ຄະນະປະຕິບັດງານ ໄດ້ລົງກວດກາຕົວຈິງຢູ່ເຂດດ່ານຊາຍແດນ ລອງເຊິບ, ຄ້າຍທະຫານຊາຍແດນ ດ່ານຊາຍແດນ ລອງເຊິບ, ໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ ລອງເຊິບ, ສໍານັກງານປົກຄອງເມືອງມົກເຈົາ... ຜ່ານການກວດກາ, ການນໍາກອງບັນຊາການທະຫານຊາຍແດນ ໄດ້ຊົມເຊີຍ ແລະຮັບຮູ້ນ້ຳໃຈຄວາມຮັບຜິດຊອບຂອງພະນັກງານ, ນັກຮົບບັນດາກົມກອງທີ່ໄດ້ຮັບມອບໝາຍໜ້າທີ່ຮັບໃຊ້ງານພົບປະແລກປ່ຽນ ໄດ້ມານະພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກທາງດ້ານພູມສາດ, ສະພາບດິນຟ້າອາກາດ, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມກະກຽມທຸກດ້ານຢ່າງຮອບຄອບຖີ່ຖ້ວນ.

leftcenterrightdel
ຄະນະປະຕິບັດງານ ລົງກວດກາຕົວຈິງວຽກງານກະກຽມ ຢູ່ຄ້າຍທະຫານຊາຍແດນ ດ່ານຊາຍແດນລອງເຊິບ, ທະຫານຊາຍແດນແຂວງເຊີນລາ. ພາບ: bienphong.com.vn
leftcenterrightdel
ຄະນະປະຕິບັດງານ ລົງກວດກາຕົວຈິງ ຢູ່ໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ ລອງເຊິບ. ພາບ: bienphong.com.vn
leftcenterrightdel
ຄະນະປະຕິບັດງານ ມອບຂອງຂວັນລະດົມກໍາລັງໃຈພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ດ່ານຊາຍແດນລອງເຊິບ, ທະຫານຊາຍແດນແຂວງເຊີນລາ. ພາບ: bienphong.com.vn
leftcenterrightdel
ຄະນະປະຕິບັດງານ ມອບຂອງຂວັນລະດົມກໍາລັງໃຈພະນັກງານ, ຄູອາຈານ ແລະນັກຮຽນໂຮງຮຽນເຄິ່ງກິນນອນຊົນເຜົ່າປະຖົມ ແລະມັດທະຍົມຕອນຕົ້ນ ລອງເຊິບ. ພາບ: bienphong.com.vn
leftcenterrightdel
ຄະນະປະຕິບັດງານ ມອບຂອງຂວັນລະດົມກໍາລັງໃຈບັນດາກໍາລັງເຂົ້າຮ່ວມການຝຶກຊ້ອມປະສົມຈັບອາດຊະຍາກໍາຢາເສບຕິດຂ້າມຊາຍແດນ ຫວຽດນາມ-ລາວ. ພາບ: bienphong.com.vn

ທ່ານພົນຕີ ເລດຶກຖ໊າຍ ໃສ່ໃຈວ່າ ເວລາທີ່ເຮັດວຽກງານກະກຽມໃຫ້ລາຍການຍັງບໍ່ຫຼາຍ, ບັນດາອົງການ, ກົມກອງຕ້ອງປະຕິບັດຕາມພາລະບົດບາດ, ໜ້າທີ່ທີ່ໄດ້ຮັບມອບໝາຍ, ປະຕິບັດບັນດາວຽກງານທີ່ຄະນະກວດກາໄດ້ຊີ້ອອກຢ່າງຮີບເຮັ່ງ, ຮັບປະກັນໃຫ້ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນລາວ-ລາວ ຄັ້ງທີ 2 ປະສົບຜົນສໍາເລັດຢ່າງຈົບງາມ.

ໂດຍ: ທູຈາງ