ກວດກາກົງຈັກການຈັດຕັ້ງ ແລະການກະກຽມຢູ່ບາງສະຖານທີ່ທີ່ຈະດໍາເນີນບັນດາການເຄື່ອນໄຫວໃນຂອບເຂດໂຄງການພົບປະແລກປ່ຽນ, ທ່ານພົນໂທ ຮ່ວາງຊວນຈຽນ ຮັບຮູ້ຄວາມມານະພະຍາຍາມຂອງບັນດາອົງການ, ຫົວໜ່ວຍ, ປະກອບສ່ວນຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງວຽກງານຮັບໃຊ້ການພົບປະແລກປ່ຽນ; ໂດຍໃຫ້ຮູ້ວ່າຕ້ອງກະກຽມແຜນການຮັບປະກັນການສັນຈອນໃຫ້ມີຄວາມສະດວກໃນການເຄື່ອນໄຫວ, ເປັນຕົ້ນແມ່ນຢູ່ເຂດດ່ານຊາຍແດນສາກົນຮືວຫງິ, ຮັບປະກັນສາທາລະນະສຸກ, ຄວາມປອດໄພ ແລະຄວາມສະຫງົບຢ່າງແທ້ຈິງຂອງປະຊາຊົນ ແລະພາຫະນະທີ່ເຂົ້າຮ່ວມການພົບປະແລກປ່ຽນ.

leftcenterrightdel
ກວດກາການກະກຽມຢູ່ສວນສະໜາມ logistics Viettel ລ້າງເຊີນ. ພາບ: qdnd.vn

ພາຍຫຼັງການລົງກວດກາ, ໂດຍເປັນປະທານກອງປະຊຸມກະກຽມໃຫ້ແກ່ການພົບປະແລກປ່ຽນ, ທ່ານພົນໂທ ຮ່ວາງຊວນຈຽນ ເນັ້ນໜັກວ່າ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 9 ໃນປີ 2025 ແມ່ນຈຸດພົ້ນເດັ່ນຂອງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (18 ມັງກອນ 1950 / 18 ມັງກອນ 2025); ມີຄວາມໝາຍແທດຈິງໃນການປະກອບສ່ວນເປີດປີພົບປະແລກປ່ຽນປະຊາຊົນ ຫວຽດນາມ-ຈີນ 2025. ງານພົບປະແລກປ່ຽນມີຄວາມໝາຍສຳຄັນໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງກອງທັບ ກໍ່ຄືກຳລັງປົກປັກຮັກສາຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນຫວຽດນາມ-ຈີນ.

ດ້ວຍຄວາມໝາຍນັ້ນ, ທ່ານພົນໂທ ຮ່ວາງຊວນຈຽນ ຫວັງວ່າ ບັນດາເນື້ອໃນຂອງການພົບປະແລກປ່ຽນຄວນເພີ່ມທະວີການເຄື່ອນໄຫວຮ່ວມມື, ຕາມເນື້ອໃນຈິດໃຈຫັນບັນດາການເຄື່ອນໄຫວພົບປະແລກປ່ຽນເປັນການຮ່ວມມືອັນແທດຈິງລະຫວ່າງສອງຝ່າຍ, ພ້ອມທັງເຮັດໃຫ້ບັນດາເນື້ອໃນການພົບປະແລກປ່ຽນປະຊາຊົນມີຄວາມໂດດເດັ່ນ.

ໂດຍ: ຈາງຫງວຽນ