ນັບແຕ່ນັ້ນມາຮອດປະຈຸບັນ, ກອງພັນໃຫຍ່ 95 - ກອງທະຫານທ້ຽນທວດ ໄດ້ສູ້ຊົນຢ່າງບໍ່ຢຸດຢັ້ງ, ສຳເລັດທຸກໜ້າທີ່ຢ່າງດີເດັ່ນເຊິ່ງພັກ, ລັດ ໄດ້ມອບນາມມະຍົດວ່າເປັນກອງວິລະຊົນກຳລັງປະກອບອາວຸດປະຊາຊົນ.

ມາຢາມກອງພັນໃຫຍ່ 95 ໃນຊຸມວັນຝົນຕົກໜັກແກ່ຍາວ, ແຕ່ຈິດໃຈຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຂອງພະນັກງານ, ນັກຮົບຍັງຮີບເຮັ່ງ, ຮັບປະກັນຄຸນນະພາບສູງທີ່ສຸດ. ເມື່ອໄດ້ພົບທ່ານພັນໂທ ດັ້ງວັນແມ້ງ, ຮອງຫົວໜ້າພະແນກຫານເມືອງກອງພັນໃຫຍ່ 95 ທີ່ສະໂມສອນ, ສະຫາຍໃຫ້ຮູ້ວ່າ: “ມື້ນີ້, ທະຫານຮຽນການເມືອງຢູ່ສະໂມສອນ ແລະທົບທວນບົດຮຽນທີ່ຫັດແອບແລ້ວ. ຖອດຖອນບົດຮຽນຈາກການຫັດແອບຖັນແຖວເຂົ້າຮ່ວມພິທີເດີນສວນສະໜາມສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7-5-1954 / 7-5-2024), ປະຈຸບັນ, ກອງພັນໃຫຍ່ກຳລັງຫັດແອບຖັນແຖວເດີນສວນສະໜາມສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22-12-1944 / 22-12-2024) ແລະ 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ (22-12-1989 / 22-12-2024), ສູ້ຊົນບັນລຸໝາກຜົນສູງສຸດ. ເຂົ້າຮ່ວມການເດີນສວນສະໜາມໃນຄັ້ງນີ້ແມ່ນນັກຮົບປີທີ 1, ສະນັ້ນ, ນອກຈາກການຫັດແອບການທະຫານ, ກອງພັນໃຫຍ່ຍັງສຸມໃສ່ສຶກສາມູນເຊື້ອ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ສ້າງກຳລັງໜູນເພື່ອທະຫານສູ້ຊົນດີທີ່ສຸດ”.

leftcenterrightdel
ພະນັກງານ, ນັກຮົບກອງພັນໃຫຍ່ 95 ກວດຄືນວັດຖຸອຸປະກອນກ່ອນທີ່ຈະເຄື່ອນທັບ. ພາບ: ເຢືອງຮ່າ

ກົງກັບໂອກາດສະເຫຼີມສະຫຼອງແຫ່ງວັນມູນເຊື້ອຂອງກອງພັນໃຫຍ່, ກົມກອງ ໄດ້ຕ້ອນຮັບສະຫາຍພັນໂທ ຫງວຽນວັນຟິ, ອະດີດຮອງຫົວໜ້າຮັບຜິດຊອບດ້ານການເມືອງກອງພັນໃຫຍ່ 95, ພະນັກງານເຂົ້າຮ່ວມຕໍ່ສູ້ປົກປັກຮັກສາກຳແພງເກົ່າກວາງຈິ້ ປີ 1972, ມາໂອ້ລົມກັບພະນັກງານ, ນັກຮົບ. ທີ່ສະໜາມຮົບກວາງຈິ້, ກອງພັນໃຫຍ່ 95 ໄດ້ເຂົ້າຮ່ວມການສູ້ຮົບເກືອບ 500 ຄັ້ງ, ຍາດໄດ້ຫຼາຍວິລະກຳດີເດັ່ນ, ຕິດພັນກັບບັນດາສະຖານທີ່ທີ່ມີຊື່ສຽງ, ຄື: ໂນນນິລະນາມ, ຕ່າເກີນ, ແຄແຊງ, ກຳແພງເກົ່າກວາງຈິ້, ຕິກເຕື່ອງ... ລະດູບານໃໝ່ ປີ 1975, ກອງພັນໃຫຍ່ 95 ເຂົ້າຮ່ວມສູ້ຮົບປົດປ່ອຍບັນດານະຄອນ, ເທດສະບານ: ບວນມາທ້ວດ, ເຫວ້, ດ່ານັ້ງ, ເປີດປະຕູເຫຼັກ ຊວັນໂລກ ເພື່ອໃຫ້ບັນດາກົມກອງທະຫານບຸກເຂົ້າປົດປ່ອຍໄຊງ່ອນ, ປະກອບສ່ວນປົດປ່ອຍພາກໃຕ້, ທ້ອນໂຮມປະເທດເປັນເອກະພາບ.

ພັນໂທ ຕົ໊ງຊວັນຮຶງ, ຫົວໜ້າການທະຫານກອງພັນໃຫຍ່ 95 ໃຫ້ຮູ້ວ່າ “ບັນດາວິລະກຳໃນການຕໍ່ສູ້, ມູນເຊື້ອ “ສາມັກຄີ, ອົງອາດກ້າຫານ, ບຸກໂຈມຕີໄວ, ອົງອາດ, ຕັດສິນໃຈຍາດເອົາໄຊຊະນະ” ຍາມໃດກຄະນະພັກ, ການນໍາກອງພັນໃຫຍ່ກໍ່ຊີ້ນໍາ, ນໍາພາ ແລະເສີມຂະຫຍາຍໃນເງື່ອນໄຂຕົວຈິງປະຈຸບັນນີ້. ໂດຍລະອຽດແມ່ນຊາບຊຶມ, ຜັນຂະຫຍາຍການປະຕິບັດມະຕິສະບັບເລກທີ 1659-NQ/QUTW ລົງວັນທີ 20 ທັນວາ 2022 ຂອງຄະນະພັກການທະຫານສູນກາງ ກ່ຽວກັບການຍົກສູງຄຸນນະພາບການຫັດແອບໄລຍະ 2023-2030 ແລະໃນຊຸມປີຕໍ່ໄປ. ກອງພັນໃຫຍ່ ປະຕິບັດການຫັດແອບຕາມທິດ “ໂດຍພື້ນຖານ, ແທດຈິງ, ໝັ້ນຄົງ”, ເອົາໃຈໃສ່ຫັດແອບຄົບຊຸດ, ລົງເລິກ, ສົມທົບການຫັດແອບການທະຫານກັບການສຶກສາດ້ານການເມືອງ, ກໍ່ສ້າງເປັນກຳລັງຫຼວງ, ຝຶກຝົນຫຼໍ່ຫຼອມໃນການປະຕິບັດກົດວິໄນ. ຫັດແອບພະນັກງານ, ນັກຮົບນຳໃຊ້ອາວຸດຍຸດທະພັນໃຫ້ຊຳນານ; ເພີ່ມທະວີການຝຶກຊ້ອມຈາກຂັ້ນໝວດຈົນຮອດຂັ້ນກອງພັນໃຫຍ່, ເຂົ້າຮ່ວມການຝຶກຊ້ອມຍຸດທະວິທີ, ບັ້ນຮົບໂດຍກະຊວງປ້ອງກັນປະເທດ ແລະກອງພົນໃຫຍ່ ຊີ້ນຳ; ຍົກສູງຄຸນນະພາບການສັງລວມ, ການກຽມພ້ອມສູ້ຮົບ, ການເຄື່ອນທີ່ຂອງກອງພັນໃຫຍ່, ເມື່ອມີຄຳສັ່ງແມ່ນສາມາດເຄື່ອນທີ່ຕໍ່ສູ້ໄດ້ເລີຍ”.

ພິສູດໃຫ້ເຫັນຄວາມມານະພະຍາຍາມສູ້ຊົນ, ສ້າງເປັນມູນເຊື້ອດ້ວຍຜົນສຳເລັດຫຼາຍຢ່າງຂອງກອງພັນໃຫຍ່, ນັ້ນແມ່ນ: ກອງພັນໃຫຍ່ 95, ກອງພັນ 5 ແລະສະຫາຍ ດິງຮຸຍຟານ ໄດ້ຮັບການຍ້ອງຍໍສັນລະເສີນ, ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນຈາກພັກ, ລັດ; 100 ໝູ່ຄະນະ, 487 ບຸກຄົນ ໄດ້ຮັບຫຼຽນໄຊ, ຫຼຽນກາທຸກປະເພດ; ພະນັກງານ, ນັກຮົບ 850 ຄົນ ໄດ້ຮັບນາມມະຍົດນັກຮົບກ້າຫານດັບສູນອາເມລິກາ. ກອງພັນໃຫຍ່ 95 ໄດ້ຮັບ 2 ຫຼຽນໄຊພິລະອາດຫານຊັ້ນ II (1950, 1979); 2  ຫຼຽນໄຊວິລະກໍາ (ຊັ້ນ I, 1988; ຊັ້ນ II , 1975); ຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ III (2010) ຈາກພັກ ແລະລັດ. ໃນການສອບເສັງ, ແຂ່ງຂັນກິລາລະດັບກະຊວງປ້ອງກັນປະເທດ ແລະກອງພົນໃຫຍ່, ກອງພົນ, ກອງພັນໃຫຍ່ 95 ລ້ວນແຕ່ຍາດໄດ້ລາງວັນສູງ, ຢືນໃນທອັບໜຶ່ງກຸ່ມບັນດາກອງພັນໃຫຍ່ໃນທົ່ວກອງທັບ. ໄລ່ສະເພາະ ປີ 2024, ກອງພັນໃຫຍ່ 95 ແມ່ນໜຶຶ່ງໃນບັນດາກົມກອງນຳໜ້າກອງພົນ 325 ແລະກອງພົນໃຫຍ່ 12 ໃນການແຂ່ງຂັນວຽກງານກະກຽມການຫັດແອບ, ຝຶກແອບນັກຮົບໃໝ່ ແລະງານປະກວດຊອກຮູ້ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ...

ທ່ານພັນໂທ ໂຮ່ກວຽດຕ໊ຽນ, ຫົວໜ້າການເມືອງກອງພັນໃຫຍ່ 95 ໃຫ້ຮູ້ວ່າ “ບັນດາໝາກຜົນທີ່ບັນລຸໄດ້ຄືດັ່ງກ່າວແມ່ນຍ້ອນຄະນະພັກ, ການນຳກອງພັນໃຫຍ່ ໄດ້ຊາບຊຶມມະຕິຊີ້ນຳ, ນຳພາຂອງຂັ້ນເທິງຢ່າງເລິກເຊິ່ງ, ຫັນເປັນລະອຽດໃນສະພາບການ, ໜ້າທີ່ຕົວຈິງຂອງກົມກອງ. ກອງພັນໃຫຍ່ ຖືເປັນສຳຄັນວຽກງານຫັດແອບ, ບຳລຸງສ້າງ ແລະສັບຊ້ອນພະນັກງານຢ່າງເໝາະສົມ, ເສີມຂະຫຍາຍຄວາມສາມາດ, ຮັບປະກັນການຫັດແອບພະນັກງານຕາມຂັ້ນ, ຂັ້ນເທິງຫັດແອບຂັ້ນລຸ່ມ; ເພີ່ມທະວີວຽກງານກວດກາ, ເຈລະຈາ, ເສີມຂະຫຍາຍປະຊາທິປະໄຕ ແລະສ້າງຕົວແບບ, ແຜ່ຂະຫຍາຍຮູບແບບກ້າວໜ້າ. ອົງການ, ກົມກອງເອົາໃຈໃສ່ຍູ້ແຮງຂະບວນການແຂ່ງຂັນເດັດຂາດມີິໄຊໃກ້ຊິດກັບການປຸກລະດົມ, ເສີມຂະຫຍາຍຮູບແບບທີ່ດີ, ວິທີເຮັດທີ່ມີປະສິດທິຜົນ, ປະເມີນ, ສະຫຼຸບ, ລະດົມກຳລັງໃຈ, ຍ້ອງຍໍຊົມເຊີຍຢ່າງທັນການ, ຜ່ານນັ້ນປະກອບສ່ວນສ້າງກຳລັງໜູນເພື່ອໃຫ້ພະນັກງານ, ນັກຮົບສູ້ຊົນ, ປະຕິບັດສຳເລັດພາລະໜ້າທີ່ທີ່ໄດ້ຮັບມອບໝາຍ”.

ໂດຍ: ແສງເດືອນ