leftcenterrightdel
ແພດໝໍກອງທັບຈີນ ສະແດງການປິ່ນປົວພະຍາດດ້ວຍວິທີຝັງເຂັມໄຟ. ພາບ: ຮ່າເຟືອງ

ຕອນທ່ຽງວັນທີ 13 ເມສາ, ທີ່ລາຍການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ-ຈີນ ໄດ້ສິ້ນສຸດຢ່າງຈົບງາມ. ຕອນບ່າຍວັນດຽວກັນ, ຜູ້ຕາງໜ້າກົມເສນາຮັກ, ກົມໃຫຍ່ພະລາທິການ-ເຕັກນິກ ແລະບັນດາກົມກອງກ່ຽວຂ້ອງ ຈັດຕັ້ງພິທີສົ່ງຄະນະການແພດກອງທັບຈີນ ເຂົ້າຮ່ວມກວດ ແລະປິ່ນປົວພະຍາດຢູ່ຫວຽດນາມ ແລະຕ້ອນຮັບຄະນະການແພດກອງທັບ ຫວຽດນາມ ເຂົ້າຮ່ວມກວດ ແລະປິ່ນປົວພະຍາດຢູ່ ຈີນ ປະ​ຕິ​ບັດສຳ​ເລັດ​ໜ້າທີ່ກັບເມືອປະເທດ.

leftcenterrightdel
ຄະນະການແພດກອງທັບ ຈີນ ແລະຫວຽດນາມ ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ຄອບຄົວນະໂຍບາຍຢູ່ເທດສະບານເມືອງດົງດັງ, ເມືອງກາວລົກ, ແຂວງລ້າງເຊີນ. ພາບ: ຮ່າເຟືອງ

ດຳເນີນການກວດ ແລະປິ່ນປົວພະຍາດໃນເວລາ 1,5 ວັນ, ຢູ່ສອງບ່ອນກວດ ແລະປິ່ນປົວພະຍາດຢູ່ແຂວງລ້າງເຊີນ (ຫວຽດນາມ) ແລະນະຄອນ Pingxiang (ກວາງຊີ, ຈີນ)  ປະຊາຊົນສອງປະເທດຢູ່ເຂດຊາຍແດນຫວຽດນາມ-ຈີນ ຈໍານວນກວ່າ 3.000 ຄົນ ໄດ້ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ. ແພດໝໍຫວຽດນາມ ເກືອບ 100 ຄົນ ແລະແພດໝໍຈີນ 24 ຄົນເຂົ້າຮ່ວມກວດ ແລະປິ່ນປົວພະຍາດຢູ່ແຂວງລ້າງເຊີນ. ຢູ່ນະຄອນ Pingxiang (ຈີນ) ກໍ່ມີແພດໝໍຈີນ ເກືອບ 100 ຄົນ ແລະແພດໝໍຫວຽດນາມ 24 ຄົນເຂົ້າຮ່ວມວຽກງານກວດ ແລະປິ່ນປົວພະຍາດ. ລາຍການສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ແລະອາລົມຈິດທີ່ດີງາມໃນດວງໃຈຂອງປະຊາຊົນເຂດຊາຍແດນສອງປະເທດ, ຜ່ານນັ້ນປະກອບສ່ວນເພີ່ມພູນຄູນສ້າງ ແລະສະໜິດຕິດພັນນ້ຳໃຈມິດຕະພາບ ຫວຽດນາມ-ຈີນ.

ໂດຍ: ແສງເດືອນ