ທັງລ້າງຕີນມືທີ່ຕິດເປື້ອນດ້ວຍຂີ້ຕົມ, ອ້າຍທັງເວົ້າດ້ວຍຄວາມເບີກບານວ່າ: “ປະຈຸບັນ, ບ້ານຊຽງ ພວມກໍ່ສ້າງເສັ້ນທາງພາຍໃນບ້ານ, ຂ້າພະເຈົ້າມາບ້ານເພື່ອໂຄສະນາ, ຮ່ວມມືຊ່ວຍເຫຼືອປະຊາຊົນເຮັດວຽກ”.
ໂດຍໄດ້ຕິດພັນກັບຕາແສງ ແຮ້ງຢິ້ງ ນັບແຕ່ຊຸມມື້ທຳອິດທີ່ໜ່ວຍຜະລິດ 6 ມາປະຕິບັດຢູ່ທີ່ນີ້, 10 ປີຜ່ານມາ, ອ້າຍ ດຶກ ໄດ້ໄປຍັງທຸກແຫ່ງຫົນ, ທຸກບ້ານຢູ່ຫ່າງໄກສອກຫຼີກໃນຕາແສງ ແຮ້ງຢິ້ງ. “ມີຫຼາຍບ້ານບໍ່ທັນມີທາງໃຫ້ລົດໄປຜ່ານ, ຂ້າພະເຈົ້າ ແລະພະນັກງານ, ນັກຮົບໜ່ວຍຜະລິິດ 6 ຕ້ອງຍ່າງໄປນັບສິບກິໂລແມັດ ເພື່ອຮ່ວມກິນ, ຮ່ວມຢູ່, ຮ່ວມກັນຜະລິດກັບປະຊາຊົນ. ໃນຊຸມມື້ຝົນຕົກ ແລະລົມແຮງ, ພວກຂ້າພະເຈົ້າຕ້ອງຈຸງລົດຖີບຍ່າງຜ່ານຂີ້ຕົມ… ອອກໄປຍາມເຊົ້າ, ແຕ່ຮອດຍາມແລງຈຶ່ງມາເຖິງບ້ານ”, ອ້າຍ ດຶກ ແບ່ງປັນ.
    |
 |
ພັນຕີ ໄທຢຸຍດຶກ (ຂວາສຸດ) ແລະຫົວໜ້າໜ່ວຍຜະລິດ 6, ກອງເສດຖະກິດ-ປ້ອງກັນຊາດ 4, ທະຫານເຂດ 4 ມອບຂອງຂວັນໃຫ້ນັກຮຽນໃນຮູບແບບ “ບ່ອນອີງແຫ່ຄວາມຮັກ” (ເດືອນກັນຍາ 2024). ພາບ: ງອັກຢາງ |
ຄວາມຮັບຜິດຊອບ ແລະຄວາມຕັດສິນໃຈຊ່ວຍເຫຼືອຊາວບ້ານຂອງພະນັກງານໄດ້ເກີດດອກອອກຜົນ. ອີງຕາມຄວາມຕ້ອງການຂອງປະຊາຊົນ, ອ້າຍ ດຶກ ໄດ້ໂຄສະນາ, ລະດົມຂົນຂວາຍ ແລະໜູນຊ່ວຍຫຼາຍຄອບຄົວທຸກຍາກພັດທະນາເສດຖະກິດຄອບຄົວຢ່າງມີປະສິດທິຜົນ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ. ພິເສດ, ອ້າຍໄດ້ໜູນຊ່ວຍຄອບຄົວທ່ານ ຮ່າວັນງຳ ຢູ່ບ້ານລອງຖັງ ລ້ຽງເປັດ 70 ໂຕ (ປີ 2017); ຄອບຄົວທ່ານ ວີວັນງອັກ ຢູ່ບ້ານຊຽງ ລ້ຽງກົບ 600 ໂຕ (ປີ 2019); ໜູນຊ່ວຍຝຸ່ນ ແລະແນວໝາກແຕງ ໃຫ້ແກ່ຄອບຄົວທ່ານ ໂລຈຸງທູ ຢູ່ບ້ານວິງຕຽນ (2022)...
ເພື່ອຍົກສູງປະສິດທິຜົນຂອງຮູບແບບ, ອ້າຍ ດຶກ ໄດ້ແນະນຳໂດຍກົງກ່ຽວກັບເຕັກນິກປູກຝັງ, ລ້ຽງສັດໃຫ້ປະຊາຊົນ, ສະນັ້ນໄມ້ປູກ, ສັດລ້ຽງລ້ວນແຕ່ພັດທະນາດີ, ໃຫ້ສະມັດຕະພັນສູງດ້ວຍລາຍຮັບກວ່າ 10 ລ້ານດົ່ງ/ປີ.
ທ່ານພັນໂທ ວີແທງຕູ, ຫົວໜ້າໜ່ວຍຜະລິດ 6 ແບ່ງປັນວ່າ: ພັນຕີ ໄທຢຸຍດຶກ ເປັນພະນັກງານທີ່ມີຄວາມຮັບຜິດຊອບ, ສຸດຈິດສຸດໃຈກັບວຽກງານ; ຍາມໃດກໍ່ເຮັດວຽກງານເສນາທິການໃຫ້ໜ່ວຍພັກ, ຜູ້ບັນຊາການກົມກອງເປັນຢ່າງດີເພື່ອມີແຜນນະໂຍບາຍ, ມາດຕະການສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຕາແສງ ແຮ້ງຢິ້ງ ເພື່ອແນໃສ່ຍູ້ແຮງການກໍ່ສ້າງຊົນນະບົດໃໝ່, ຊ່ວຍປະຊາຊົນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ.
ພົ້ນເດັ່ນແມ່ນເປັນເສນາທິການ, ຜັນຂະຫຍາຍຮູບແບບ “ບ່ອນອີງແຫ່ງຄວາມຮັກ” ຢູ່ຕາແສງ ແຮ້ງຢິ້ງ ຢ່າງມີປະສິດທິຜົນຊ່ວຍນັກຮຽນຊົນເຜົ່າສ່ວນໜ້ອຍປະສົບກັບຄວາມຫຍຸ້ງຍາກ 4 ຄົນມີເງື່ອນໄຂເພື່ອສືບຕໍ່ໄປໂຮງຮຽນ; ຫຼື ຮູບແບບສະມາຊິກພັກໜຶ່ງຄົນຊ່ວຍເຫຼືອໜຶ່ງຄອບຄົວພັດທະນາເສດຖະກິດ... ປະກອບສ່ວນສ້າງຄວາມສາມັກຄີສະໜິດແໜ້ນລະຫວ່າງທະຫານໜ່ວຍຜະລິດ 6 ກັບຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນຕາແສງ ແຮ້ງຢິ້ງ.
ກໍ່ຢູ່ທີ່ໜ່ວຍຜະລິດ 6, ພວກຂ້າພະເຈົ້າໄດ້ມີການພົບປະກັບສະຫາຍ ວີວັນງອັກ, ຜູ້ໄດ້ຮັບການຊ່ວຍເຫຼືອ ກົບ 600 ໂຕຈາກອ້າຍ ດຶກ . ສະຫາຍ ງອັກ ໄດ້ຮັບເລືອກຕັ້ງຈາກປະຊາຊົນເປັນນາຍບ້ານຈຽງ. ສະຫາຍ ງອັກ ເວົ້າວ່າ: ສຳລັບໝູ່ບ້ານຈຽງແລ້ວ, ພະນັກງານ ດຶກ ແມ່ນລູກຂອງໝູ່ບ້ານ; ຍາມໃດກໍ່ມີຄວາມຮັບຜິດຊອບເປັນເສນາທິການ, ໜູນຊ່ວຍບ້ານຈຽງ ປຸກລະດົມກຳລັງແຮງຂອງປະຊາຊົນເພື່ອກໍ່ສ້າງພື້ນຖານໂຄງລ່າງ ແລະຫຼາຍຮູບແບບເສດຖະກິດທີ່ມີປະສິດທິຜົນ.
ໂດຍ: ຈາງຫງວຽນ