ທະຫານຊາຍແດນໄດ້ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ, ປັບປຸງລະບົບການເມືອງ; ຜັນຂະຫຍາຍຮູບແບບການຫາເງິນລ້ຽງຊີບຊ່ວຍປະຊາຊົນພັດທະນາການຜະລິດ; ນໍາໜ້າໜູນຊ່ວຍ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ; ກໍ່ສ້າງພື້ນຖານປ້ອງກັນຊາຍແດນທົ່ວປວງຊົນໃຫ້ເຂັ້ມແຂງ. ທະຫານຊາຍແດນຍາມໃດກໍ່ໝັ້ນໃຈ, ພ້ອມແລ້ວທີ່ຈະຮັບເອົາ ແລະປະຕິບັດສຳເລັດໜ້າທີ່ຫຍຸ້ງຍາກລໍາບາກຢູ່ເຂດຊາຍແດນ.
    |
 |
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເມື່ອງຍ່າ ລາດຕະເວນຊາຍແດນ. ພາບ: ຫ໋າຍອ໊ຽນ |
ດ້ຽນບຽນ ແມ່ນແຂວງໜຶ່ງດຽວໃນທົ່ວປະເທດທີ່ມີເສັ້ນຊາຍແດນຕິດກັບລາວ ແລະຈີນ ດ້ວຍລວງຍາວ 455.573 ກິໂລແມັດ; ໃນນັ້ນຊາຍແດນ ຫວຽດນາມ-ລາວ ຍາວ 414.712 ກິໂລແມັດ, ຊາຍແດນ ຫວຽດນາມ-ຈີນ ຍາວ 40.861 ກິໂລແມັດ. ໂດຍແມ່ນກຳລັງຫຼັກແຫຼ່ງ, ຮັບຜິດຊອບໃນການປົກປັກຮັກສາຊາຍແດນແຫ່ງຊາດ, ທະຫານຊາຍແດນແຂວງດ້ຽນບຽນ ໄດ້ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບົດບາດ, ຄວາມຮັບຜິດຊອບ, ແມ່ນບ່ອນອີງອັນໝັ້ນຄົງໃຫ້ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນ. ຮູບພາບ, ວຽກເຮັດງານທຳຂອງທະຫານຊາຍແດນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນແຫ່ງຊາດ.
ພິເສດ, ປີ 2024 ຜ່ານມາ, ແຂວງໄດ້ຮັບຜົນສະທ້ອນຈາກພາຍຸລູກ 2, ພາຍຸລູກ 3, ນໍ້າແກ່ງນ້ຳຖ້ວມເກີດຂຶ້ນຢ່າງກະທັນຫັນຢູ່ຕາແສງເມື່ອງປົ່ນ, ເມືອງດ້ຽນບຽນ ກໍ່ຄວາມເສຍຫາຍໜັກໜ່ວງຕໍ່ຊີວິດແລະຊັບສິນ. ພາຍຫຼັງນໍ້າແກ່ງນ້ຳຖ້ວມ, ພ້ອມກັບທະຫານ, ຕຳຫຼວດ, ກໍາລັງທະຫານຊາຍແດນໄດ້ມີໜ້າໜູນຊ່ວຍການຊອກຫາຜູ້ຫາຍສາບສູນ, ຍົກຍ້າຍເຮືອນຊານ ແລະປະຊາຊົນອອກຈາກເຂດອັນຕະລາຍ, ແນະນໍາພໍ່ແມ່ປະຊາຊົນເຮັດອະນາໄມຮັກສາສິ່ງແວດລ້ອມ, ສົ່ງເສີມສຸຂະພາບ... ບັນດານັກຮົບບໍ່ຫົວຊາຫວາດຫວັ່ນຕໍ່ຂີ້ຕົມ, ມາຊ່ວຍປະຊາຊົນຍົກຍ້າຍຊັບສິນ... ບັນດາການເຄື່ອນໄຫວແທດຈິງ, ມີຄວາມໝາຍນັ້ນໄດ້ເຮັດໃຫ້ສາຍພົວພັນລະຫວ່າງທະຫານ ແລະປະຊາຊົນສະໜິດຕິດພັນກວ່າ. ປະຊາຊົນຢູ່ເຂດຊາຍແດນ ພ້ອມແລ້ວທີ່ຈະພ້ອມກັບທະຫານຊາຍແດນລາດຕະເວນ ແລະປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ສະໜອງຂໍ້ມູນຂ່າວສານກ່ຽວກັບອາດຊະຍາກຳປະເພດຕ່າງໆ, ຄົນເຂົ້າເມືອງຜິດກົດໝາຍຢ່າງທັນການ...
ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນຍາວ, ພູມີປະເທດທຸລະກັນດານ... ແມ່ນຄວາມຫຍຸ້ງໃນວຽກງານລາດຕະເວນ, ຄວບຄຸມ, ສະກັດກັ້ນ, ຕ້ານອາດຊະຍາກຳ. ດ້ວຍວິທີເຮັດວຽກທີ່ເໝາະສົມ, ມີປະສິດທິຜົນ, ພ້ອມກັບການໜູນຊ່ວຍຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນ, ທະຫານຊາຍແດນແຂວງດ້ຽນບຽນ ໄດ້ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ ໄວ້ຢ່າງໝັ້ນຄົງ; ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ. ທະຫານຊາຍແດນໄດ້ລົງນາມກົດລະບຽບການສົມທົບກັບຄະນະພັກ 4 ເມືອງຊາຍແດນ (ເມື່ອງແຍ໊, ເມື່ອງຈ່າ, ນໍ້າໂປ, ດ້ຽນບຽນ); ຈັດພະນັກງານທະຫານຊາຍແດນເຂົ້າຮ່ວມຄະນະພັກເປັນເສນາທິການ, ປັບປຸງພື້ນຖານການເມືອງ, ພັດທະນາເສດຖະກິດ-ສັງຄົມຢູ່ເຂດຊາຍແດນ. ພ້ອມກັນນັ້ນ, ພະນັກງານ, ນັກຮົບທະຫານຊາຍແດນນັບພັນຄົນຍັງລົງຮາກຖານ, ບໍລິເວນຊາຍແດນໂຄສະນາເຜີຍແຜ່ກົດໝາຍເຖິງປະຊາຊົນ; ແນະນຳໃຫ້ພໍ່ແມ່ປະຊາຊົນວິທີລ້ຽງສັດ, ຜະລິດ, ເພື່ອລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ. ບັນດາການເຄື່ອນໄຫວສະໜິດຕິດພັນທະຫານ ແລະປະຊາຊົນໄດ້ຮັບການຜັນຂະຫຍາຍ, ດ້ວຍບັນດາລາຍການ, ຂະບວນການລະອຽດແທດຈິງ ແລະມີຄວາມໝາຍ, ຄື: ຮ່ວມເດີນທາງພ້ອມກັບແມ່ຍິງຊາຍແດນ, ລູກລ້ຽງຄ້າຍທະຫານຊາຍແດນ, ລະດູບານໃໝ່ເຂດຊາຍແດນສ້າງຄວາມອົບອຸ່ນໃຫ້ຊາວບ້ານ...
ຕາແສງຊິນເທົ່າ, ເມືອງເມື່ອງແຍ໊ ແມ່ນເຂດຊາຍແດນຕິດກັບລາວ ແລະຈີນ ດ້ວຍ 6/7 ບ້ານຕິດກັບຊາຍແດນ; ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍ. ເຖິງຢ່າງໃດກໍ່ຕາມ, ດ້ວຍການໜູນຊ່ວຍຢ່າງສຸດຈິດສຸດໃຈ, ຄວາມຮັບຜິດຊອບຂອງທະຫານຊາຍແດນ, ພິເສດແມ່ນຄ້າຍທະຫານຊາຍແດນອາປາຈ໋າຍ, ຕາແສງຊິນເທົ່າ ໄດ້ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ພັດທະນາການຜະລິດ, ກາຍເປັນຕາແສງຊົນນະບົດໃໝ່ແຫ່ງທຳອິດຂອງເມືອງເມື່ອງແຍ໊. ຄ້າຍທະຫານຊາຍແດນອາປາຈ໋າຍ ສົມທົບກັບອຳນາດການປົກຄອງທ້ອງຖິ່ນໂຄສະນາເຜີຍແຜ່ເພື່ອໃຫ້ພໍ່ແມ່ປະຊາຊົນຍົກສູງສະຕິປົກປັກຮັກສາ ແລະພັດທະນາປ່າ, ສະກັດກັ້ນການກະທໍາທໍາລາຍປ່າຢ່າງທັນການ. ພ້ອມກັນນັ້ນ, ທະຫານຊາຍແດນຍັງຜັນຂະຫຍາຍຮູບແບບຫາເງິນລ້ຽງຊີບດ້ວຍການປູກໝາກແໜ່ງໃນປ່າ, ທັງປົກປັກຮັກສາປ່າ, ທັງຮັບຜົນປະໂຫຍດຈາກປ່າ.
ສຸມໃສ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ທະຫານຊາຍແດນແຂວງດ້ຽນບຽນ ຍັງປະຕິບັດວຽກງານການທູດປ້ອງກັນຊາຍແດນເປັນຢ່າງດີ. ປະຕິບັດການພົບປະ, ການພົບປະເຈລະຈາສອງຟາກຊາຍແດນກັບລາວ ແລະຈີນ; ສົມທົບກັບກຳລັງປ້ອງກັນຊາຍແດນລາວ ແລະຈີນ ຈັດຕັ້ງການລາດຕະເວນຝ່າຍດຽວ ແລະສອງຝ່າຍ; ຮັກສາຂະບວນການແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ. ຜ່ານນັ້ນ, ກໍາລັງທະຫານຊາຍແດນໄດ້ຄົ້ນພົບ ແລະເປັນເສນາທິການແກ້ໄຂເຫດການເກີດຂຶ້ນຢູ່ເຂດຊາຍແດນຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ.
ທະຫານຊາຍແດນ ໄດ້ປະຕິບັດການຮັກສາຊາຍແດນ, ຜືນແຜ່ນດິນໄວ້ຢ່າງໝັ້ນຄົງ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນຢ່າງເຂັ້ມງວດ, ດ້ວຍຜົນສໍາເລັດຢ່າງຈົບງາມ, ສ້າງການພັດທະນາແບບຍືນຍົງຢູ່ເຂດຊາຍແດນ.
ໂດຍ: ເຈິ່ນຮວ່ຽນ