ປະຕິບັດມະຕິສະບັບເລກທີ 05 ຂອງກົມການເມືອງ, ມະຕິສະບັບເລກທີ 230 ຂອງຄະນະພັກການທະຫານສູນກາງ, ແຜນການສະບັບເລກທີ 1228 ຂອງກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງກອງທັບປະຊາຊົນຫວຽດນາມ ໄລຍະ 2021-2030 ແລະຊຸມປີຕໍ່ໄປ, ວັນທີ 10 ທັນວາ 2024, ກະຊວງປ້ອງກັນປະເທດ ຕົກລົງຍຸບເລີກກອງພົນໃຫຍ່ 3, ກອງພົນໃຫຍ່ 4 ແລະສ້າງຕັ້ງກອງພົນໃຫຍ່ 34. ນີ້ແມ່ນແຜນນະໂຍບາຍໃຫຍ່, ມີລັກສະນະຍຸດທະສາດ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນສະພາບການໃໝ່, ແມ່ນເຫດການທີ່ມີຄວາມໝາຍສຳຄັນທີ່ສຸດ, ເປັນຂີດໝາຍຂອງການເຕີບໃຫຍ່ຂະຫຍາຍຕົວ, ການພັດທະນາຂອງກອງທັບປະຊາຊົນຫວຽດນາມ.
ພາຍຫຼັງໄດ້ຮັບການຈັດຕັ້ງຄືນໃໝ່, ກອງພົນໃຫຍ່ 34 ແມ່ນກົມກອງເຄື່ອນທີ່ຍຸດທະສາດຂອງກອງທັບປະຊາຊົນຫວຽດນາມ, ໄດ້ຮັບການຈັດຕັ້ງຕາມທິດເປັນກຳລັງຫຼວງ, ຍອດຢ້ຽມ, ເຂັ້ມແຂງ, ກ້າວຂຶ້ນທັນສະໄໝ; ມີຂອບຂະໜາດ, ອົງການຈັດຕັ້ງໃຫຍ່ກວ່າ; ໄດ້ປະກອບອາວຸດຍຸດໂທປະກອນ, ພາຫະນະທັນສະໄໝກວ່າ; ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຊີ້ນຳ, ນຳພາກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ; ດ້ວຍໜ້າທີ່ປະຈຳແມ່ນກຽມພ້ອມສູ້ຮົບ, ຫັດແອບ, ກໍ່ສ້າງກົມກອງໃຫ້ມີຄວາມໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”, ຕິດພັນກັບການກໍ່ສ້າງອົງຄະນະພັກໃຫ້ມີຄວາມປອດໃສ, ໝັ້ນຄົງເຂັ້ມແຂງດີເດັ່ນ; ມີຄວາມສາມາດຢ່າງພຽງພໍ ເພື່ອຕີເອົາຊະນະຕໍ່ທຸກຮູບການສູ້ຮົບຂອງສັດຕູໃນອະນາຄົດ; ພ້ອມທັງ, ປະຕິບັດບັນດາໜ້າທີ່ຕາມຄວາມຮຽກຮ້ອງຕ້ອງການຂອງກະຊວງປ້ອງກັນປະເທດ ຢ່າງມີໄຊ.
    |
 |
ທ່ານພົນຈັດຕະວາ ຫງວຽນບ໊າລືກ, ຜູ້ບັນຊາການກອງພົນໃຫຍ່ 34 ກວດກາ, ລະດົມກຳລັງໃຈກຸ່ມບັນດາອົງການກອງພົນໃຫຍ່ ອົບຮົມຫັດແອບຫັນປ່ຽນສະພາບການກຽມພ້ອມສູ້ຮົບ. |
ພາຍຫຼັງໄດ້ຮັບການສ້າງຕັ້ງ, ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງກົມກອງຕົ້ນກຳເນີດ, ກອງພົນໃຫຍ່ 34 ໄດ້ສ້າງສະພາບການທຸກດ້ານເປັນປົກກະຕິໂດຍໄວ, ຮັກສາແບບແຜນ, ລະບອບກຽມພ້ອມສູ້ຮົບ; ປະກາດໃຊ້ບັນດາເອກະສານຊີ້ນຳ, ສ້າງລະບົບເອກະສານກຽມພ້ອມສູ້ຮົບຕາມວິທີການໃໝ່, ໄດ້ຮັບຜົນດີ. ກົມກອງຜັນ ຂະຫຍາຍວຽກງານກຽມພ້ອມອົບຮົມຫັດແອບ ປີ 2025, ຮັບ ແລະຫັດແອບນັກຮົບໃໝ່ຖືກຕາມແຜນການ, ບັນລຸຕາມຕົວເລກຄາດໝາຍ, ມີຄຸນນະພາບ; ຮັກສາລະບອບ, ແບບແຜນກໍ່ສ້າງກຳລັງຫຼວງ; ພະນັກງານ, ນັກຮົບປະຕິບັດຕາມຂໍ້ກຳນົດຂອງກົດໝາຍ, ປະຕິບັດວິໄນຢ່າງເຂັ້ມງວດ, ສະພາບການຂອງກອງພົນໃຫຍ່ມີຄວາມໝັ້ນຄົງໃນທຸກດ້ານ, ພາຍໃນສາມັກຄີ, ເປັນເອກະພາບສູງ.
ບັນດາອົງການ, ກົມກອງເຮັດວຽກງານສຶກສາ, ຊາບຊຶມໃຫ້ແກ່ພະນັກງານ, ນັກຮົບຮັບຮູ້ຢ່າງຄົບຖ້ວນກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການສ້າງຕັ້ງກອງພົນໃຫຍ່ 34; ເພື່ອຈາກນັ້ນກຳນົດບົດບາດ, ມີຄວາມຮັບຜິດຊອບ, ສ້າງຄວາມເຫັນດີເຫັນພ້ອມ, ຄວາມເປັນເອກະພາບສູງໃນການຈັດຕັ້ງປະຕິບັດ. ຈັດຕັ້ງການປຸກລະດົມຂະບວນການແຂ່ງຂັນເດັດຂາດມີໄຊ ໂດຍກອງພົນໃຫຍ່ 34 ເປັນຫົວໜ້າກຸ່ມຖືກຕາມແຜນການ, ສົມກຽດ. ປະສານສົມທົບກັບໜັງສືພິມກອງທັບປະຊາຊົນ ຈັດຕັ້ງການໂອ້ລົມສົນທະນາ “ໄຊຊະນະ ໄຕງວຽນ - ເປີດສາກໃຫ້ໄຊຊະນະຢ່າງສົມບູນ” ປະສົບຜົນສຳເລັດຖືກຕາມແຜນການ, ແລະໄດ້ຮັບການຕີລາຄາສູງຈາກກົມໃຫຍ່ການເມືອງ. ບັນດາອົງການ, ກົມກອງເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນລະບອບ, ມາດຕະຖານພາລະທິການຢ່າງຄົບຖ້ວນໃຫ້ບັນດາເປົ້າໝາຍ; ຍູ້ແຮງການເພີ່ມພູນຜະລິດຜົນ, ລ້ຽງສັດ, ຮັບປະກັນປັບປຸງຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈຂອງພະນັກງານ, ນັກຮົບ. ເປັນເຈົ້າການປັບປຸງ, ສ້ອມແປງ, ບູລະນະທິວທັດທຳມະຊາດ, ປະກອບວັດຖຸອຸປະກອນຮັບໃຊ້ຊີວິດການເປັນຢູ່ຂອງທະຫານ. ປະຕິບັດແບບແຜນ, ລະບອບວຽກງານເຕັກນິກຢ່າງເຂັ້ມງວດ; ຄຸ້ມຄອງ, ນຳໃຊ້ອາວຸດຍຸດໂທປະກອນຖືກຕາມຫຼັກການ, ຮັບປະກັນຄວາມປອດໄພຢ່າງເດັດຂາດ.
    |
 |
ທ່ານພົນຈັດຕະວາ ຫງວຽນບ໊າລືກ, ຜູ້ບັນຊາການກອງພົນໃຫຍ່ 34 ລະດົມກໍາລັງໃຈ, ຢ້ຽມຢາມຖາມຂ່າວນັກຮົບໃໝ່ຢູ່ກອງພົນ 10. |
ປີ 2025 ແມ່ນປີທີ່ມີຫຼາຍເຫດການສຳຄັນຂອງພັກ, ລັດ, ກອງທັບ ແລະກົມກອງ. ພາຍຫຼັງໄດ້ຮັບການຈັດຕັ້ງຄືນໃໝ່, ບໍລິເວນຕັ້ງທັບຂອງກອງພົນໃຫຍ່ ໃນວົງກວ້າງ, ບັນດາກົມກອງຢູ່ກະແຈກກະຈາຍ, ພະນັກງານມີການປ່ຽນແປງຫຼາຍ; ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ນັບມື້ນັບສູງ. ຄະນະພັກ, ກອງບັນຊາການກອງພົນໃຫຍ່ ຕັດສິນໃຈຊີ້ນຳ, ນຳພາ, ຈັດຕັ້ງປະຕິບັດຢ່າງມີໄຊ, ສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ. ໃນນັ້ນ, ສຸມໃສ່ຍົກສູງຄຸນນະພາບການອົບຮົມຫັດແອບ, ກຽມພ້ອມສູ້ຮົບ; ປະສານສົມທົບກັບທ້ອງຖິ່ນຢ່າງແໜ້ນແຟ້ນເພື່ອແກ້ໄຂບັນດາກໍລະນີເກີດຂຶ້ນຢູ່ບໍລິເວນຢ່າງທັນການ. ບັນດາອົງການ, ກົມກອງຊາບຊຶມ, ປະຕິບັດບັນດາຄຳສັ່ງ, ຂໍ້ກຳນົດກ່ຽວກັບການກໍ່ສ້າງກຳລັງຫຼວງ, ຮັບປະກັນຄວາມປອດໄພ, ກໍ່ສ້າງອົງການ, ກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”; ສຸມໃສ່ນຳພາຊາບຊຶມ, ຜັນຂະຫຍາຍການປະຕິບັດຕາມມະຕິ, ຂໍ້ກຳນົດກົດລະບຽບ, ແຜນການ, ໜ້າທີ່ຂອງກອງພົນໃຫຍ່ ປີ 2025 ຢ່າງເຂັ້ມງວດ; ດຳເນີນວຽກງານສຶກສາອົບຮົມການເມືອງແນວຄິດ, ຍົກສູງຄວາມຮັບຮູ້, ສະຕິຄວາມຮັບຜິດຊອບໃຫ້ພະນັກງານ, ນັກຮົບໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ. ຊີ້ນຳການແຮໄວ້ວັດຖຸອຸປະກອນພະລາທິການ, ເຕັກນິກຢ່າງພຽງພໍ. ປະຕິບັດຂະບວນການແຂ່ງຂັນ “ຂະແໜງພະລາທິການກອງທັບ ປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່” ໃຫ້ມີປະສິດທິຜົນ. ຄຸ້ມຄອງອາວຸດຍຸດໂທປະກອນຢ່າງເຂັ້ມງວດ, ປະຕິບັດບັ້ນຂົນຂວາຍ 50 ແລະປີປອດໄພໃນການຈະລາຈອນ 2025 ໃຫ້ມີປະສິດທິຜົນ.
ມື້ນີ້, ພະນັກງານ, ນັກຮົບກອງພົນໃຫຍ່ 34 ກຳນົດວ່າ ຈະຕັດສິນໃຈຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງໃຫ້ໝັ້ນແກ່ນ, ມີເຈດຈຳນົງຕັດສິນໃຈສູງ, ມານະພະຍາຍາມສູ້ຊົນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ. ເສີມຂະຫຍາຍມູນເຊື້ອກົມກອງວິລະຊົນກຳລັງປະກອບອາວຸດປະຊາຊົນຂອງກອງພົນໃຫຍ່ 3 - ແມ່ທັບນ້ອຍ ໄຕງວຽນ (ປະຈຸບັນແມ່ນກອງພົນໃຫຍ່ 34) ແລະຄວາມມານະພະຍາຍາມ, ອຸທິດສ່ວນຂອງລຸ້ນພໍ່ລຸ້ນອ້າຍ, ພະນັກງານ, ນັກຮົບປະຈຸບັນຈະຮ່ວມແຮງຮ່ວມໃຈ, ຕັດສິນໃຈກໍ່ສ້າງກອງພົນໃຫຍ່ 34 ເປັນກຳລັງຫຼວງ, ຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ, ກ້າວຂຶ້ນທັນສະໄໝ, ສົມເປັນກົມກອງເຄື່ອນທີ່ຍຸດທະສາດຂອງກອງທັບປະຊາຊົນຫວຽດນາມ, ກຽມພ້ອມຮັບ ແລະປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ.
ໂດຍ: ແສງເດືອນ