ໃນໄລຍະ 1 ເດືອນ, ນັກສໍາມະນາກອນ ໄດ້ປະກອບຄວາມຮູ້ກ່ຽວກັບວຽກງານຄຸ້ມຄອງ, ປ້ອງກັນຊາຍແດນ, ວຽກງານການທະຫານ, ວິຊາສະເພາະການປ້ອງກັນຊາຍແດນ. ນອກຈາກນັ້ນ, ນັກສໍາມະນາກອນ ຍັງໄດ້ໄປຢ້ຽມຢາມທັດສະນີຍະພາບໃນບໍລິເວນແຂວງເງະອານ; ພົບປະແລກປ່ຽນ, ແລກປ່ຽນບົດຮຽນກັບບັນດາກົມກອງຂຶ້ນກັບທະຫານຊາຍແດນແຂວງເງະອານ. ໃນໄລຍະຝຶກອົບຮົມ, ນັກສໍາມະນາກອນ ໄດ້ຕັ້ງໜ້າຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມສໍາເລັດເນື້ອໃນຫຼັກສູດຝຶກອົບຮົມໂດຍຄະນະຈັດຕັ້ງ ໄດ້ວາງອອກ. ຜ່ານການກວດກາ, ຕີລາຄາໝາກຜົນ ເຫັນວ່າ, ນັກສໍາມະນາກອນ 100%  ບັນລຸໄດ້ຜົນດີ ຫຼືດີເລີດ.

leftcenterrightdel
ທ່ານພັນເອກພິເສດ ເລຍືເກືອງ ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງເງະອານ ມອບໃບຢັ້ງຢືນສໍາເລັດຊຸດຝຶກອົບຮົມໃຫ້ນັກສໍາມະນາກອນທະຫານຊາຍແດນລາວ. ພາບ: ເລແທັ້ກ

ກ່າວຄໍາເຫັນທີ່ພິທີປິດຊຸດຝຶກອົບຮົມ, ທ່ານພັນເອກພິເສດ ໂຮ່ກວຽດຖັ໋ງ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນແຂວງເງະອານ ຢືນຢັນວ່າ: ຊຸດຝຶກອົບຮົມໄດ້ສໍາເລັດຕາມລາຍການ, ແຜນການທີ່ໄດ້ວາງອອກ, ຮັບປະກັນຄວາມປອດໄພໃນທຸກດ້ານ, ປະກອບສ່ວນຍົກສູງດ້ານວິຊາສະເພາະໃນວຽກງານຄຸ້ມຄອງ, ປ້ອງກັນຊາຍແດນໃຫ້ພະນັກງານທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານ 2 ແຂວງປະເທດເພື່ອນລາວ; ຊ່ວຍຍົກສູງຄຸນນະພາບວຽກງານສົມທົບກັນໃນການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດຂອງສອງຝ່າຍໃນໄລຍະຈະມາເຖິງ, ພ້ອມກັນກໍ່ສ້າງເສັ້ນຊາຍແດນມິດຕະພາບ, ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ, ເສີມສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ.

ທີ່ພິທີປິດ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ມອບໃບຢັ້ງຢືນສໍາເລັດລາຍການຝຶກອົບຮົມໃຫ້ນັກສໍາມະນາກອນ; ຍ້ອງຍໍຊົມເຊີຍໃຫ້ແກ່ 5 ບຸກຄົນທີ່ມີຜົນງານດີເດັ່ນໃນການຝຶກອົບຮົມ.

ໂດຍ: ເຈິ່ນຮວ່ຽນ