ສົມທົບກັນລາດຕະເວນ, ຄວບຄຸມການຄຸ້ມຄອງ ແລະປົກປັກຮັກສາເຂດຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ

ໂດຍແມ່ນແຂວງຊາຍແດນຕິດກັບລາວ, ແຂວງເງະອານ ມີເສັ້ນຊາຍແດນຍາວ 468,281 ກິໂລແມັດ ຕິດກັບ 3 ແຂວງຂອງປະເທດເພື່ອນລາວ, ຄື: ແຂວງຊຽງຂວາງ, ຫົວພັນ ແລະບໍລິຄຳໄຊ. ໃນຊຸມປີຜ່ານມາ, ກຳລັງເຈົ້າໜ້າທີ່ປ້ອງກັນຊາຍແດນຂອງສອງຝ່າຍໄດ້ສົມທົບກັນເປັນປະຈຳ ເພື່ອຈັດຕັ້ງການລາດຕະເວນສອງຝ່າຍ, ການພົບປະ, ແລກປ່ຽນສະພາບການ, ແຈ້ງໃຫ້ກັນຊາບກ່ຽວກັບຂ່າວ, ສະພາບການທີ່ກ່ຽວຂ້ອງເຖິງອະທິປະໄຕຜືນແຜ່ນດິນ ແລະຄວາມໝັ້ນຄົງຢູ່ເຂດຊາຍແດນ, ຜ່ານນັ້ນ,  ສົມທົບກັນແກ້ໄຂບັນດາກໍລະນີທີ່ເກີດຂຶ້ນຢ່າງທັນການ. ກຳລັງເຈົ້າໜ້າທີ່ສອງຟາກຊາຍແດນໄດ້ປະຕິບັດວຽກງານໂຄສະນາເຜີຍແຜ່, ລາດຕະເວນ, ຄວບຄຸມ, ຄຸ້ມຄອງບໍລິຫານ, ປົກປັກຮັກສາຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ.

leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງເງະອານ ມອບຂອງຂວັນທີ່ລະນຶກໃຫ້ກອງບັນຊາການທະຫານແຂວງຫົວພັນ ທີ່ກອງປະຊຸມວຽກງານຄຸ້ມຄອງປົກປັກຮັກສາຊາຍແດນ ແລະຕໍ່ສູ້ຕ້ານອາດຊະຍາກຳ. ພາບ: ເລແທກ

ຫວ່າງແລ້ວນີ້, ວັນທີ 15 ແລະ 16 ພຶດສະພາ, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບກອງບັນຊາການທະຫານແຂວງຊຽງຂວາງ ຈັດຕັ້ງການລາດຕະເວນສອງຝ່າຍຢູ່ເຂດຊາຍແດນແຕ່ຫຼັກໝາຍທີ່ 406 ຫາຫຼັກໝາຍ 409 ເສັ້ນຊາຍແດນຫວຽດນາມ-ລາວ.

ໂດຍໄດ້ຮູ້ວ່າ, ນີ້ແມ່ນຄັ້ງທຳອິດທີ່ກອງບັນຊາການທະຫານຊາຍແດນເງະອານ ແລະກອງບັນຊາການທະຫານແຂວງຊຽງຂວາງ ໄດ້ຈັດຕັ້ງການລາດຕະເວນຊາຍແດນສອງຝ່າຍຂັ້ນແຂວງ. ການລາດຕະເວນຄັ້ງນີ້ ເພື່ອແນໃສ່ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງຝ່າຍໃນການຄຸ້ມຄອງ ແລະປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ຊາຍແດນ, ປະກອບສ່ວນປັບປຸງການພົວພັນຮ່ວມມື, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດເວົ້າລວມ ແລະກອງບັນຊາການທະຫານຊາຍແດນແຂວງເງະອານ ແລະກອງບັນຊາການທະຫານແຂວງຊຽງຂວາງ ເວົ້າສະເພາະ.

ຜ່ານການລາດຕະເວນເພື່ອຄົ້ນພົບ ແລະສົມທົບກັນແກ້ໄຂບັນດາກໍລະນີລະເມີດສັນຍາກ່ຽວກັບກົດຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກ ຫວຽດນາມ-ລາວ ຢ່າງທັນການ. ມາຮອດປະຈຸບັນ, 8 ຄ້າຍທະຫານຊາຍແດນຂຶ້ນກອງບັນຊາການທະຫານຊາຍແດນເງະອານ ໄດ້ແຮກສ່ຽວກັບ 7 ກອງຮ້ອຍທະຫານຊາຍແດນ ແລະ 1 ຄ້າຍຕໍາຫຼວດດ່ານຊາຍແດນຂອງປະເທດເພື່ອນລາວ. ຜ່ານບັນດາການເຄື່ອນໄຫວແຮກສ່ຽວໄດ້ຊຸກຍູ້ການພົວພັນສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນເມື່ອປະສົບກັບຄວາມຫຍຸ້ງຍາກ, ສົມທົບກັນປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ສອງຟາກຊາຍແດນໄວ້ຢ່າງໝັ້ນຄົງ.

ໂດຍແມ່ນສອງແຂວງຊາຍແດນຕິດຈອດກັນ, ກໍາລັງເຈົ້າໜ້າທີ່ຂອງແຂວງດ້ຽນບຽນ ແລະແຂວງຜົ້ງສາລີ ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ກໍາລັງປ້ອງກັນຊາຍແດນຂອງສອງປະເທດເພີ່ມທະວີວຽກງານໂຄສະນາອົບຮົມ, ສຶກສາ, ຂົນຂວາຍປະຊາຊົນຢູ່ເຂດຊາຍແດນເພື່ອປະຕິບັດສັນຍາວ່າດ້ວຍກົດລະບຽບການຄຸ້ມຄອງຊາຍແດນທາງບົກ ຫວຽດນາມ-ລາວ ຢ່າງເຂັ້ມງວດ.

ສອງຝ່າຍສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານ, ສະພາບການກ່ຽວຂ້ອງເຖິງຊາຍແດນ ແລະວຽກງານຕໍ່ສູ້ຕ້ານອາດຊະຍາກຳເປັນປະຈໍາ; ເພີ່ມທະວີການລາດຕະເວນຊາຍແດນ, ຄວບຄຸມ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ກໍ່ສ້າງເສັ້ນຊາຍແດນ ສາມັກຄີ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພ້ອມກັນພັດທະນາ.

ສົມທົບກັນໂຄສະນາໃຫ້ປະຊາຊົນປະຕິບັດກົດໝາຍຢ່າງເຂັ້ມງວດ

ກຳນົດວ່າວຽກງານສົມທົບກັນຕໍ່ສູ້ຕ້ານອາດຊະຍາກຳລະຫວ່າງທະຫານຊາຍແດນກັບບັນດາກຳລັງເຈົ້າໜ້າທີ່ຂອງປະເທດເພື່ອນຈະບັນລຸໄດ້ປະສິດທິຜົນເມື່ອປະຊາຊົນ 2 ປະເທດຢູ່ເຂດຊາຍແດນມີຄວາມຮັບຮູ້ຢ່າງຄົບຖ້ວນກ່ຽວກັບອາດຊະຍາກຳປະເພດຕ່າງໆ; ພ້ອມທັງຕັ້ງໜ້າເຂົ້າຮ່ວມການສົມທົບກັນຕໍ່ສູ້ຕ້ານອາດຊະຍາກໍາ.

leftcenterrightdel
ກອງລາດຕະເວນສອງຝ່າຍລົງກວດກາຢູ່ຫຼັກໝາຍຊາຍແດນແຫ່ງຊາດເລກທີ 16, ຊາຍແດນຫວຽດນາມ-ລາວ. ພາບ: ດຶກແອງ

ເພື່ອປະຕິບັດໄດ້ສິ່ງດັ່ງກ່າວ, ກອງບັນຊາການທະຫານຊາຍແດນໄດ້ຊີ້ນຳກອງບັນຊາການທະຫານຊາຍແດນ 10 ແຂວງຢູ່ຊາຍແດນ ຫວຽດນາມ-ລາວ ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງເຈົ້າໜ້າທີ່ແຂວງຂອງປະເທດເພື່ອນທີ່ມີຊາຍແດນຮ່ວມປະຕິບັດວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນຂອງສອງປະເທດຕັ້ງໜ້າເຂົ້າຮ່ວມການຕໍ່ສູ້ຕ້ານອາດຊະຍາກໍາ. ກອງບັນຊາການທະຫານຊາຍແດນ ໄດ້ຊີ້ນໍາໃຫ້ກົມສະກັດກັ້ນ ແລະຕ້ານຢາເສບຕິດ ແລະອາດຊະຍາກຳທະຫານຊາຍແດນ ແລະກອງບັນຊາການທະຫານຊາຍແດນແຂວງເຊີນລາ ສົມທົບກັບກົມຕໍາຫຼວດສະກັດກັ້ນ, ຕ້ານອາຊະຍາກໍາ (ກະຊວງປ້ອງກັນຄວາມສະຫງົບລາວ) ແລະກໍາລັງສະກັດກັ້ນ, ຕ້ານອາດສະຍາກໍາແຂວງຫົວພັນ ເພື່ອປະຕິບັດຮູບແບບທົດລອງກ່ຽວກັບການໂຄສະນາ ແລະຂົນຂວາຍປະຊາຊົນເຂົ້າຮ່ວມການຕໍ່ສູ້ຕ້ານອາດຊະຍາກໍາ. ໃນນັ້ນ, ກຳລັງເຈົ້າໜ້າທີ່ຂອງສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍຫຼາຍມາດຕະການໂຄສະນາໃຫ້ປະຊາຊົນຢູ່ເຂດຊາຍແດນຢ່າງຄົບຊຸດ, ພິເສດແມ່ນພະນັກງານ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງໃນອົງການຈັດຕັ້ງການເມືອງ-ສັງຄົມ, ເຈົ້າກົກເຈົ້າເຫຼົ້າ, ນາຍບ້ານ... ກ່ຽວກັບກົນອຸບາຍ ເລລ່ຽມຂອງບັນດາອິດທິກໍາລັງທີ່ເປັນປໍລະປັກ; ຜົນຮ້າຍຂອງອາດຊະຍາກຳຢາເສບຕິດ, ການຄ້າມະນຸດ,... ຕໍ່ຊຸມຊົນ; ບັນດານະໂຍບາຍ, ກົດໝາຍຂອງຫວຽດນາມ ແລະລາວ: ກົດໝາຍວ່າດ້ວຍຊາຍແດນ, ສັນຍາ ແລະກົດລະບຽບການຄຸ້ມຄອງຊາຍແດນ, ກົດໝາຍວ່າດ້ວຍການຕ້ານອາດຊະຍາກໍາ...

ໃນການໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນເຂົ້າຮ່ວມສະກັດກັ້ນ, ຕ້ານອາດຊະຍາກໍາ, 2 ຝ່າຍຕັ້ງໜ້ານຳໃຊ້ທັງພາສາຫວຽດນາມ, ພາສາລາວ, ພາສາມົ້ງ; ໂຄສະນາແບບແຜ່ຜາຍປາກຕໍ່ປາກສົມທົບສື່ມວນຊົນ ແລະການເຄື່ອນໄຫວແທດຈິງ ເພື່ອຊ່ວຍປະຊາຊົນພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະກົດໝາຍຂອງແຕ່ລະປະເທດ. ຄຽງຂ້າງບັນດາມາດຕະການທີ່ກ່າວມານັ້ນ, ສອງຝ່າຍໄດ້ສຸມໃສ່ຈັດຕັ້ງບັນດາການເຄື່ອນໄຫວແຮກສ່ຽວບ້ານ-ບ້ານ, ເມືອງ-ເມືອງ, ສ້າງບໍລິເວນປອດໄພ, ສ້າງແລວທາງສະກັດກັ້ນ, ຕ້ານອາດຊະຍາກໍາຢ່າງໝັ້ນຄົງຢູ່ລຽບຕາມເສັ້ນຊາຍແດນຂອງສອງປະເທດ. ຍ້ອນການປະຕິບັດບັນດາມາດຕະການແກ້ໄຂ, ຄວາມຮັບຮູ້ແລະຈິດໃຈລະວັງຕົວຕໍ່ອາດຊະຍາກຳປະເພດຕ່າງໆຂອງປະຊາຊົນສອງປະເທດຢູ່ເຂດຊາຍແດນ ໄດ້ຮັບການຍົກສູງ, ພໍ່ແມ່ປະຊາຊົນກຳນົດໄດ້ໜ້າທີ່ຮັບຜິດຊອບຂອງຕົນຢ່າງຈະແຈ້ງໃນການສົມທົບກັບກຳລັງມີເຈົ້າໜ້າທີ່ໃນການຕໍ່ສູ້ຕ້ານອາດຊະຍາກຳ.

ໂດຍ: ທະນາພອນ