ໃນຄ່ຳຄືນງານບຸນ, ພວກນ້ອງນ້ອຍ ແລະປະຊາຊົນຢູ່ເກາະໄດ້ຮັບຊົມລາຍການສະແດງດົນຕີ, ກາຍຍະສິນ, ເຊີດສິງໂຕ, ແຫ່ໂຄມໄຟ, ຈູດບັ້ງໄຟດອກ... ຄະນະຈັດຕັ້ງພ້ອມດ້ວຍຫົວໜ່ວຍອື່ນໆຍັງໄດ້ມອບ 2  ທຶນການສຶກສາໃຫ້ແກ່ນ້ອງໆນັກຮຽນ ທີ່ປະສົບກັບຄວາມຫຍຸ້ງຍາກ, ໜູນຊ່ວຍຄ່າໃຊ້ຈ່າຍໃນການດຳລົງຊີວິດ, ຄ່າຮຽນ (ດ້ວຍມູນຄ່າທັງໝົດ 528 ລ້ານດົ່ງ) ພ້ອມກັບລົດຖີບ 80 ຄັນ, ຂອງຂວັນ 1.000 ພູດ (ລວມທັງເຂົ້າໜົມ, ອຸປະກອນການຮຽນ, ເຄື່ອງຫຼິ້ນໃນວັນບຸນໄວ້ປະຈັນ) ມອບໃຫ້ນັກຮຽນ ແລະເດັກນ້ອຍຢູ່ເກາະ ຫຼີເຊີນ.

leftcenterrightdel
ການນຳກອງບັນຊາການຕໍາຫຼວດທະເລຫວຽດນາມ ພ້ອມດ້ວຍຫົວໜ່ວຍຕ່າງໆມອບທຶນການສຶກສາໃຫ້ນ້ອງໆຮຽນຢູ່ເກາະ ຫຼີເຊີນ. ພາບ: ວັນຈູງ
leftcenterrightdel
ແພດໝໍຢູ່ໂຮງໝໍກອງທັບ 17 ກວດພະຍາດ ແລະໃຫ້ຄໍາປຶກສາດ້ານສຸຂະພາບແກ່ຜູ້ເຖົ້າ. ພາບ: ວັນຈູງ

ນອກຈາກການເຄື່ອນໄຫວໃນຄ່ຳຄືນຂອງງານບຸນແລ້ວ, ລາຍການ "ວັນບຸນເດືອນເພັງເຂດຊາຍແດນ 2024" ຍັງມີການເຄື່ອນໄຫວ, ຄື: ຈັດຕັ້ງການຫຼີ້ນເກມ “ຄຳທີ່ນ້ອງຢາກເວົ້າ”; ກວດພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ເດັກນ້ອຍ, ຜູ້ເຖົ້າ, ເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຜູ້ປະສົບກັບຄວາມຫຍຸ້ງຍາກ.

ໂດຍ: ທູຈາງ