ການຍູ້ແຮງວຽກງານສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປະຈໍາ, ແກ້ໄຂບັນດາກໍລະນີທີ່ກ່ຽວຂ້ອງເຖິງການເຄື່ອນໄຫວອາດຊະຍາກຳປະເພດຕ່າງໆຢູ່ເສັ້ນຊາຍແດນໄດ້ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ບ້ານໃກ້ເຮືອນຄຽງອັນດີງາມ, ການຮ່ວມມືຮອບດ້ານລະຫວ່າງທະຫານຊາຍແດນກັບກຳລັງທີ່ກ່ຽວຂ້ອງຂອງບັນດາປະເທດບ້ານໃກ້ເຮືອນຄຽງ.

ຕິດຕາມສະພາບການຕົວຈິງຢ່າງໃກ້ຊິດ, ດ້ວຍພະລາບົດບາດ, ໜ້າທີ່ທີ່ໄດ້ຮັບການມອບໝາຍ, ໃນໄລຍະຜ່ານມາ, ຄະນະພັກ, ກອງບັນຊາການທະຫານຊາຍແດນ ຫວຽດນາມ ໄດ້ຊີ້ນຳທະຫານຊາຍແດນບັນດາແຂວງທີ່ມີຊາຍແດນຕິດກັບຈີນ ເປັນເຈົ້າການສົມທົບກັບກໍາລັງທີ່ກ່ຽວຂ້ອງປະເທດເພື່ອນຢ່າງມີໄຫວພິບກ່ຽວກັບວຽກງານລາດຕະເວນສອງຝ່າຍໂດຍຜ່ານໜັງສືແຈ້ງເຊີນ, ໂທລະສັບ, ການພົບປະ ແລະແລກປ່ຽນໂດຍກົງ. ພົ້ນເດັ່ນແມ່ນໃນໄລຍະຜ່ານມາ, ກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມຄຸ້ມຄອງຍົກຍ້າຍປະຊາຊົນແຫ່ງຊາດຈີນ ໄດ້ສົມທົບກັນປະຕິບັດ "ສັນຍາຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງຕຳຫຼວດຈີນ ກ່ຽວກັບການສ້າງກົນໄກສົມທົບກັນປະຕິບັດກົດໝາຍ 3 ຂັ້ນໃນການຄວບຄຸມດ່ານຊາຍແດນ ແລະການຄຸ້ມຄອງຊາຍແດນທາງບົກ" ແລະນີ້ຖືວ່າ ເປັນຈຸດພົ້ນເດັ່ນໃນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງສອງປະເທດ.

leftcenterrightdel
ພາບປະກອບຈາກ bienphong.com.vn

ສອງຝ່າຍໄດ້ເປັນເຈົ້າການສົມທົບກັນຢ່າງຕັ້ງໜ້າໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ ແລະການເຄື່ອນໄຫວຜິດກົດໝາຍຢູ່ເຂດຊາຍແດນ ແລະດ່ານຊາຍແດນ, ຄື: ການລັກລອບຂົນສົ່ງສິນຄ້າຂ້າມຊາຍແດນ, ຢາເສບຕິດ, ການຄ້າມະນຸດ; ການຊື້-ຂາຍ, ຂົນສົ່ງອາວຸດ, ວັດຖຸລະເບີດຜິດກົດໝາຍ; ການເຂົ້າ-ອອກຜິດກົດໝາຍ, ການລາດຕະເວນ, ໂຄສະນາເຜີຍແຜ່ກົດໝາຍດ້ວຍສອງພາສາ... ບັນດາການເຄື່ອນໄຫວນີ້ໄດ້ປະກອບສ່ວນຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ດ່ານຊາຍແດນ ກໍ່ຄືຍົກສູງຄວາມຮັບຮູ້ຂອງປະຊາຊົນທີ່ຢູ່ສອງຝັ່ງຊາຍແດນ.

ຢູ່ເຂດຊາຍແດນ ຫວຽດນາມ-ລາວ, ຄະນະພັກ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຊີ້ນໍາໃຫ້ທະຫານຊາຍແດນ 10 ແຂວງ ທີ່ຢູ່ຕິດກັບຊາຍແດນ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນທີ່ມີເສັ້ນຊາຍແດນຮ່ວມກັນເພື່ອປະຕິບັດວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນທີ່ຢູ່ສອງຝັ່ງຊາຍແດນເຂົ້າຮ່ວມການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາເປັນຢ່າງດີ. ກໍາລັງທີ່ກ່ຽວຂ້ອງສອງປະເທດໄດ້ຜັນຂະຫຍາຍຫຼາຍມາດຕະການໂຄສະນາເຜີຍແຜ່ຢ່າງຄົບຊຸດໃຫ້ປະຊາຊົນທີ່ຢູ່ລຽບຕາມຊາຍແດນກ່ຽວກັບກົນອຸບາຍ, ເລ່ລ່ຽມຂອງກຳລັງສັດຕູ; ຜົນຮ້າຍຢ້ອນຫຼັງຂອງອາຊະຍາກຳຢາເສບຕິດ, ການຄ້າມະນຸດ, ການລັກລອບຄ້າຢາ...

ພິເສດແມ່ນສອງຝ່າຍໄດ້ສົມທົບກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳການຊື້-ຂາຍ, ຂົນສົ່ງຢາເສບຕິດຂ້າມຊາຍແດນຢ່າງມີປະສິດທິຜົນ. ໃນຊຸມປີຜ່ານມາ, ກໍາລັງທີ່ມີຮັບຜິດຊອບຂອງທະຫານຊາຍແດນຫວຽດນາມ ໄດ້ສົມທົບກັບກໍາລັງປົກປັກຮັກສາຊາຍແດນປະເທດເພື່ອນລາວ ເປີດການບຸກໂຈມຕີລະດັບສູງ, ທຳລາຍເສັ້ນທາງຂົນສົ່ງ, ເຮືອນຮັງຂອງກຸ່ມກໍ່ອາຊະຍາກຳຢາເສບຕິດຫຼາຍແຫ່ງ.

ຢູ່ເສັ້ນຊາຍແດນຫວຽດນາມ-ກໍາປູເຈຍ, ຕໍ່ໜ້າສະພາບການທີ່ສັບສົນ ແລະມີທ່າອ່ຽງນັບມື້ນັບເພີ່ມຂຶ້ນຂອງການຂົນສົ່ງຢາເສບຕິດຜິດກົດໝາຍຈາກກໍາປູເຈຍ ໄປຫວຽດນາມ, ກໍາລັງປ້ອງກັນ, ຕ້ານຢາເສບຕິດທະຫານຊາຍແດນຫວຽດນາມ ໄດ້ສົມທົບກັບກໍາລັງຕໍາຫຼວດກໍາປູເຈຍ ຈັດຕັ້ງ, ຕໍ່ສູ້ກັບການຊື້-ຂາຍຢາເສບຕິດຂ້າມຊາດ, ບັນດາຈຸດເຕົ້າໂຮມ, ການຂົນສົ່ງຢາເສບຕິດທີ່ຢູ່ສອງຝັ່ງຊາຍແດນ. ພ້ອມທັງຈັດຕັ້ງກອງປະຊຸມເປັນປະຈຳ, ສົມທົບກັນຢ່າງແໜ້ນແຟ້ນໃນການເຄື່ອນໄຫວດ້ານວິຊາການ, ຜ່ານນັ້ນ, ເພີ່ມເຕີມບົດຮຽນກ່ຽວກັບການປ້ອງກັນ, ຕ້ານ, ຕໍ່ສູ້ກັບອາດຊະຍາກຳຢາເສບຕິດ; ຍົກສູງກໍາລັງຄວາມສາມາດໃນການສືບສວນ, ດຳເນີນຄະດີອາດຊະຍາກຳຂ້າມຊາດ.

ນອກຈາກອາດຊະຍາກຳຢາເສບຕິດແລ້ວ, ອາດຊະຍາກຳປະເພດຕ່າງໆເຊັ່ນ: ການຊື້-ຂາຍ, ການຂົນສົ່ງບັ້ງໄຟດອກ, ການລັກລອບຄ້າມະນຸດ, ການສໍ້ໂກງການຄ້າຢູ່ເຂດຊາຍແດນນີ້ ຍັງຜັນແປຢ່າງສັບສົນ. ໃນໄລຍະຜ່ານມາ, ກຳລັງປ້ອງກັນຕ້ານຢາເສບຕິດ ແລະອາດຊະຍາກຳຂອງທະຫານຊາຍແດນຂອງບັນດາແຂວງທີ່ມີຊາຍແດນຕິດກັບ ກຳປູເຈຍ ໄດ້ຕໍ່ສູ້, ທຳລາຍ, ແກ້ໄຂບັນດາການກະທຳລະເມີດ. ໃນນັ້ນ, ພົ້ນເດັ່ນແມ່ນບັນດາການເຄື່ອນໄຫວ ລັກລອບຄ້າຢາສູບ, ນ້ຳຕານ, ສິນຄ້າເອເລັກໂຕນິກ, ເຄື່ອງໃຊ້ໃນຄອບຄົວ.

ສາມາດຢັ້ງຢືນໄດ້ວ່າ ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງທະຫານຊາຍແດນຫວຽດນາມ ກັບກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນ 3 ປະເທດ ຈີນ - ລາວ - ກໍາປູເຈຍ ໃນໄລຍະຜ່ານມາ ໄດ້ສ້າງຂີດໝາຍສໍາຄັນໃນວຽກງານຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບປອດໄພຢູ່ເຂດຊາຍແດນແຫ່ງຊາດ ແລະຕໍ່ສູ້ສະກັດກັ້ນອາດຊະຍາກຳ, ປະກອບສ່ວນສ້າງສາຊາຍແດນໃຫ້ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພ້ອມກັນພັດທະນາ.

ໂດຍ: ຈາງຫງວຽນ