ່ແມ່ນເຂດທີ່ເກີດໄພນ້ຳຖ້ວມ ແລະດິນເຊາະເຈື່ອນ.

ອີງຕາມສະພາບຕົວຈິງ, ຄ້າຍທະຫານຊາຍແດນບ້ານໂມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ເພື່ອປັບປຸງລະບົບການເມືອງຢູ່ຮາກຖານ. ປະຈຸບັນ, ມີພະນັກງານຂອງຄ້າຍທະຫານຊາຍແດນບ້ານໂມ 1 ຄົນ ເຂົ້າຮ່ວມຄະນະພັກຕາແສງ, ມີສະມາຊິກພັກ 8 ຄົນ ເຂົ້າຮ່ວມການດໍາເນີນຊີວິດໃນໜ່ວຍພັກຂອງບ້ານ, ມີສະມາຊິກພັກ 24 ຄົນ ຮັບຜິດຊອບ 133 ຄອບຄົວໃນບໍລິເວນ.

leftcenterrightdel
ພະນັກງານຄ້າຍທະຫານຊາຍແດນບ້ານໂມ ເຫຼືອຊ່ວຍປະຊາຊົນເກັບກ່ຽວໝາກຖົ່ວດິນ. ພາບ: qdnd.vn
leftcenterrightdel
ພະນັກງານທະຫານຊາຍແດນ ແລະແມ່ຍິງຕາແສງເຈື່ອງເຊີນ ຊ່ວຍປະຊາຊົນເຮັດສວນ ແລະປູກຜັກ. ພາບ: qdnd.vn

ໃນແຕ່ລະຕຳແໜ່ງ, ບັນດາສະມາຊິກພັກຂອງຄ້າຍທະຫານຊາຍແດນບ້ານໂມ ໄດ້ເສີມຂະຫຍາຍບົດບາດ ແລະຄວາມຮັບຜິດຊອບຂອງຕົນໃນການປັບປຸງອົງຄະນະພັກ, ຊ່ວຍເຫຼືອປະຊາຊົນໃນທຸກດ້ານ. ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງຄ້າຍທະຫານຊາຍແດນບ້ານໂມ ແມ່ນໃຫ້ການຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ໃນຊຸມປີມໍ່ໆມານີ້, ທາງກົມກອງໄດ້ຮຽກຮ້ອງແຫຼ່ງກຳລັງຈາກສັງຄົມເພື່ອໜູນຊ່ວຍປະຊາຊົນມີລົດໄຖ ແລະຈັກສີເຂົ້າ 26 ອັນ; ສ້າງຮູບແບບຫາເງິນລ້ຽງຊີບເພື່ອພັດທະນາເສດຖະກິດຄອບຄົວ ໄດ້ 45 ຮູບແບບ; ກໍ່ສ້າງ 16 ກິດຈະກໍາ “ແສງສະຫວ່າງ ຢູ່ເຂດຊາຍແດນ” ຢູ່ບັນດາບ້ານຊາຍແດນ ທີ່ມີລວງຍາວ 16,2 ກິໂລແມັດ; ເຊື່ອມຕໍ່ການກໍ່ສ້າງ 7 ກິດຈະກໍານ້ຳສະອາດ, ກໍ່ສ້າງເຮືອນ 22 ຫຼັງ ໃຫ້ແກ່ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ... ພະນັກງານ, ນັກຮົບຂອງກົມກອງໄດ້ຫັກເງິນເດືອນ ແລະ ເງິນອຸດໜູນ ເພື່ອຊ່ວຍນ້ອງນັກຮຽນ  6 ຄົນ ໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ-ລູກລ້ຽງຂອງຄ້າຍທະຫານຊາຍແດນ”.

leftcenterrightdel
ນັກຮົບຄ້າຍທະຫານຊາຍແດນບ້ານໂມ ຕັດຜົມໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນ. ພາບ: qdnd.vn
leftcenterrightdel
ພະນັກງານຄ້າຍທະຫານຊາຍແດນບ້ານໂມ ໂຄສະນະກົດໝາຍໃຫ້ແກ່ປະຊາຊົນ. ພາບ: qdnd.vn

ບັນດາການກະທຳລະອຽດຄືດັ່ງກ່າວຂອງທະຫານຊາຍແດນໄດ້ຮັບການຮັບຮູ້ ແລະຍ້ອງຍໍຊົມເຊີຍຈາກປະຊາຊົນ. ທ່ານ ຮວ່າງວັນຢູງ, ເລຂາໜ່ວຍພັກ, ນາຍບ້ານຈູງເຊີນ, ຕາແສງເຈື່ອງເຊີນ ໃຫ້ຮູ້ວ່າ: “ໃນໄລຍະຜ່ານມາ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນບ້ານໂມ ໄດ້ມີຫຼາຍວິທີການເຮັດວຽກທີ່ດີເພື່ອໜູນຊ່ວຍ ແລະ ປັບປຸງຊີວິດການເປັນປູ່ຂອງປະຊາຊົນ.  ພວກອ້າຍໄດ້ມີໜ້າເພື່ອຊ່ວຍເຫຼືອປະຊາຊົນໃນຍາມເກີດໄພນ້ຳຖ້ວມ ແລະດິນເຊາະເຈື່ອນ, ສະໜອງສັດລ້ຽງ, ເບ້ຍໄມ້ ແລະ ແນະນໍາໃຫ້ປະຊາຊົນໃນໝູ່ບ້ານພັດທະນາເສດຖະກິດ ແລະ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ປະຊາຊົນໃນບໍລິເວນຮັກແພງທະຫານລຸງໂຮ່ຫຼາຍ”.

ຄວາມມານະພະຍາຍາມຊ່ວຍເຫຼືອປະຊາຊົນປັບປຸງການດໍາລົງຊີວິດໄດ້ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຕໍ່ກັບປະຊາຊົນບັນດາເຜົ່າ, ຄ້າຍທະຫານຊາຍແດນບ້ານໂມ ໄດ້ລະດົມກຳລັງແຮງຂອງປະຊາຊົນໃນການປົກປັກຮັກສາຊາຍແດນ. ທົ່ວຕາແສງມີ 19 ໜ່ວຍ, ມີສະມາຊິກ 95 ຄົນ ໄດ້ລົງທະບຽນເຂົ້າຮ່ວມການຄຸ້ມຄອງ, ຮັກສາຄວາມເປັນລະບຽບຮຽບຮ້ອຍ; ມີ 10 ໝູ່ຄະນະ,  286 ຄອບຄົວ ໄດ້ລົງທະບຽນເຂົ້າຮ່ວມການຄຸ້ມຄອງເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດດ້ວຍຕົນເອງ. ປະຊາຊົນເປັນຜູ້ສະໜອງແຫຼ່ງຂໍ້ມູນທີ່ສໍາຄັນໃຫ້ຄ້າຍທະຫານຊາຍແດນບ້ານໂມ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານ ແລະສະກັດກັ້ນອາດຊະຍາກຳ ແລະການກະກໍາລະເມີດກົດໝາຍ.

ໂດຍ: ທູຈາງ