ຕໍາຫຼວດທະເລຫວຽດນາມ ຊຸກຍູ້ການຮ່ວມມືສາກົນຕ້ານການຫາປາ IUU
ກປ.ອອນໄລ - ວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນຈັດຕະວາ ຫວູ້ຈຸງກຽນ, ຮອງຜູ້ບັນຊາການກົດໝາຍຕໍາຫຼວດທະເລ ຫວຽດນາມ ໄດ້ເປັນປະທານກອງປະຊຸມຊາບຊຶມ, ມອບໝາຍໜ້າທີ່ໃຫ້ຄະນະພະນັກງານຕໍາຫຼວດທະເລຫວຽດນາມ ໄປເຮັດວຽກຢູ່ສູນບັນຊາການການເດີນທະເລໄທ (ໄທ - MECC) ແລະອົງການປະຕິບັດກົດໝາຍຢູ່ທະເລມາເລເຊຍ (MMEA) ກ່ຽວກັບການຮ່ວມມືປ້ອງກັນ, ສະກັດກັ້ນການຫາປາຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU).