leftcenterrightdel
ທ່ານພັນເອກພິເສດ ຫງວຽນແທ່ງຫາຍ ແລະພັນເອກ ອໍາພັນ ໄຊຍາສຸບັດ ພ້ອມດ້ວຍຜູ້ຕາງໜ້ານາຍທະຫານໜຸ່ມທັງສອງຝ່າຍໄດ້ພົບປະ ແລະແລກປ່ຽນຢູ່ເຂດຊາຍແດນ. ພາບ: ຫວຽດລາມ

ການເຄື່ອນໄຫວຕົ້ນຕໍຂອງລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ຈະດຳເນີນໃນວັນທີ 22 – 23 ຕຸລາ, ຢູ່ເຂດຊາຍແດນເມືອງ ມົກເຈົາ, (ແຂວງ ເຊີນລາ, ຫວຽດນາມ) ແລະເມືອງສົບເບົາ (ແຂວງຫົວພັນ, ລາວ). ລາຍການດັ່ງກ່າວມີການເຂົ້າຮ່ວມຂອງການນໍາຂັ້ນສູງຂອງລັດຖະບານ; ກະຊວງປ້ອງກັນປະເທດ ແລະບັນດາຂະແໜງການຫວຽດນາມ - ລາວ. ໃນຂອບເຂດຂອງລາຍການ, ມີການເຄື່ອນໄຫວຫຼາຍຢ່າງຖືກຈັດຕັ້ງຢູ່ເຂດຊາຍແດນຂອງ 2 ປະເທດ, ຄື: ມອບງົວພັນ; ກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ບັນດາຊົນເຜົ່າຢູ່ເຂດຊາຍແດນ;...

leftcenterrightdel
ສອງຝ່າຍເຫັນດີເປັນເອກະພາບຕໍ່ແຜນການທີ່ໄດ້ວາງອອກ ເພື່ອໃຫ້ການຈັດຕັ້ງການເຄື່ອນໄຫວໄດ້ດຳເນີນດ້ວຍຜົນສຳເລັດຢ່າງຈົບງາມ. ພາບ: ຫວຽດລາມ

ໂດຍປະຕິບັດຕາມແຜນການທີ່ໄດ້ວາງອອກ, ຕອນເຊົ້າວັນທີ 2 ຕຸລາ, ທ່ານພັນເອກພິເສດ ຫງວຽນແທ່ງຫາຍ, ຮອງຫົວໜ້າການເມືອງທະຫານຊາຍແດນຫວຽດນາມ, ຫົວໜ້າຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ແລະພັນເອກ ອໍາພັນ ໄຊຍາສຸບັດ, ຮອງຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ຈະເປັນປະທານບາງກິດຈະກໍາທີ່ຈັດຂຶ້ນກ່ອນດຳເນີນລາຍການພົບປະແລກປ່ຽນ, ໃນນັ້ນມີ: ມອບທຶນການສຶກສາໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ສອງຟາກຊາຍແດນ; ຈັດການແຂ່ງຂັນແລ່ນ ແລະລານໃຫ້ຖັນແຖວນາຍທະຫານໜຸ່ມຂອງຫວຽດນາມ ແລະລາວ;...

ພັນເອກພິເສດ ຫງວຽນແທ່ງຫາຍ ແລະພັນເອກ ອໍາພັນ ໄຊຍາສຸບັດ ໄດ້ປຶກສາຫາລື ແລະເປັນເອກະພາບຕໍ່ແຜນການຈັດຕັ້ງການເຄື່ອນໄຫວຕ່າງໆໃຫ້ດຳເນີນຖືກຕາມແຜນການ ແລະປະສົບຜົນສຳເລັດຢ່າງຈົບງາມ. ຜ່ານນັ້ນເພີ່ມທະວີຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນສອງຟາກຊາຍແດນ.

ໂດຍ: ທະນາພອນ