ປະຈຸບັນ, ບັນດາກົມກອງຕໍາຫຼວດທະເລ ຍັງບໍ່ທັນມີສຸກສາລາ ພຽງແຕ່ມີໜ່ວຍການແພດທະຫານ ປະຕິບັດໜ້າທີ່ສົ່ງເສີມສຸຂະພາບເບື້ອງຕົ້ນໃຫ້ແກ່ທະຫານ. ປະຕິບັດລະບຽບວິໄນ, ແບບແຜນການເຮັດວຽກຢ່າງເຂັ້ມງວດ, ບັນດາໜ່ວຍການແພດທະຫານຍາມໃດກໍ່ຮັບປະກັນຢາ, ອຸປະກອນການແພດຢ່າງພຽງພໍ ແລະທັນການໃນໜ້າທີ່ລາດຕະເວນ, ຄວບຄຸມ, ປະຕິບັດກົດໝາຍຢູ່ທະເລ, ຊອກຫາ ແລະ ກູ້ຊີບກູ້ໄພ...

ພະນັກງານ, ນັກຮົບຕໍາຫຼວດທະເລເຄື່ອນໄຫວເປັນເອກະລາດເປັນເວລາຫຼາຍວັນຢູ່ທະເລ, ໃນສະພາບດິນຟ້າອາກາດຮ້າຍແຮງ. ສະນັ້ນ, ການສົ່ງເສີມສຸຂະພາບຮອບດ້ານໃຫ້ແກ່ທະຫານກ່ອນ, ໃນ ແລະຫຼັງການປະຕິບັດໜ້າທີ່ຢູ່ທະເລຍາມໃດກໍ່ມີຄວາມສຳຄັນແຖວໜ້າ. ແຕ່ລະປີ, ບັນດາກົມກອງຈັດຕັ້ງການກວດສຸຂະພາບໃຫ້ພະນັກງານ, ນັກຮົບ 100%; ຈັດແບ່ງປະເພດສຸຂະພາບຂອງທະຫານກ່ອນທີ່ໄປປະຕິບັດໜ້າທີ່ຢູ່ທະເລ; ຄົ້ນຫາພະຍາດຊໍາເຮື້ອ ແລະປັດໄຈບໍ່ດີດ້ານສຸຂະພາບຢ່າງທັນການ. ປີ 2024, ມີພະນັກງານ, ລັດຖະກອນແພດທະຫານ 120 ກວ່າຄົນເຂົ້າຮ່ວມຮັບປະກັນໃຫ້ບັນດາເຮືອ, ເຮືອອີໂມຂອງກຳລັງປະຕິບັດໜ້າທີ່ຢູ່ທະເລ; ເຂົ້າຮ່ວມການເຄື່ອນໄຫວກູ້ຊີບກູ້ໄພເກືອບ 30 ຄັ້ງ, ຊ່ວຍກູ້ເອົາຊີວິດໃຫ້ນັບຮ້ອຍຄົນ.

leftcenterrightdel
ແພດທະຫານຕໍາຫຼວດທະເລຫວຽດນາມ ພະຍາບານສຸກເສີນໃຫ້ທະຫານທີ່ມີອາການບໍດີດ້ານສຸຂະພາບຢູ່ທະເລ. ພາບ: ທູຖາວ

ກໍາລັງແພດທະຫານຕໍາຫຼວດທະເລຍັງຖືເປັນສໍາຄັນການສົ່ງເສີມ, ຄຸ້ມຄອງສຸຂະພາບຂອງທະຫານຢ່າງແໜ້ນແຟ້ນນັບແຕ່ຫົວທີ; ຈັດຕັ້ງການກວດສຸຂະພາບໃຫ້ນັກຮົບໃໝ່ 100% ທີ່ໄດ້ຮັບເຂົ້າກົມກອງ ພາຍຫຼັງການຝຶກອົບຮົມ 3 ເດືອນ. ໂດຍສະເລ່ຍແຕ່ລະປີ, ແພດທະຫານທົ່ວກໍາລັງຈັດຕັ້ງການກວດ, ສົ່ງເສີມສຸຂະພາບເບື້ອງຕົ້ນ, ປິ່ນປົວພະຍາດຢູ່ກົມກອງ ແລະສົ່ງຕໍ່ຂັ້ນເທີງ ໃຫ້ 6.000 ກວ່າເທື່ອຄົນ; ເພີ່ມທະວີການຄຸ້ມຄອງ, ສົ່ງເສີມ ແລະປົກປັກຮັກສາສຸຂະພາບຂອງທະຫານ, ຈຳກັດການເສຍຊີວິດຢ່າງກະທັນຫັນ ; ຕັ້ງໜ້າສົມທົການຢາພື້ນເມືອງກັບການເພດທັນສະໄໝໃນການປ້ອງກັນ ແລະປິ່ນປົວພະຍາດ. ຄຸນນະພາບຂອງວຽກງານການແພດທະຫານຕໍາຫຼວດທະເລນັບມື້ນັບມີການປ່ຽນແປງ, ປະກອບສ່ວນຊ່ວຍໃຫ້ພະນັກງານ, ລັດຖະກອນ, ນັກຮົບຕໍາຫຼວດທະເລ ອຸ່ນອ່ຽງໃຈ ປະຕິບັດງານ.

ແພດທະຫານຕໍາຫຼວດທະເລ  ຍັງສົມທົບກັບອຳນາດການປົກຄອງທ້ອງຖິ່ນ ທີ່ບ່ອນຕັ້ງທັບໂຄສະນາໃຫ້ບັນດາທະຫານ ແລະປະຊາຊົນ ປະຕິບັດມາດຕະການອະນາໄມ ສະກັດກັ້ນໂລກພະຍາດ. ກໍາລັງແພດທະຫານເປັນແກ່ນສານ ຮັກສາວຽກງານກະຕຸກຊຸກຍູ້ ແລະກວດກາສຸຂະອະນາໄມສິ່ງແວດລ້ອມ, ຮັກສາທິວທັດຄ້າຍທະຫານໃຫ້ຂຽວ, ສະອາດ, ສວຍງາມ; ສີດຢາສະກັດກັ້ນ, ຕ້ານໂລກພະຍາດປະຈຳໄລຍະ ແລະກະທັນຫັນ.  ສົມທົບກັນຢ່າງແໜ້ນແຟ້ນກັບການແພດທ້ອງຖິ່ນ ເພື່ອກຳແໜ້ນສະພາບການ ແລະຄາດຄະເນສະພາບການແຜ່ລະບາດຂອງພະຍາດ; ເປັນເຈົ້າການສະເໜີບັນດາມາດຕະການສະກັດກັ້ນ ແລະຕ້ານການແຜ່ລະບາດຂອງພະຍາດຢູ່ກົມກອງ ແລະ ບໍລິເວນຕັ້ງທັບ; ແນະນໍາປະຊາຊົນສ້າງວິຖີຊີວິດສີວິໄລ ແລະວິທະຍາສາດ.

ຄຽງຄູ່ກັນນັ້ນ, ຂະແຫນງການແພດທະຫານຕໍາຫຼວດທະເລ ໄດ້ສົມທົບກັນຈັດຕັ້ງການກວດ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ຢູ່ຫຼາຍແຂວງ, ນະຄອນເປັນປະຈໍາ, ຜ່ານບັນດາໂຄງການຄື: “ຕໍາຫຼວດທະເລຮ່ວມເດີນທາງກັບຊາວປະມົງ”, “ນ້ອງຮັກທະເລ, ໝູ່ເກາະຂອງບ້ານ ເກີດເມືອງນອນ”, “ຕໍາຫຼວດທະເລ ກັບພໍ່ແມ່ປະຊາຊົນຂົນເຜົ່າ, ສາສະໜາ”, ໂຄງການການແພດ 12... ພຽງແຕ່ໃນປີ 2024 ເທົ່ານັ້ນ, ມີເກືອບ 1.400 ເທື່ອຄົນ ໄດ້ຮັບການກວດ, ໃຫ້ຄຳປຶກສາ,  ແຈກຢາໂດຍບໍ່ເສຍຄ່າ. ມອບຕູ້ຢານັບຮ້ອຍຕູ້ ແລະ ເຜີຍແຜ່ປະສົບການໃນການປິ່ນປົວພະຍາດທົ່ວໄປໃຫ້ແກ່ຊາວປະມົງ. ແພດທະຫານຕໍາຫຼວດທະເລແມ່ນບ່ອນອີງທີ່ໝັ້ນແກ່ນໃຫ້ຊາວປະມົງໄປທະເລ ແລະ ພັດທະນາເສດຖະກິດທະເລ.

ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ອັນໜັກໜ່ວງຢູ່ທະເລ, ໃນໄລຍະຈະມາເຖິງ, ຂະແຫນງການແພດທະຫານຕໍາຫຼວດທະເລ ຈະສືບຕໍ່ຍູ້ແຮງຂະວນການແຂ່ງຂັນສ້າງ “ກົມກອງແພດທະຫານ 5 ດີ”; ເອົາໃຈໃສ່ກໍ່ສ້າງ ແລະຍົກສູງຄຸນນະພາບຊັບພະຍາກອນມະນຸດ; ຍົກສູງຄວາມສາມາດຂອງວຽກງານແພດທະຫານໃນທຸກສາຍ, ພິເສດແມ່ນໃນກຳປັ່ນປະຕິບັດໜ້າທີ່ຢູ່ທະເລ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ເປັນຢ່າງດີ.

ໂດຍ: ທະນາພອນ