ສາຍຈິດມິດໃຈຕໍ່ປະຊາຊົນ

ເກືອບ 7 ໂມງເຊົ້າ, ປະຊາຊົນໄດ້ເຂົ້າຮ່ວມພິທີເປີດສະຫຼອງ ແລະມອບ-ຮັບກິດຈະກໍານໍ້າປະປາ ໂດຍພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ເປັນຜູ້ກ່າວມອບ, ຮັບຂອງຂວັນ ແລະຕັດຜົມໂດຍບໍ່ເສຍຄ່າຈາກທະຫານຊາຍແດນ. ນາຍບ້ານ ບຸນເທິນ ແກ້ວອຸທຽນ ທັງຫົວຍິ້ມທີ່ສົດໃສທັງກ່າວວ່າ: “ບ້ານລາໄລອາຊອຍ ຮູ້ສຶກດີໃຈຫຼາຍຍ້ອນໄດ້ຮັບກິດຈະກໍານໍ້າປະປາ, ຮັບຂອງຂວັນ ແລະໄດ້ຕັດຜົມໂດຍບໍ່ເສຍຄ່າຈາກພວກອ້າຍຢູ່ຄ້າຍທະຫານຊາຍແດນດ່ານສາກົນລາໄລ. ຕາງໜ້າພໍ່ແມ່ປະຊາຊົນ, ຂ້າພະເຈົ້າ ຂໍຂອບໃຈຄ້າຍທະຫານຊາຍແດນດ່ານສາກົນລາໄລ ເປັນຢ່າງຍິ່ງ”.

ບ້ານລາໄລອາຊອຍ ມີ 49 ຄົວເຮືອນ/259 ຄົນ, ກວ່າ 85% ຈໍານວນຄອບຄົວຢູ່ທີ່ນີ້ປະສົບກັບຄວາມຫຍຸ້ງຍາກພິເສດ. ນັບແຕ່ເມື່ອບ້ານລາໄລ (ຕາແສງອາງໍ, ເມືອງດັກຣົງ, ແຂວງກວາງຈິ້) ຈັດຕັ້ງການແຮກສ່ຽວ ແລະຄ້າຍທະຫານຊາຍແດນດ່ານສາກົນລາໄລ ເອົາໃຈໃສ່, ຊ່ວຍເຫຼືອ, ປະຊາຊົນບ້ານລາໄລອາຊອຍ ໄດ້ຮູ້ຈັກເຖິງການປູກຕົ້ນສະນັດ ເພື່ອເພີ່ມລາຍຮັບ ແລະຫຼຸດຜ່ອນການຕັດໄມ້ທຳລາຍປ່າເພື່ອເຮັດໄຮ່. ເຖິງຢ່າງໃດກໍ່ຕາມ, ນັບແຕ່ດົນນານມາແລ້ວ, ປະຊາຊົນເຄີຍນໍາໃຊ້ນ້ຳທຳມະຊາດຢູ່ຫ້ວຍນ້ອຍໆໃກ້ກັບບ້ານ ເພື່ອຮັບໃຊ້ໃນການດໍາລົງຊີວິດປະຈໍາວັນ. ຍ້ອນນ້ຳບໍ່ຮັບປະກັນສຸຂະອະນາໄມ, ສະນັ້ນເກືອບຄືວ່າປີໃດບັນດາພະຍາດກ່ຽວກັບຕາ ແລະລະລາຍກໍ່ເກີດຂຶ້ນໃນໝູ່ບ້ານ.

leftcenterrightdel
ການນໍາຄ້າຍທະຫານຊາຍແດນດ່ານສາກົນລາໄລ ມອບກິດຈະກໍານໍ້າປະປາໃຫ້ປະຊາຊົນບ້ານລາໄລອາຊອຍ. ພາບ: ຫງວຽນແທັ່ງຟຸ

ດ້ວຍສາຍຈິດມິດໃຈຂອງທະຫານຊາຍແດນຫວຽດນາມ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ໄດ້ສະໝັກໃຈບໍລິຈາກເງິນເດືອນ 1 ວັນ ແລະເຊື່ອມຕໍ່ກັບຜູ້ມີໃຈບຸນໃຈກຸສົນເພື່ອກໍ່ສ້າງກິດຈະກໍານໍ້າປະປາ, ລວມມີ: ເຈາະນໍ້າບາດານ, ທໍ່ນໍ້າ, ລະບົບທໍ່ສົ່ງນໍ້າຊ່ວຍເຫຼືອປະຊາຊົນບ້ານລາໄລອາຊອຍ. ລວມຍອດມູນຄ່າເກືອບ 100 ລ້ານດົ່ງ.

ເຂົ້າຮ່ວມພິທີເປີດສະຫຼອງ ແລະມອບ-ຮັບກິດຈະກໍານໍ້າປະປາຢູ່ບ້ານລາໄລອາຊອຍ, ທ່ານ ບາເລ ບຸນສາວາງ ຮອງເຈົ້າເມືອງສະໝ້ວຍ ໃຫ້ຮູ້ວ່າ: ກິດຈະກໍາລະບົບນ້ຳປະປາໂດຍພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ມອບໃຫ້ປະຊາຊົນບ້ານລາໄລອາຊອຍ ມີຄວາມໝາຍທີ່ສຸດ, ສະແດງໃຫ້ເຫັນຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງທະຫານຊາຍແດນຫວຽດນາມ ແລະປະຊາຊົນທ້ອງຖິ່ນພວກຂ້າພະເຈົ້າ ບົນຈິດໃຈສາມັກຄີ, ມິດຕະພາບແບບພິເສດ ເພື່ອພ້ອມກັນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ”.

ນໍ້າໃຈສາມັກຄີຖານສະຫາຍ

ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ຢູ່ຊາຍແດນລາໄລ ຍັງໄດ້ສະແດງໃຫ້ເຫັນໃນບັນດາກໍາລັງປະຕິບັດໜ້າທີ່ປົກປັກຮັກສາເສັ້ນຊາຍແດນ, ດ່ານຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດຂອງສອງປະເທດເມື່ອການແຮກສ່ຽວລະຫວ່າງບັນດາຄ້າຍ, ປ້ອມສອງຝ່າຍຊາຍແດນໄດ້ຮັບການຜັນຂະຫຍາຍ. ຈາກຂະບວນການແຮກສ່ຽວນີ້, ການຢ້ຽມຢາມຖາມຂ່າວ, ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງກົມກອງນໍາກັນສະແດງໃຫ້ເຫັນສາຍພົວພັນສະໜິດຕິດພັນຖານອ້າຍນ້ອງນໍາກັນ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ແລະກອງຮ້ອຍທະຫານຊາຍແດນ 511 ພ້ອມກັນລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາຊາຍແດນ. ພາບ: ຫງວຽນແທັ່ງຟຸ

ກອງຮ້ອຍທະຫານຊາຍແດນ 511 (ຂຶ້ນກັບກອງບັນຊາການທະຫານແຂວງສາລະວັນ) ຕັ້ງທັບຢູ່ເມືອງສະໝ້ວຍ ຍ້ອນເງື່ອນໄຂດ້ານທຶນຮອນ, ຄ້າຍທະຫານຂອງກົມກອງຖືກຊຸດໂຊມ, ບ່ອນກິນບ່ອນຢູ່, ອຸປະກອນ, ເຄື່ອງມືຮັບໃຊ້ໃນການດໍາເນີນຊີວິດ, ການຝຶກແອບຂອງພະນັກງານ, ນັກຮົບຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ເປັນຕົ້ນແມ່ນໃນລະດູຝົນ ແລະພາຍຸ. ຕໍ່ໜ້າຄວາມຫຍຸ້ງຍາກຂອງກົມກອງເພື່ອນລາວ, ຄະນະພັກ, ກອງບັນຊາການຄ້າຍທະຫານຊາຍແດນດ່ານສາກົນລາໄລ ໄດ້ປຶກສາຫາລື ແລະເຫັນດີກັບກອງບັນຊາການຄ້າຍທະຫານຊາຍແດນອາວາວ ມອບຊີມັງ 7 ໂຕນ ໃຫ້ກອງຮ້ອຍທະຫານຊາຍແດນ 511 (ສະເພາະຄ້າຍທະຫານຊາຍແດນດ່ານສາກົນລາໄລ ມອບຊີມັງ 5 ໂຕນ) ເພື່ອສ້ອມແປງ, ຍົກລະດັບຄ້າຍທະຫານ ແລະກໍ່ສ້າງເຂດຝຶກແອບກຳລັງກາຍ ແລະສະໜາມກິລາ. ທ່ານພັນໂທ ບຸນມາກ ແສງສັກສິດ, ຫົວໜ້າກອງຮ້ອຍທະຫານຊາຍແດນ 511 ແບ່ງປັນວ່າ: ສໍາລັບພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ 511, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ກໍ່ຄືດັ່ງຍາດຕິພີ່ນ້ອງ, ອ້າຍນ້ອງຄີງໄດ້ຊ່ວຍເຫຼືອກົມກອງຫຼາຍທີ່ສຸດ, ໃນຂະບວນການສົມທົບວຽກງານ ກໍ່ຄືໃນຊີວິດປະຈໍາວັນ".

ທ່ານພັນເອກ ຟານແທັງຮວ່າງ, ຫົວໜ້າຄ້າຍທະຫານຊາຍແດນດ່ານສາກົນ ລາໄລ ໃຫ້ຮູ້ວ່າ: “ເຖິງວ່າກົມກອງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ພວກຂ້າພະເຈົ້າ ຍາມໃດກໍ່ພ້ອມແລ້ວທີ່ຈະຊ່ວຍເຫຼືອບັນດາກໍາລັງ, ກົມກອງ ແລະປະຊາຊົນປະເທດເພື່ອນລາວ ທັງດ້ານຈິດໃຈ ແລະວັດຖຸ; ເພື່ອພ້ອມກັນປົກປັກຮັກສາອະທິປະໄຕ, ເອກະລາດຂອງແຕ່ລະປະເທດ. ຂອງຂວັນອັນລໍ້າຄ່າທີ່ສຸດທີ່ພວກຂ້າພະເຈົ້າໄດ້ຮັບຈາກປະຊາຊົນ ແລະກໍາລັງປົກປັກຮັກສາດ່ານຊາຍແດນ, ຊາຍແດນປະເທດເພື່ອນລາວນັ້ນແມ່ນຮອຍຍິ້ມ, ແມ່ນແສງຕາ, ແມ່ນຄວາມເຊື່ອໝັ້ນ ແລະສາຍພົວພັນສະໜິດຕິດພັນຄືອ້າຍນ້ອງໃນຄອບຄົບຄົວດ່ຽວກັນ”.

ພວກຂ້າພະເຈົ້າ ອຳລາປະຊາຊົນບ້ານລາໄລອາຊອຍ, ພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ 511 ເພື່ອກັບຄືນສາຍພູຫຼວງຕາເວັນອອກ. ການກະທຳທີ່ເຕັມໄປດ້ວຍຄວາມຮັກເພງຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານສາກົນລາໄລ ໃຫ້ແກ່ປະຊາຊົນ ແລະກົມກອງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ ໄດ້ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ, ເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ໃນສະພາບການໃໝ່ເລິກເຊິ່ງກວ່າອີກ.

ໂດຍ: ເຈິ່ນຮວ່ຽນ