ຍ້ອນມີສະພາບພູມສັນຖານສູງ, ໃນຕົ້ນເດືອນມີນາ ປີ 2025, ເຂດຕາແສງບາດມອດ, ເມືອງ ເທື່ອງຊວນ, ແຂວງ ແທງຮວ໋າ ຍັງມີເມກປົກຄຸມ, ອາກາດຍັງໜາວເຢັນ, ທ່ານພັນໂທ ເລແອງເຊີນ, ຫົວໜ້າຄ້າຍທະຫານຊາຍແດນ ບາດມອດ ແບ່ງປັນວ່າ: “ເຂດຊາຍແດນ, ບໍລິເວນທີ່ກົມກອງຄຸ້ມຄອງແມ່ນເກືອບວ່າມີໝອກປົກຄຸມໃນຕະຫຼອດປີ, ສະນັ້ນ, ວິວັດການປະຕິບັດໜ້າທີ່ຂອງພະນັກງານ, ນັກຮົບຕ້ອງປະສົບກັບສິ່ງທ້າທາຍຫຼາຍຢ່າງ. ພວກຂ້າພະເຈົ້າໄດ້ສ້າງຄວາມສາມັກຄີ, ເປັນເອກະພາບກັນຢູ່ພາຍໃນ, ສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນທ້ອງຖິ່ນ, ຍາມໃດກໍ່ປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.”
ຄ້າຍທະຫານຊາຍແດນບາດມອດ ໄດ້ຮັບໜ້າທີ່ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນທີ່ມີລວງຍາວກວ່າ 17,492 ກິໂລແມັດ, ໃນນັ້ນມີ 7 ຫຼັກໝາຍຊາຍແດນ ແລະສົມທົບກັນເພື່ອຮັບປະກັນໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ຕາແສງບາດມອດ ມີ 893 ຄອບຄົວ ດ້ວຍປະຊາກອນ 4.018 ຄົນ ແລະຫຼາຍຊົນເຜົ່າດໍາລົງຊີວິດຢູ່ຮ່ວມກັນ.
    |
 |
ກຸ່ມປະຕິບັດງານ ຂອງຄ້າຍທະຫານຊາຍແດນບາດມອດ ແລະຄ້າຍທະຫານຊາຍແດນດ່ານທົງທູ, ກອງບັນຊາການທະຫານຊາຍແດນແຂວງເງະອານ ລາດຕະເວນປົກປັກຮັກສາເຂດຊາຍແດນ. ພາບ: qdnd.vn |
ໃນເສັ້ນຊາຍແດນທີ່ຄ້າຍທະຫານຊາຍແດນບາດມອດ ຄຸ້ມຄອງ ແມ່ນຊ້ອນແຝງໄປດ້ວຍອາດຊະະຍາກຳປະເພດຕ່າງໆ ຄື ຢາເສບຕິດ, ການເຂົ້າອອກເມືອງຜິດກົດໝາຍ ສວຍໃຊ້ການເຄື່ອນໄຫວທີ່ສັບສົນນີ້. ໄປຄຽງຄູ່ກັບສະພາບດິນຟ້າອາກາດທີ່ຮ້າຍແຮງ, ຍັງມີຄວາມສ່ຽງເກີດໄພນໍ້າຖ້ວມ, ນ້ຳຊຸເມື່ອລະດູຝົນມາຮອດ, ໄດ້ຂົ່ມຂູ່ຕໍ່ຊີວິດອິນຊີ ແລະຊັບສິນຂອງປະຊາຊົນ. ຕໍ່ໜ້າສະພາບການຕົວຈິງນັ້ນ, ກົມກອງທະຫານຊາຍແດນ ໄດ້ຜັນຂະຫຍາຍຫຼາຍມາດຕະການ, ຕັດສິນໃຈເຮັດສຳເລັດໜ້າທີ່ປົກປັກຮັກສາອະທິປະໄຕ, ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນບໍລິເວນ. ໃນນັ້ນ, ໄດ້ເອົາໃຈໃສ່ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ເພື່ອແນໃສ່ປັບປຸງລະບົບການເມືອງຂັ້ນຮາກຖານ. ຄະນະພັກຄ້າຍທະຫານຊາຍແດນ ບາດມອດ ໄດ້ຈັດສົ່ງພະນັກງານ 1 ສະຫາຍ ໄປດຳລົງຕຳແໜ່ງເປັນຮອງເລຂາຄະນະພັກຕາແສງບາດມອດ; ມີສະມາຊິກພັກທັງໝົດ 35 ສະຫາຍ ຮັບຜິດຊອບ 163 ຄອບຄົວໃນບໍລິເວນ. ໃນຖານະຕຳແໜ່ງ, ສະມາຊິກພັກທະຫານຊາຍແດນ ຍາມໃດກໍ່ນໍາໜ້າໃນການໜູນຊ່ວຍປະຊາຊົນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ດ້ວຍຫຼາຍຮູບການປະຕິບັດຢ່າງແທດຈິງ ແລະມີປະສິດທິຜົນ... ຄຽງຂ້າງນັ້ນ, ຄ້າຍທະຫານຊາຍແດນບາດມອດ ຍັງໄດ້ຍູ້ແຮງການປະຕິບັດບັນດາໂຄງການ “ລະດູບານໃໝ່ຢູ່ເຂດຊາຍແດນ, ສ້າງຄວາມອົບອຸ່ນໃນໃຈຊາວບ້ານ”, “ເດືອນມີນາ ຢູ່ເຂດຊາຍແດນ”, “ຮ່ວມເດີນທາງກັບແມ່ຍິງຢູ່ເຂດຊາຍແດນ”, “ຊ່ວຍນ້ອງໄປໂຮງຮຽນ” ຢ່າງມີປະສິດທິຜົນ. ຄິດໄລ່ຮອດເດືອນມີນາ ປີ 2025, ທາງກົມກອງ ໄດ້ໜູນຊ່ວຍເດັກນ້ອຍ 8 ຄົນໃນໂຄງການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຂອງຄ້າຍທະຫານຊາຍແດນ” ແລະເດັກນ້ອຍ 18 ຄົນ ຕາມໂຄງການ “ພະນັກງານ, ນັກຮົບກອງທັບຊ່ວຍເດັກນ້ອຍໄປໂຮງຮຽນ”.
    |
 |
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນບາດມອດ ແລະສະມາຊິກຊາວໜຸ່ມ, ຊາວໜຸ່ມທ້ອງຖິ່ນຊ່ວຍປະຊາຊົນດຳນາ. ພາບ: qdnd.vn |
ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈກັບພໍ່ແມ່ປະຊາຊົນບັນດາເຜົ່າໃນບໍລິເວນ, ຄ້າຍທະຫານຊາຍແດນບາດມອດ ໄດ້ລະດົມກໍາລັງແຮງພໍ່ແມ່ປະຊາຊົນ ປົກປັກຮັກສາຊາຍແດນ. ພ້ອມກັບການເຄື່ອນໄຫວທີ່ເປັນປົກກະຕິ, ປະຈໍາປີ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານຊາຍແດນທົ່ວປວງຊົນ ແລະວັນມູນເຊື້ອຂອງທະຫານຊາຍແດນ (ວັນທີ 3 ມີນາ), ກົມກອງໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງການເຄື່ອນໄຫວຢ່າງສົມກຽດ, ອົບອຸ່ນ ດ້ວຍຫຼາຍການເຄື່ອນໄຫວເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນ. ໃນໂອກາດວັນບຸນໃຫຍ່, ພະນັກງານ, ນັກຮົບ ແລະປະຊາຊົນທ້ອງຖິ່ນ ໄດ້ຫວນຄືນມູນເຊື້ອການຕໍ່ສູ້, ກໍ່ສ້າງ ແລະຂະຫຍາຍຕົວຂອງກຳລັງທະຫານຊາຍແດນ. ພ້ອມດຽວກັນນັ້ນ ທະຫານຊາຍແດນ ແລະອຳນາດການປົກຄອງທ້ອງຖິ່ນ ໄດ້ຍ້ອງຍໍ, ມອບລາງວັນໃຫ້ບັນດາໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດ “ຂະບວນການທົ່ວປວງຊົນ ເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຊາຍແດນແຫ່ງຊາດໃນສະພາບການໃໝ່”.
    |
 |
ພະນັກງານ, ນັກຮົບ ຄ້າຍທະຫານຊາຍແດນບາດມອດ ແລະ ປະຊາຊົນທ້ອງຖິ່ນ ມ່ວນຊື່ນກັບການສະແດງສິລະປະ ເນື່ອງໃນວັນທະຫານຊາຍແດນທ່ົວປວງຊົນ. ພາບ: qdnd.vn |
ຄຽງຂ້າງນັ້ນ, ຍັງໄດ້ຈັດຕັ້ງການເຄື່ອນໄຫວບັນເທິງ, ພົບປະແລກປ່ຽນວັດທະນະທຳ, ແຂ່ງຂັນກິລາຢ່າງເປັນຂະບວນຟົດຟື້ນ, ດຶງດູດການເຂົ້າຮ່ວມຂອງທະຫານ ແລະປະຊາຊົນ. ໃນໂອກາດດັ່ງກ່າວ, ທະຫານຊາຍແດນ ແລະອຳນາດການປົກຄອງທ້ອງຖິ່ນ ໄດ້ລະດົມແຫຼ່ງກຳລັງເພື່ອມອບຂອງຂວັນທີ່ແທດຈິງ ແລະມີຄວາມໝາຍຫຼາຍຢ່າງໃຫ້ບັນດາຄອບຄົວທຸກຍາກ, ສ້າງກິດຈະການຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ. ຜ່ານນັ້ນ, ລະດົມກໍາລັງໃຈຢ່າງທັນການ, ສົ່ງເສີມຮັດແໜ້ນສາຍພົວພັນລະຫວ່າງກອງທັບ ແລະປະຊາຊົນຢູ່ເຂດຊາຍແດນ. ທ່ານ ຮ່າວັນຊາງ, ຢູ່ບ້ານດຸກ, ຕາແສງບາດມອດ ແບ່ງປັນວ່າ: “ພະນັກງານ, ນັກຮົບຄ້າຍທະຫານຊາຍແດນບາດມອດ ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນ ເພື່ອມີຫຼາຍວິທີການເຮັດວຽກທີ່ແທດຈິງໃນການເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ. ບັນດາພວກອ້າຍທະຫານ ສົມເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຂອງປະຊາຊົນຢູ່ເຂດຊາຍແດນ.”
ໂດຍ: ຈາງຫງວຽນ