ເປັນເຈົ້າການກຳລັງແຮງຂອງຕົນ, ລະດົມກຳລັງແຮງຈາກປະຊາຊົນ

ຕາມທ່ານພັນເອກພິເສດ ຈິ້ງຫຶວຕັງ, ເລຂາຄະນະພັກ, ຫົວໜ້າການເມືອງທະຫານຊາຍແດນແຂວງລ້າງເຊີນ, ທົ່ວແຂວງມີເສັ້ນຊາຍແດນທີ່ມີລວງຍາວ 231,7km; ໃນນັ້ນເສັ້ນທາງລາດຕະເວນທີ່ມີລວງຍາວ 121,6km ທີ່ກະຊວງປ້ອງກັນປະເທດໄດ້ຜັນຂະຫຍາຍກໍ່ສ້າງລຽບຕາມເສັ້ນຊາຍແດນ. ເຖິງຢ່າງໃດກໍ່ຕາມ, ຈາກເສັ້ນທາງລາດຕະເວນ, ໄປເຖິງບັນດາຫຼັກໝາຍຊາຍແດນແມ່ນໄລຍະທາງໄກພໍສົມຄວນ, ມີແມ່ນ້ຳ, ຫ້ວຍ, ພູຜາປ່າດົງຂວາງກັ້ນ.

ວິວັດທະນາການລາດຕະເວນຊາຍແດນ, ພະນັກງານ, ນັກຮົບທະຫານຊາຍແດນຕ້ອງໄປຕາມເນີນພູ, ຜ່ານບັນດາສາຍພູຫີນປູນ. ເພາະສະນັ້ນ, ພະນັກງານ, ນັກຮົບຕ້ອງເຮັດຂັ້ນໄດ, ກ່າຍຂົວຊົ່ວຄາວເພື່ອໄປມາ, ປະຕິບັດໜ້າທີ່. ເສັ້ນທາງໄປມາຫຍຸ້ງຍາກ, ໂດຍສະເພາະແມ່ນໃນລະດູຝົນປະສົບກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍຕໍ່ການຈັດຕັ້ງປະຕິບັດໜ້າທີ່ຂອງທະຫານຊາຍແດນ.

ກອງບັນຊາການທະຫານຊາຍແດນແຂວງລ້າງເຊີນ ກຳນົດວ່າ ການກໍ່ສ້າງເສັ້ນທາງລາດຕະເວນບັນດາຫຼັກໝາຍຊາຍແດນປົກປັກຮັກສາຊາຍແດນແມ່ນໜ້າທີ່ທັງຮີບດ່ວນທັງຍາວນານ, ເພາະສະນັ້ນນັບແຕ່ປີ 2010 ເປັນຕົ້ນມາ ຈຶ່ງໄດ້ຊີ້ນຳບັນດາຄ້າຍທະຫານຊາຍແດນ ເປັນເຈົ້າການສ້າງແຫຼ່ງລາຍຮັບຈາກການເພີ່ມພູນຜະລິດຜົນ ແລະກຳລັງເຫື່ອແຮງຂອງທະຫານເພື່ອກໍ່ສ້າງເສັ້ນທາງກວດກາຫຼັກໝາຍຊາຍແດນຖາວອນ. ປະຕິບັດຕາມການຊີ້ນຳຂອງກອງບັນຊາການທະຫານຊາຍແດນແຂວງ, ພະນັກງານ, ນັກຮົບບັນດາກົມກອງໄດ້ຈັດຕັ້ງກໍ່ສ້າງເສັ້ນທາງກວດກາຫຼັກໝາຍຊາຍແດນດ້ວຍເບຕົງ 40 ເສັ້ນ, ຊ່ວຍໃຫ້ການລາດຕະເວນຊາຍແດນຂອງທະຫານ ແລະການໄປມາ, ການປູກຝັງຂອງພໍ່ແມ່ປະຊາຊົນໄດ້ຢ່າງສະດວກກວ່າ.

ຈາກບົດຮຽນປະສົບການ ແລະຜົນສຳເລັດໃນເບື້ອງຕົ້ນ, ກອງບັນຊາການທະຫານຊາຍແດນແຂວງ ໄດ້ເປັນເຈົ້າການປະສານສົມທົບກັບຄະນະກຳມະການແນວໂຮມປະເທດຊາດແຂວງ, ຄະນະກຳມະການປະຊາຊົນແຂວງ ສ້າງແຜນຮ່າງ “ກໍ່ສ້າງເສັ້ນທາງກວດກາຫຼັກໝາຍຊາຍແດນ, ປົກປັກຮັກສາຊາຍແດນແຂວງລ້າງເຊີນ” ດ້ວຍຮູບການຫັນເປັນຂອງສັງຄົມ. ແຜນຮ່າງໄດ້ລະດົມກຳລັງແຮງຈາກປະຊາຊົນໂດຍຜ່ານການບໍລິຈາກ, ການອຸປະຖໍາ, ສ້າງແຫຼ່ງກໍຳລັງ ເພື່ອສ້າງເສັ້ນທາງກວດກາຫຼັກໝາຍຊາຍແດນ, ປົກປັກຮັກສາຊາຍແດນ, ປະຕິບັດຕາມທິດ ລັດ ແລະປະຊາຊົນພ້ອມກັນເຮັດ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫາຍຊາຍແດນ ປໍ່ມາ ແລະປະຊາຊົນກໍ່ສ້າງເສັ້ນທາງກວດກາຫຼັກໝາຍຊາຍແດນ 962. ພາບ: ວິຕວ່ານ

ຕົ້ນປີ 2022, ເພື່ອອຳນວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ລາດຕະເວນ, ກວດກາຫຼັກໝາຍຊາຍແດນ, ບັນດາຄ້າຍທະຫານຊາຍແດນ ໄດ້ນຳໃຊ້ງົບປະມານຂອງກົມກອງພ້ອມດ້ວຍການສະໜັບສະໜູນ, ການຊ່ວຍເຫຼືອຂອງຄະນະພັກ, ອຳນາດການປົກຄອງບັນດາທ້ອງຖິ່ນ, ອົງການ, ກົມກອງ, ວິສາຫະກິດໃນບໍລິເວນ, ສືບຕໍ່ຜັນຂະຫຍາຍກໍ່ສ້າງເສັ້ນທາງກວດກາຫຼັກໝາຍຊາຍແດນ ຈຳນວນ 64 ເສັ້ນເພື່ອປົກປັກຮັກສາຊາຍແດນ, ເຊິ່ງມີລວງຍາວທັງໝົດເກືອບ 8km. ວິວັດທະນາການຜັນຂະຫຍາຍແຜນຮ່າງແມ່ນອີງໃສ່ກຳລັງແຮງສັງລວມ, ຄວາມຮັບຜິດຊອບຂອງທົ່ວສັງຄົມ, ໃນນັ້ນກຳລັງທະຫານຊາຍແດນແມ່ນຫຼັກແຫຼ່ງແກ່ນສານ.

ລະດົມກຳລັງແຮງຂອງທົ່ວປວງຊົນ

ໃນເວລາສອງປີ (2023-2024), ຈາກການປະກາດໃຊ້ໜັງສືເຈດຈໍານົງຂອງສະຫາຍເລຂາພັກແຂວງລ້າງເຊີນ, ໄດ້ມີຈຳນວນ 400 ອົງການ, ກົມກອງ, ວິສາຫະກິດ, ບັນດາຂະແໜງການ, ບັນດາກຳລັງທີ່ຢູ່ພາຍໃນ ແລະນອກແຂວງ ໄດ້ເຂົ້າຮ່ວມປະກອບສ່ວນ, ບໍລິຈາກເງິນ, ເຫື່ອແຮງພ້ອມກັນກໍ່ສ້າງເສັ້ນທາງກວດກາຫຼັກໝາຍຊາຍແດນເພື່ອປົກປັກຮັກສາຊາຍແດນຢູ່ໃນບໍລິເວນແຂວງ.

ເສັ້ນທາງກວດກາຫຼັກໝາຍຊາຍແດນ, ປົກປັກຮັກສາຊາຍແດນເລກທີ 962 ຢູ່ບ້ານດວ່ານເກດ, ຕາແສງກວກແຄ໊ງ, ເມືອງຈ່າງດິ້ງ, ແຂວງລ້າງເຊີນ ແມ່ນໜຶ່ງໃນບັນດາກິດຈະກຳທີ່ໂດດເດັ່ນ ໂດຍຄ້າຍທະຫາຍຊາຍແດນ ປໍ່ມາ (ທະຫານຊາຍແດນແຂວງ ລ້າງເຊີນ) ລະດົມກຳລັງເຫື່ອແຮງຂອງປະຊາຊົນເຂົ້າຮ່ວມກໍ່ສ້າງ. ໃນຕະຫຼອດເວລາ 6 ເດືອນ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ປໍ່ມາ ແລະປະຊາຊົນບ້ານດວ່ານເກດ ຫຼາຍຮ້ອຍເທື່ອຄົນ ໄດ້ປະກອບແຮງງານເຮັດວຽກກວ່າ 2.000 ມື້ເພື່ອກໍ່ສ້າງເສັ້ນທາງກວດກາຫຼັກໝາຍຊາຍແດນ, ປົກປັກຮັກສາຊາຍແດນເລກທີ 962. ດ້ວຍການຮ່ວມແຮງຮ່ວມໃຈ ແລະຄວາມຕັດສິນໃຈ, ບັນດາກຳລັງ ແລະປະຊາຊົນ ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ໄດ້ນຳໃຊ້ບັນດາພາຫະນະ, ອຸປະກອນປະເພດຕ່າງໆທີ່ມີຢູ່ ເພື່ອຂົນສົ່ງວັດສະດຸໄປຍັງສະຖານທີ່ກໍ່ສ້າງ, ພາກສະໜາມ.

ມາຮອດປະຈຸບັນ, ກິດຈະກຳໄດ້ສຳເລັດດ້ວຍລວງຍາວ 2km, ລວງກວ້າງ 1,2m; ພື້ນທາງເບຕົງມີຄວາມໜາ 10-12cm, ຂັ້ນໄດຂຶ້ນລົງກວ່າ 600 ຂັ້ນ ແລະ ຂົວ 1 ແຫ່ງ. ກິດຈະກຳໄດ້ຮັບໃຊ້ການເຄື່ອນໄຫວລາດຕະເວນ, ກວດກາ, ຕິດຕາມກວດກາ, ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນຂອງຄ້າຍທະຫານຊາຍແດນປໍ່ມາ ແລະສ້າງເງື່ອນໄຂສະດວກໃຫ້ປະຊາຊົນເຂດຊາຍແດນໄປມາ, ປູກຝັງ, ຜະລິດ, ພັດທະນາເສດຖະກິດ- ສັງຄົມ.

ກ່າວຄຳເຫັນທີ່ພິທີເປີດການນຳໃຊ້ເສັ້ນທາງກວດກາຫຼັກໝາຍຊາຍແດນ, ປົກປັກຮັກສາຊາຍແດນເລກທີ 962, ທ່ານພົນຕີ ຫງວຽນແອັງຕ໊ວນ, ເລຂາຄະນະພັກ, ຫົວໜ້າການເມືອງທະຫານຊາຍແດນ ຢັ້ງຢືນວ່າ ການກໍ່ສ້າງເສັ້ນທາງກວດກາຫຼັກໝາຍຊາຍແດນ, ປົກປັກຮັກສາຊາຍແດນ ດ້ວຍຮູບການຫັນເປັນຂອງສັງຄົມແມ່ນຮູບແບບທີ່ແທດຈິງ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວລະບົບການເມືອງ ແລະທົ່ວປວງຊົນພ້ອມກັບທະຫານຊາຍແດນຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງເຂດຊາຍແດນແຫ່ງຊາດ. ບັນດາເສັ້ນທາງແມ່ນພະຍານຫຼັກຖານແຫ່ງນ້ຳໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ ເພື່ອສ້າງກຳລັງແຮງຮ່ວມແຮງຮ່ວມໃຈກັນປົກປັກຮັກສາຊາຍແດນແຫ່ງສັນຕິພາບ ແລະ ພັດທະນາ.

ໂດຍ: ແສງເດືອນ