ເພີ່ມທະວີການສົມທົບກັນປົກປັກຮັກສາຊາຍແດນ ຢູ່ເຂດຕິດຈອດກັນ
ກປ.ອອນໄລ - ຫວ່າງມໍ່ໆມານີ້, ກອງບັນຊາການທະຫານຊາຍແດນແຂວງກວາງນິງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະສານສົມທົບວຽກງານປົກປັກຮັກສາຊາຍແດນ ຢູ່ເຂດຕິດກັບຊາຍແດນທາງບົກ ແລະ ຊາຍແດນທາງທະເລໃນປີ 2024 ແລະ ລົງນາມໃນວຽກງານສົມທົບກັນປີ 2025.
ປີຜ່ານມາ, ໂດຍປະຕິບັດຕາມແຜນການສົມທົບກັນປົກປັກຮັກສາເຂດຊາຍແດນທີ່ຕິດຈອດກັນ, ກອງບັນຊາການທະຫານຊາຍແດນແຂວງກວາງນິງ ໄດ້ຊີ້ນຳບັນດາຄ້າຍທະຫານຊາຍແດນທາງເກາະ ສ້າງແຜນການປົກປັກຮັກສາເຂດຊາຍແດນທີ່ຕິດຈອດກັນ; ຈັດການລາດຕະເວນຮ່ວມເປັນຢ່າງດີ, ສົມທົບກັນຄຸ້ມຄອງ ແລະ ປົກປັກຮັກສາເຂດຊາຍແດນ, ເຂດທະເລ. ບັນດາຄ້າຍທະຫານຊາຍແດນທາງບົກ ໄດ້ແລກປ່ຽນຂໍ້ມູນຂ່າວສານ ທີ່ກ່ຽວຂ້ອງເຖິງສະພາບການ, ຄະດີຕ່າງໆຢູ່ຊາຍແດນ; ບັນດາຄ້າຍທະຫານຊາຍແດນທາງທະເລ ແລະ ໝູ່ເກາະ ແລກປ່ຽນຂໍ້ມູນຂ່າວສານໄດ້ 250 ຄັ້ງ ແລະ ພົບປະໂດຍກົງ 60 ຄັ້ງ ກ່ຽວກັບການເຄື່ອນໄຫວ ແລະ ນະໂຍບາຍຂອງຝ່າຍເພື່ອນທີ່ຢູ່ເຊິ່ງໜ້າ ເຊິ່ງກ່ຽວຂ້ອງເຖິງອະທິປະໄຕ; ການລະເມີດການຂຸດຄົ້ນສິນໃນນໍ້າ, ຄວາມປອດໄພໃນການເດີນເຮືອ, ການຂຸດຄົ້ນດິນຊາຍ, ການຂຸດຄອງແລວນ້ຳ; ໄດ້ຈັດຕັ້ງການໂຄສະນາໃຫ້ແກ່ຊາວປະມົງ, ມອບຮູບພາບລຸງໂຮ່ 1.500 ແຜ່ນ ໃຫ້ແກ່ຊາວປະມົງ ແລະ ແຈກໃບປິວໂຄສະນາ 3.500 ແຜ່ນ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມການກໍານົດ...
    |
 |
ທ່ານພັນເອກພິເສດ ຫງວຽນວັນທ່ຽມ, ຜູ້ບັນຊາການ ກອງບັນຊາການທະຫານຊາຍແດນແຂວງກວາງນິງ ກ່າວຄໍາເຫັນຊີ້ນໍາກອງປະຊຸມ. ພາບ: bienphong.com.vn |
ໃນວິວັດການລາດຕະເວນ, ຄວບຄຸມ, ບັນດາກົມກອງໄດ້ປະຕິບັດເນື້ອໃນທີ່ກຳນົດໄວ້ໃນແຜນການໄດ້ເປັນຢ່າງດີ; ພົບເຫັນ, ຈັບກຸມ, ແກ້ໄຂບັນດາກໍລະນີລະເມີດກົດໝາຍຢ່າງເຂັ້ມງວດ; ປະຕິບັດວຽກງານການຕ່າງປະເທດປ້ອງກັນຊາຍແດນ ຕິດພັນກັບການທູດປະຊາຊົນເປັນຢ່າງດີ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບກັບບັນດາກຳລັງປ້ອງກັນຊາຍແດນ ແລະດ່ານຊາຍແດນ, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ.
ໂດຍ: ທູຈາງ