ແນໃສ່ເພີ່ມທະວີນໍ້າໃຈມິດຕະພາບຄວາມສາມັກຄີລະຫວ່າງປະຊາຊົນຢູ່ເຂດຊາຍແດນ, ຄະນະພັກ, ອຳນາດການປົກຄອງ ແລະກຳລັງປະກອບອາວຸດ, ເປັນຕົ້ນແມ່ນຄ້າຍທະຫານຊາຍແດນໃນບໍລິເວນໄດ້ໂຄສະນາ, ຂົນຂວາຍປະຊາຊົນປະຕິບັດຮູບແບບແຮກສ່ຽວກຸ່ມຊຸມຊົນຢູ່ສອງຟາກຊາຍແດນ, ສົມທົບກັນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ພ້ອມກັນປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.
ຕາມລື ແມ່ນຕາແສງມີເສັ້ນຊາຍແດນຕິດກັບກຸ່ມບ້ານເມືອງປາວ, ເມືອງຊຳໃຕ້, ແຂວງຫົວພັນ (ລາວ) ທີ່ມີລວງຍາວ 8 ກິໂລແມັດ; ທົ່ວຕາແສງມີ 695 ຄອບຄົວ. ຊາບຊຶມຢ່າງເລິກເຊິ່ງແນວທາງ, ທັດສະນະຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນອັນໝັ້ນແກ່ນ, ກໍ່ສ້າງສາຍພົວພັນສັນຕິພາບ, ມິດຕະພາບຢູ່ເຂດຊາຍແດນ, ໃນຊຸມປີຜ່ານມາ, ສະຫາຍນາງ ລໍ່ທິຢື, ຮອງປະທານຄະນະກຳມະການປະຊາຊົນຕາແສງຕາມລື ໄດ້ເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນຕັ້ງໜ້າໂຄສະນາ, ຂົນຂວາຍປະຊາຊົນເຂົ້າຮ່ວມການຮັບປະກັນຄວາມໝັ້ນຄົງໃຫ້ໝູ່ບ້ານ, ປະກອບສ່ວນປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ.
    |
 |
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນນາແມ່ວ ແຈກໃບປິວ, ໂຄສະນາເຖິງພົນລະເມືອງລາວ ທີ່ມາຢ້ຽມຢາມ ແລະແລກປ່ຽນສິນຄ້າຕ້ອງປະຕິບັດຖືກຕ້ອງຕາມກົດໝາຍຂອງສາທາລະນະລັດ ສັງຄົມນິຍົມຫວຽດນາມ. ພາບ: baothanhhoa.vn |
ບົນພື້ນຖານບັນດາເອກະສານຊີ້ນຳຂອງຂັ້ນເທິງ, ໃນແຕ່ລະປີ, ສະຫາຍນາງ ລໍ່ທິຢື ໄດ້ສ້າງແຜນການ, ແນະນໍາບັນດາໝູ່ບ້ານຈັດຕັ້ງປະຕິບັດການເຄື່ອນໄຫວກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກ່ຽວກັບວຽກງານປົກປັກຮັກສາເສັ້ນຊາຍແດນ. ເປັນເຈົ້າການສົມທົບກັບກໍາລັງຕໍາຫຼວດ, ການທະຫານ, ຄ້າຍທະຫານຊາຍແດນທີ່ຕັ້ງທັບໃນບໍລິເວນກ່ຽວກັບ “ຂົນຂວາຍປະຊາຊົນເຂົ້າຮ່ວມກໍ່ສ້າງ, ປົກປັກຮັກສາ ອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ”; “ຂະບວນການມະຫາຊົນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ”. ຂົນຂວາຍປະຊາຊົນມອບປືນທຸກປະເພດ 20 ກວ່າກະບອກ; ຮັກສາການເຄື່ອນໄຫວຂອງບັນດາໜ່ວຍຄຸ້ມຄອງເສັ້ນຊາຍແດນ, ຫຼັກໝາຍຊາຍແດນດ້ວຍຕົນເອງ ແລະໜ່ວຍຄຸ້ມຄອງຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍດ້ວຍຕົນເອງຂັ້ນບ້ານຢ່າງເປັນລະບຽບ. ຜ່ານນັ້ນ, ຮັກສາສະຖຽນລະພາບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະສະພາບການຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ.
ໃນໄລຍະ 2019-2024, ຄະນະພັກ, ອໍານາດການປົກຄອງຈາກເມືອງ ຮອດຕາແສງໃນບໍລິເວນເມືອງກວານເຊີນ ໄດ້ສົມທົບກັບຄ້າຍທະຫານຊາຍແດນປະຕິບັດວຽກງານຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດເປັນຢ່າງດີ. ພ້ອມກັນນັ້ນ, ຜັນຂະຫຍາຍການແຮກສ່ຽວລະຫວ່າງສອງຕາແສງເຊີນທຸຍ ແລະນາແມ່ວ ກັບກຸ່ມບ້ານນໍ້າງາ, ເມືອງວຽງໄຊ; ບ້ານຂາມ, ຕາແສງຕາມແທັງ ແຮກສ່ຽວກັບບ້ານປ່ຽນເຟືອ, ກຸ່ມເມືອງປາວ, ເມືອງຊໍາໃຕ້, ແຂວງຫົວພັນ. ໃນຊຸມປີຜ່ານມາ, ອໍານາດການປົກຄອງ ແລະປະຊາຊົນສອງຟາກຊາຍແດນໄດ້ປະຕິບັດບັນດາເອກະສານນິຕິກຳກ່ຽວກັບການຄຸ້ມຄອງ ແລະປົກປັກຮັກສາເຂດຊາຍແດນຫວຽດນາມ-ລາວ ເປັນຢ່າງດີ, ພ້ອມກັນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ປະຊາຊົນສອງຟາກໄດ້ສົມທົບກັນເຂົ້າຮ່ວມການຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳ... ແລກປ່ຽນປະສົບການໃນການພັດທະນາການລ້ຽງສັດ, ການຜະລິດ, ການປູກຝັງເປັນປະຈຳ, ເປັນຕົ້ນແມ່ນການໜູນຊ່ວຍບົດຮຽນປະສົບການ, ເຕັກນິກໃນການປູກຕົ້ນໄມ້ກະສິກຳ; ຮັກສາ ແລະເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອຂອງຊາດ.
ສະຫາຍ ເລືອງທິແຮ້ງ ເລຂາຄະນະພັກເມືອງກວານເຊີນ ໃຫ້ຮູ້ວ່າ ສາຍພົວພັນ, ນໍ້າໃຈມິດຕະພາບລະຫວ່າງຄະນະພັກ, ອຳນາດການປົກຄອງເມືອງກວານເຊີນ ກັບສອງເມືອງວຽງໄຊ, ເມືອງຊໍາໃຕ້, ແຂວງຫົວພັນ, ສປປ ລາວ ຍາມໃດກໍ່ໄດ້ຮັກສາ, ສະໜິດຕິດພັນ. ໃນວັນບຸນ, ບຸນເຕັດ ສອງຝ່າຍໄດ້ມາຢ້ຽມຢາມ, ອວຍພອນ ແລະມອບຂອງຂວັນທີ່ສະແດງໃຫ້ເຫັນນໍ້າໃຈມິດຕະພາບ ຫວຽດນາມ-ລາວ. ໃນໄລຍະ 2019-2024, ຄະນະພັກ, ອຳນາດການປົກຄອງເມືອງກວານເຊີນ ພ້ອມກັບກໍາລັງທະຫານຊາຍແດນສົມທົບກັບຄະນະພັກ, ອຳນາດການປົກຄອງເມືອງວຽງໄຊ, ເມືອງຊໍາໃຕ້ ຈັດຕັ້ງແນະນໍາດ້ານເຕັກນິກຢູ່ 12 ບ້ານດ້ວຍການເຂົ້າຮ່ວມຂອງປະຊາຊົນເກືອບ 2.000 ຄອບຄົວ ແລະພະນັກງານຂອງເມືອງວຽງໄຊ ປະມານ 110 ເທື່ອຄົນ ກ່ຽວກັບເຕັກນິກດຳນາເປັນແຖວ, ດ້ວຍເນື້ອທີ່ 60 ເຮັກຕາ ແລະໄດ້ເກັບກ່ຽວ; ໜູນຊ່ວຍເມືອງຊໍາໃຕ້ ພັດທະນາຊົນລະປະທານ, ຜະລິດກະສິກຳດ້ວຍຄ່າໃຊ້ຈ່າຍ 500 ລ້ານດົ່ງ. ບັນດາຕາແສງເຂດຊາຍແດນໃນບໍລິເວຍເມືອງກວານເຊີນ ໄດ້ສະໜັບສະໜູນກຸ່ມນໍ້າງ່າ, ເມືອງວຽງໄຊ ແລະກຸ່ມເມືອງປາວ, ເມືອງຊໍາໃຕ້ ດ້ວຍມູນຄ່າກວ່າ 100 ລ້ານດົ່ງ.
ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້ໃນການສ້າງຄວາມສາມັກຄີ, ມິດຕະພາບຢູ່ເຂດຊາຍແດນ, ຄະນະພັກ, ອຳນາດການປົກຄອງ ແລະກຳລັງປະກອບອາວຸດໃນບໍລິເວນເມືອງກວານເຊີນ ສືບຕໍ່ສຸມໃສ່ຊີ້ນຳ, ນຳພາຊາບຊຶມ, ປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ ກ່ຽວກັບໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີປະສິດທິຜົນ. ກຳນົດວ່າ ການກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ພື້ນຖານປ້ອງກັນຊາຍແດນທົ່ວປວງຊົນ, ກໍ່ສ້າງກຳລັງປະກອບອາວຸດປະຊາຊົນແມ່ນໜ້າທີ່ສຳຄັນ ແລະເປັນປະຈຳຂອງທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນ. ຮັກສາສະຖຽນລະພາບດ້ານການເມືອງ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂສະດວກເພື່ອສຸມໃສ່ພັດທະນາເສດຖະກິດ-ສັງຄົມ ຮັບປະກັນໃຫ້ເມືອງກວານເຊີນ ຍາມໃດກໍ່ໝັ້ນຄົງເຂັ້ມແຂງໃນທ່າຮົບປ້ອງກັນລວມຂອງແຂວງ, ຂອງທະຫານເຂດ ແລະທົ່ວປະເທດ.
ໂດຍ: ເຈິ່ນຮວ່ຽນ