ການພົວພັນມິດຕະພາບຫວຽດນາມ - ລາວ ໄດ້ຮັບການກໍ່ສ້າງໂດຍປະທານ ໂຮ່ຈີມິນ, ປະທານໄກສອນ ພົມວິຫານ ແລະປະທານສຸພານຸວົງ ແລະໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆຂອງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ, ແມ່ນແບບຢ່າງທີ່ໃສແຈ້ງ,  ຫາຍາກກ່ຽວກັບຄວາມສາມັກຄີທີ່ຊື່ສັດບໍລິສຸດ. ຕາມທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ແລ້ວ, ນີ້ແມ່ນຄວາມຈິງປະຫວັດສາດໄດ້ຢັ້ງຢືນພິສູດມາແລ້ວ. ທ່ານນາງ  ຄຳເພົາ ເອີນທະວັນ ໄດ້ແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນວ່າ “ຄວາມສາມັກຄີລະຫວ່າງ ຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ແມ່ນພິເສດ, ມີ 1 ບໍ່ມີ 2 ໃນໂລກ. ນັ້ນເປັນສາຍພົວພັນທີ່ສະໜິດແໜ້ນ, ຊື່ສັດບໍລິສຸດ, ຍາມໃດກໍ່ສະຫງວນໃຫ້ກັນການສະໜັບສະໜູນ ແລະຊ່ວຍເຫຼືອ ເຊິ່ງກັນ ແລະກັນທີ່ຍິ່ງໃຫຍ່, ລໍ້າຄ່າ, ສຸດຈິດສຸດໃຈ. ໃນໄລຍະທາງປະຫວັດສາດຕ້ານສັດຕູໂຕດຽວກັນ, ສອງປະເທດໄດ້ຄຽງບ່າຄຽງໄຫຼ່, ແບ່ງທຸກແບ່ງສຸກ, ເສຍສະຫຼະເລືອດເນື້ອໃຫ້ກັນ ແລະກັນ, ນໍາສາຍພົວພັນມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ກາຍເປັນຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ.”

leftcenterrightdel
ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ, ວັນທີ 3 ກໍລະກົດ 2024. ພາບ: qdnd.vn

ໂດຍສືບທອດມູນເຊື້ອການປະຕິວັດທີ່ອົງອາດກ້າຫານ, ພາຍໃຕ້ແສງສະຫວ່າງເຍືອງທາງຂອງລັດທິມາກ - ເລນິນ ແລະແນວຄິດໂຮ່ຈີມິນ ຢູ່ຫວຽດນາມ; ລັດທິມາກ-ເລນິນ ແລະແນວຄິດໄກສອນ ພົມວິຫານ ຢູ່ລາວ, ຫວຽດນາມ ແລະລາວ ຍາມໃດກໍ່ໃຫ້ບຸລິມະສິດ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນພາລະກິດປ່ຽນແປງໃໝ່, ສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດ, ເພື່ອຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ທ່ານນາງ ຄຳເພົາ ເອີນທະວັນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ເຖິງວ່າສະພາບການໂລກ ແລະພາກພື້ນສືບຕໍ່ມີການຜັນແປຢ່າງວ່ອງໄວ ແລະຍາກທີ່ຄາດຄະເນລ່ວງໜ້າໄດ້ກໍ່ຕາມ, ແຕ່ພາຍໃຕ້ການນຳພາຂອງສອງພັກ, ການຄຸ້ມຄອງຂອງສອງລັດຖະບານ ແລະການຕິດຕາມຂອງສອງສະພາແຫ່ງຊາດ ຫວຽດນາມ - ລາວ, ລາວ-ຫວຽດນາມ ພວມໃນທ່າພັດທະນາຢ່າງດີງາມ ແລະບັນລຸໄດ້ບັນດາຜົນງານສຳຄັນໃນຫຼາຍຂົງເຂດ, ນັບແຕ່ດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການທູດຈົນຮອດດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ບຳລຸງສ້າງ, ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບເຄື່ອງທີ່ລະນຶກໃຫ້ແກ່ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ, ວັນທີ 3 ກໍລະກົດ 2024. ພາບ: qdnd.vn

ທ່ານນາງ ຄໍາເພົາ ເອີນທະວັນ ຢືນຢັນວ່າ “ບັນດາຜົນງານທີ່ບັນລຸໄດ້ນັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ພັດທະນາເສດຖະກິດ - ສັງຄົມ, ນຳເອົາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ, ເພີ່ມທະວີການພົວພັນສາມັກຄີແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ, ຍົກສູງບົດບາດ ແລະທີ່ຕັ້ງຂອງ 2 ປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ, ກາຍເປັນແບບຢ່າງທີ່ໃສແຈ້ງໃນການພົວພັນສາກົນ. ການພົວພັນແບບພິເສດລະຫວ່າງສອງປະເທດລາວ-ຫວຽດນາມ ໄດ້ຝັງເລິກໃນດວງໃຈຂອງປະຊາຊົນສອງປະເທດຕະຫຼອດໄປ.

ໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ລາວ ແລະລາວ - ຫວຽດນາມ, ການຮ່ວມມືລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ໄດ້ສວມບົດບາດເປັນເສົາຄ້ຳສຳຄັນ. ໃນພາລະກິດຕໍ່ສູ້ ແລະປ້ອງກັນປະເທດຊາດ, ກອງທັບສອງປະເທດໄດ້ຄຽງບ່າຄຽງໄຫຼ່ໃນສະໜາມຮົບ, ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ຫຼາຍຢ່າງ. ໃນຍຸກສັນຕິພາບ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ຕາມທ່ານພັນເອກ ວຽງໄຊ ສຸລິວົງ, ທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ແລ້ວ, ບົນພື້ນຖານອະນຸສັນຍາ ແລະແຜນການຮ່ວມມືປະຈຳປີ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ດ້ວຍບັນດາໝາກຜົນພົ້ນເດັ່ນໃນຫຼາຍຂົງເຂດ ຄື: ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ; ການບໍາລຸງສ້າງ, ຝຶກອົບຮົມ; ວຽກງານພັກ, ວຽກງານການເມືອງ; …

ທ່ານພັນເອກ ວຽງໄຊ ສຸລິວົງ ຊີ້ແຈ້ງວ່າ ໃນຊຸມປີມໍ່ໆມານີ້, ພາຍໃຕ້ການນໍາພາຂອງສອງພັກ, ການຮ່ວມມືດ້ານປ້ອງກັນຊາດສອງປະເທດສືບຕໍ່ມີບາດກ້າວພັດທະນາໃໝ່, ປະກອບສ່ວນຢ່າງແທດຈິງເຂົ້າໃນການເພີ່ມພູນຄູນສ້າງການພົວພັນສາມັກຄີແບບພິເສດ, ສະໜິດຕິດພັນ,  ສັດຊື່,  ບໍລິສຸດຜຸດຜ່ອງ, ເປັນແບບຢ່າງ ແລະຫາຍາກລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ. ໃນໄລຍະຈະມາເຖິງ, ຄາດວ່າ ສະພາບການໃນໂລກ ແລະພາກພື້ນຈະສືບຕໍ່ຜັນແປຢ່າງວ່ອງໄວ, ສັບສົນ ແລະຍາກທິ່ຈະຄາດຄະເນລ່ວງໜ້າໄດ້, ເພື່ອໃຫ້ການຮ່ວມມືດ້ານປ້ອງກັນຊາດຂອງສອງຝ່າຍສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາຂຶ້ນສູ່ລະດັບສູງໃໝ່, ກອງທັບສອງປະເທດຕ້ອງສຸມໃສ່ຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ຮັບການຕົກລົງເຫັນດີໃນອະນຸສັນຍາ ແລະແຜນການຮ່ວມມືປະຈຳປີ”.

leftcenterrightdel
ທ່ານພົນເອກ ຟານວັນຢາງ ພ້ອມກັບທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ແລະບັນດາຜູ້ແທນທີ່ການຕ້ອນຮັບ ຢູ່ສໍານັກງານກະຊວງປ້ອງກັນປະເທດ, ວັນທີ 3 ກໍລະກົດ 2024. ພາບ: qdnd.vn

ເນັ້ນໜັກເຖິງການຮ່ວມມືຄຸ້ມຄອງ ແລະປົກປັກຮັກສາຊາຍແດນທີ່ເປັນຈຸດພົ້ນເດັ່ນໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ທ່ານພັນເອກ ວຽງໄຊ ສຸລິວົງ ໃຫ້ຮູ້ວ່າ: ລາວ ແລະຫວຽດນາມ ພວມຕັ້ງໜ້າກະກຽມຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຄັ້ງທີ 2. ໃນໄລຍະຜ່ານມາ, ວຽກງານກະກຽມຈັດຕັ້ງໄດ້ຮັບຄວາມເອົາໃຈໃສ່ເປັນປົກກະຕິ ແລະຊີ້ນຳຢ່າງໃກ້ຊິດຈາກທຸກຂັ້ນ, ໂດຍກົງ ແລະ ເປັນປະຈຳແມ່ນກະຊວງປ້ອງກັນປະເທດສອງປະເທດ. ການນຳກະຊວງປ້ອງກັນປະເທດສອງປະເທດໄດ້ລົງສຳຫຼວດແລະກວດກາວຽກງານກະກຽມໂດຍກົງ.

ບັນດາອົງການເຈົ້າໜ້າທີ່ພາຍໃນ ແລະນອກກອງທັບກໍ່ຄືບັນດາທ້ອງຖິ່ນທີ່ກ່ຽວຂ້ອງຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍວຽກງານຢ່າງຄົບຊຸດ. ທ່ານພັນເອກ ວຽງໄຊ ສຸລິວົງ ກ່າວວ່າ  “ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ໄດ້ກຳນົດແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດສອງຝ່າຍສຳຄັນແຖວໜ້າຂອງ 2 ປະເທດໃນປີ 2024. ໃນຖານະທີ່ເປັນຜູ້ທີ່ເຂົ້າຮ່ວມວຽກງານ ກະກຽມໂດຍກົງ, ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດຕໍ່ຄວາມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນຂອງຝ່າຍຫວຽດນາມ ເພື່ອແນໃສ່ປະກອບສ່ວນຮັບປະກັນຜົນສໍາເລັດຂອງການພົບປະແລກປ່ຽນ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມຂອງສອງປະເທດ, ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ຈະບັນລຸຜົນສຳເລັດຢ່າງຈົບງາມ, ເປີດໜ້າປະຫວັດສາດໃໝ່ໃນ ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ.

ໂດຍ: ທະນາພອນ