ກໍາແໜ້ນສະພາບການຢູ່ບໍລິເວນ, ເຂົ້າໃຈສິ່ງທີ່ປະຊາຊົນຕ້ອງການ

ໃນຕະຫຼອດໄລຍະອັນຍາວນານ, ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງແທງຮ໋ວາ ຍາມໃດກໍ່ກຳນົດຢ່າງຈະແຈ້ງທິດນໍາກໍາແໜ້ນສະພາບການຢູ່ບໍລິເວນ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ, ອີງໃສ່ປະຊາຊົນເພື່ອປົກປັກຮັກສາເຂດຊາຍແດນ, ທະເລ. ທ່ານພັນເອກພິເສດ ຮວ່າງວັນຮຸ່ງ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງແທງຮ໋ວາ ໃຫ້ຮູ້ວ່າ: “ກອງບັນຊາການທະຫານຊາຍແດນແຂວງແທງຮ໋ວາ ໄດ້ຊີ້ນຳບັນດາກົມກອງຜັນຂະຫຍາຍຈໍານວນທະຫານໃກ້ຊິດຕິດແທດກັບບໍລິເວນເປັນປະຈຳ, ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ກໍາລັງກ່ຽວຂ້ອງເພື່ອກໍ່ສ້າງ, ປັບປຸງລະບົບການເມືອງຂັ້ນຮາກຖານຢູ່ເຂດຊາຍແດນໃຫ້ໝັ້ນຄົງເຂັ້ມແຂງ. ຄຽງຄູ່ກັນນັ້ນ, ຈັດຕັ້ງຮູບແບບຊ່ວຍເຫຼືອປະຊາຊົນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢ່າງມີປະສິດທິຜົນ. ຈາກນັ້ນ, ເສີມຂະຫຍາຍວຽກງານຂົນຂວາຍປະຊາຊົນ, ຮັກສາຄວາມເຊື່ອໝັ້ນໃນໝູ່ປະຊາຊົນ, ຂົນຂວາຍປະຊາຊົນປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ແລະອໍານາດການປົກຄອງທ້ອງຖິ່ນເປັນຢ່າງດີ, ຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕເຂດຊາຍແດນ ແລະທະເລ”.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເມືອງມິ່ນ ພ້ອມກັບປະຊາຊົນລາດຕະເວນ, ຄວບຄຸມ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ. ພາບ: baothanhhoa.vn

ຮອຍຕີນຂອງທະຫານຊາຍແດນ ຢູ່ບັນດາໝູ່ບ້ານໃນເຂດພູສູງ. ໂດຍປະຕິບັດທິດນໍາ “3 ໃກ້ຊິດຕິດແທດ, 4 ຮ່ວມກັນ” (ແມ່ນໃກ້ຊິດຕິດແທດກັບກົມກອງ, ໃກ້ຊິດຕິດແທດກັບບໍລິເວນ, ໃກ້ຊິດຕິດແທດກັບແຜນນະໂຍບາຍ, ນະໂຍບາຍ; ຮ່ວມກິນ, ຮ່ວມຢູ່, ຮ່ວມເຮັດວຽກ, ຮ່ວມເວົ້າພາສາຊົນເຜົ່າ), ທະຫານຊາຍແດນແຂວງແທງຮ໋ວາ ໄດ້ຕັ້ງໜ້າ, ເປັນເຈົ້າການເປັນເສນາທິການ,  ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຢູ່ເຂດຊາຍແດນ ຍູ້ແຮງການໂຄສະນາ, ຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍ,  ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ປຸກລະດົມ ແລະຈັດຕັ້ງຂະບວນການ; ປະຕິບັດວຽກງານກູ້ໄພກູ້ຊີບ, ຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ; ກໍ່ສ້າງ ແລະປັບປຸງລະບົບການເມືອງຂັ້ນຮາກຖານຢ່າງຮອບດ້ານ; ຜັນຂະຫຍາຍວິທີການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆຢ່າງມີປະສິດທິຜົນ.

ພິເສດ, ທະຫານຊາຍແດນແຂວງ ໄດ້ຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍການປະຕິບັດໂຄງການ, ແຜນຮ່າງກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ເຂດຊາຍແດນ, ເຂດທະເລດ້ວຍຫຼາຍຂະບວນການ, ຮູບແບບ, ແບບຢ່າງ ຄື: ຂະບວນການ “ທະຫານຊາຍແດນຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ຕົວເມືອງສະຫຼາດ”, “ທະຫານຊາຍແດນຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ປະໃຫ້ຜູ້ໃດຄ້າງໄວ້ຢູ່ເບື້ອງຫຼັງ”, ໂຄງການ “ຊ່ວຍນ້ອງໄປໂຮງຮຽນ-ລູກລ້ຽງຂອງຄ້າຍທະຫານຊາຍແດນ”, “ເຮືອນຊ່ວຍຄົນທຸກຍາກຢູ່ເຂດຊາຍແດນ”, “ຮ່ວມເດີນທາງພ້ອມກັບແມ່ຍິງເຂດຊາຍແດນ”, “ລະດູບານໃໝ່ຢູ່ເຂດຊາຍແດນ, ສ້າງຄວາມອົບອຸ່ນໃຫ້ແກ່ຊາວບ້ານ”...

ບັນດາວຽກງານທີ່ແທດຈິງ ແລະມີຄວາມໝາຍດັ່ງກ່າວຂອງກໍາລັງທະຫານຊາຍແດນແຂວງແທງຮ໋ວາ ໄດ້ປຸກລຸກກຳລັງແຮງອັນໃຫຍ່ຫຼວງ, ດຶງດູດປະຊາຊົນເປັນຈຳນວນຫຼວງຫຼາຍເຂົ້າຮ່ວມ, ປະກອບສ່ວນປັບປຸງ “ທ່າຮົບໃນຈິດໃຈປະຊາຊົນ” ຢູ່ເຂດຊາຍແດນ, ເຂດທະເລຂອງແຂວງ.

ປະຊາຊົນຢູ່ເຂດຊາຍແດນແຕ່ລະຄົນ ລ້ວນແຕ່ແມ່ນຫຼັກໝາຍຊາຍແດນ

ແຂວງແທງຮວ໋າ ມີເສັ້ນຊາຍແດນທາງບົກຍາວ 213,6 ກິໂລແມັດ, ຕິດກັບແຂວງຫົວພັນ (ລາວ), ດ້ວຍ 88 ຫຼັກໝາຍຊາຍແດນ. ພ້ອມກັບກຳລັງທະຫານຊາຍແດນ, ໃນຊຸມປີຜ່ານມາ, ປະຊາຊົນບັນດາເຜົ່າຢູ່ເຂດພູດອຍ ແລະຢູ່ເຂດຊາຍແດນໄດ້ສະໝັກໃຈປົກປັກຮັກສາຫຼັກໝາຍຊາຍແດນ, ຜ່ານນັ້ນປະກອບສ່ວນສຳຄັນພ້ອມກັບຄະນະພັກ, ອຳນາດການປົກຄອງຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນຫຼຸດຜ່ອນຄວາມທຸກຍາກ ແລະກໍ່ສ້າງຊົນນະບົດໃໝ່ຢູ່ເຂດຊາຍແດນຂອງແຂວງແທງຮວ໋າ.

ນັກຮົບເກົ່າ ຮ່າວັນໂຈ໊ນ, ຊາວເຜົ່າໄທ ຢູ່ບ້ານອຽນ, ຕາແສງເມືອງມິ່ນ (ເມືອງກວານເຊີນ) ແມ່ນແບບຢ່າງທີ່ດີເດັ່ນຂອງຂະບວນການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ. ໃນໄລຍະເກືອບ 30 ປີຜ່ານມາ, ລາວໄດ້ພາກພຽນ, ສຸດຈິດສຸດໃຈກັບວຽກງານປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດ. ເລີ່ມແຕ່ເວລາ 4 ໂມງເຊົ້າ, ລາວຜ່ານພູຂ້າມປ່າ ເຖິງວ່າເສັ້ນທາງໄປຫຍຸ້ງຍາກທຸລະກັນດານກໍ່ຕາມ, ແຕ່ບໍ່ເຮັດໃຫ້ລາວທໍ້ຖອຍໃຈເທື່ອ... ບາງເທື່ອລາວໄປແຕ່ຜູ້ດຽວ, ບາງເທື່ອໄປພ້ອມກັບທະຫານຊາຍແດນ. ປະຈຸບັນ, ເຖິງວ່າອາຍູ້ສູງແລ້ວ, ແຕ່ນ້ຳໃຈ ແລະເຈດຈໍານົງປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນຂອງລາວ ຍັງຄົງຮັກສາໄວ້ຢູ່.

leftcenterrightdel
ທະຫານຊາຍແດນແຂວງແທງຮວ໋າ ມອບຂອງຂວັນໃຫ້ຜູ້ຕາງໜ້າຄະນະຄຸ້ມຄອງບ້ານ, ຜູ້ປົກປັກຮັກສາຫຼັກໝາຍຊາຍແດນ ໃນວັນບຸນທົ່ວປວງຊົນປ້ອງກັນຊາຍແດນຢູ່ຕາແສງນາແມ່ວ (ເມືອງກວານເຊີນ). ພາບ: baothanhhoa.vn

ທ່ານ ຖາວວັນເຮີ, ອາຍຸ 57 ປີ, ຊາວເຜົ່າມົ້ງ, ເປັນຜູ້ທີ່ມີຊື່ສຽງໃນບ້ານແກ໊ວເຮືອນ, ຕາແສງປູ່ຍີ (ເມືອງລາດ) ໄດ້ສະໝັກໃຈປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແຕ່ 10 ປີກ່ອນ. ຢູ່ຫຼັກໝາຍຊາຍແດນທີ 312 ເຊິ່ງແມ່ນບ່ອນທີ່ລາວມີໜ້າເປັນປະຈຳເພື່ອປົກປັກຮັກສາຫ່າງຈາກໃຈກາງຕາແສງປູຍີ 20 ກວ່າກິໂລແມັດ. ເພື່ອໄປຮອດຫຼັກໝາຍນີ້, ລາວຕ້ອງຂ້າມພູສູງ, ເຫວເລິກທີ່ອັນຕະລາຍຫຼາຍຢ່າງ.

ທ່ານ ຖາວວັນເຮີ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ເຂົ້າຮ່ວມການປົກປັກຮັກສາຫຼັກໝາຍເປັນເວລາ 10 ກວ່າປີ, ນັບແຕ່ຫຼັກໝາຍໄດ້ຮັບການກໍ່ສ້າງມາຮອດປະຈຸບັນ. ຂ້າພະເຈົ້າ ໄປກວດກາຫຼັກໝາຍຊາຍແດນ, ຖາງຫຍ້າ, ເຮັດອະນາໄມ, ທໍາຄວາມສະອາດຢ່າງເປັນປະຈຳ. ເສັ້ນຊາຍແດນ, ຫຼັກໝາຍຊາຍແດນເປັນຂີດໝາຍອະທິປະໄຕອັນສັກກາລະບູຊາຂອງປະເທດ, ສະນັ້ນ ຂ້າພະເຈົ້າຍາມໃດກໍມານະພະຍາຍາມປະຕິບັດວຽກງານລາດຕະເວນ, ເບິ່ງແຍງດູແລ, ປົກປັກຮັກສາ ແລະ ຂົນຂວາຍປະຊາຊົນຍົກສູງສະຕິ, ຈິດໃຈເປັນເຈົ້າການ ແລະມີຄວາມຮັບຜິດຊອບເຂົ້າຮ່ວມ. ນອກຈາກນັ້ນ, ຂ້າພະເຈົ້າ ຍັງໂຄສະນາໃຫ້ປະຊາຊົນຫັນປ່ຽນແນວຄວາມຄິດ, ລົບລ້າງຮີດຄອງປະເພນີທີ່ຫຼ້າຫຼັງ, ກໍ່ສ້າງຊີວິດໃໝ່.”

ໄລຍະ 2021-2023, ແຂວງແທງຮ໋ວາ ມີເກືອບ 1.000 ຄົນເຊິ່ງແມ່ນເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ທີ່ມີຊື່ສຽງພວມດຳລົງຊີວິດຢູ່ບັນດາໝູ່ບ້ານຕິດກັບຊາຍແດນຂອງແຂວງ. ຖັນແຖວຜູ້ທີ່ມີອິດທິພົນຊື່ສຽງ ແລະປະຊາຊົນທຸກຊັ້ນວັນນະທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນແຂວງແທງຮ໋ວາ ແລະແຂວງຫົວພັນ (ລາວ) ໄດ້ເສີມຂະຫຍາຍນ້ຳໃຈຮັກຊາດ, ບໍ່ຄິດງໍ້ຫົວຊາຕໍ່ຄວາມຫຍຸ້ງຍາກ ທາງດ້ານພູມສັນຖານ ແລະອາກາດຮ້າຍແຮງໄດ້ພ້ອມກັບທະຫານຊາຍແດນ, ຄະນະພັກ ແລະອຳນາດການປົກຄອງປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ປົກປັກຮັກສາອະທິປະໄຕເຂດຊາຍແດນຢ່າງໝັ້ນຄົງ. ເຂົາເຈົ້າເປັນ “ນັກຮົບ” ທີ່ບໍ່ໃສ່ເຄື່ອງແບບທະຫານ, ເຄື່ອງໝາຍທະຫານ, ປືນ, ລູກປືນ. ແຕ່ສະໝັກໃຈເປັນ “ຫຼັກໝາຍຊາຍແດນ” ເຮັດວຽກງານອັນສັກກາລະບູຊາດ້ວຍຄວາມເຊື່ອໝັ້ນ ແລະຄວາມເອກອ້າງທະນົງໃຈຢ່າງແຮງກ້າ.

ໂດຍ: ທູຈາງ