ກອງລາດຕະເວນຄ້າຍທະຫານຊາຍແດນມີ໋ຫຼີ, ທະຫານຊາຍແດນແຂວງເງະອານ ໂດຍທ່ານພັນໂທ ຮວ່າງເທ໊ງອັກ, ຫົວໜ້າຄ້າຍ ເປັນຫົວໜ້າ; ສ່ວນຝ່າຍກອງຮ້ອຍທະຫານຊາຍແດນ 217 (ຫົວພັນ, ລາວ) ໂດຍທ່ານຮ້ອຍເອກ ຄໍາຫຼ້າ ສິດທິພອນ, ຮອງຫົວໜ້າການເມືອງ ຮັບຜິດຊອບ.

leftcenterrightdel
ກອງລາດຕະເວນສອງຝ່າຍຢູ່ຫຼັກໝາຍຊາຍແດນທີ 397 (3) ຊາຍແດນ ຫວຽດນາມ-ລາວ. ພາບ: ເລແທັ້ກ

ນີ້ແມ່ນການເຄື່ອນໄຫວສຳຄັນຂອງທັງສອງຝ່າຍແນໃສ່ຄົ້ນພົບກໍລະນີລະເມີດກົດລະບຽບຊາຍແດນຢ່າງທັນການ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ເສັ້ນຊາຍແດນ, ປົກປັກຮັກສາຄວາມສະຫງົບ, ຄວາມປອດໄພຢູ່ເສັ້ນຊາຍແດນຮ່ວມ; ພ້ອມທັງຮັກສາສະຖຽນລະພາບດ້ານຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ຄວາມປອດໄພຢູ່ບໍລິເວນເຂດສອງຟາກຊາຍແດນ.

ກໍາລັງລາດຕະເວນໄດ້ຜ່ານຜ່າຄວາມຫຍຸ້ງຍາກຂອງສະພາບດິນຟ້າອາກາດຮ້ອນອົບເອົ້າ ແລະພູມມີປະເທດທຸລະກັນດານ, ແບ່ງແຍກເພື່ອດໍາເນີນການກວດກາສັນຍານເສັ້ນຊາຍແດນ, ກວດກາສະພາບຄວາມປອດໄພຂອງລະບົບຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ-ລາວ ນັບແຕ່ເຂດຫຼັກໝາຍຊາຍແດນທີ 397 (3) ຫາຫຼັກທີ 397/1 (1) ມີຄວາມຍາວ 3,7 ກິໂລແມັດ. ໝາກຜົນ, ສັນຍານເສັ້ນຊາຍແດນຍັງບໍ່ໄດ້ເຄື່ອນທີ່, ຫຼັກໝາຍຊາຍແດນ ຫວຽດນາມ-ລາວ ໄດ້ຮັບປະກັນຢູ່ໃນສະພາບເດີມ ແລະປອດໄພ.

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ດໍາເນີນການແລກປ່ຽນສະພາບການທີ່ກ່ຽວຂ້ອງ; ລົງນາມໃນບົດບັນທຶກຮັບຮູ້ໝາກຜົນຂອງວຽກງານລາດຕະເວນ, ຄຸ້ມຄອງ, ປົກປັກຮັກສາຊາຍແດນ; ຈັດຕັ້ງຖອດຖອນບົດຮຽນເພື່ອວາງແຜນນະໂຍບາຍ, ມາດຕະການ ແລະເຫັນດີເປັນເອກະພາບກ່ຽວກັບເວລາ, ຈຳນວນພົນສໍາລັບການລາດຕະເວນສອງຝ່າຍຄັ້ງຕໍ່ໄປ.

ໂດຍ: ເຈິ່ນຮວ່ຽນ