leftcenterrightdel
ການນໍາບັນດາກົມກອງ ລົງນາມໃນບົດບັນທຶກຊ່ວຍຈໍາການພົບປະເຈລະຈາ. ພາບ: vietnamnet.vn

ທີ່ການພົບປະເຈລະຈາ, ການນຳບັນດາຝ່າຍ ໄດ້ປຶກສາຫາລືສະພາບການລວມຂອງແຕ່ລະແຂວງ ແລະ ວຽກງານສົມທົບກັນໃນການປະຕິບັດວຽກງານການທະຫານ, ການປ້ອງກັນຊາດ. ໂດຍລະອຽດແມ່ນ, ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ເປັນເສນາທິການສະເໜີໃຫ້ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງ ໜູນຊ່ວຍອໍານາດການປົກຄອງ ແລະປະຊາຊົນແຂວງຄຳມ່ວນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ, ດິນເຊາະເຈື່ອນ ດ້ວຍເງິນຈໍານວນ 1 ຕື້ດົ່ງ. ກອງບັນຊາການທະຫານຊາຍແດນແຂວງ ແລະບັນດາກົມກອງ ໄດ້ມອບຂອງຂວັນໃຫ້ບັນດາກົມກອງປະເທດເພື່ອນລາວ ເນື່ອງໃນໂອກາດວັນບຸນ ແລະປີໃໝ່. ໜູນຊ່ວຍກຳລັງປ້ອງກັນຊາຍແດນແຂວງຄຳມ່ວນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ດ້ວຍຍອດມູນຄ່າ 600 ລ້ານດົ່ງ. ປີ 2024, ສອງຝ່າຍໄດ້ຜັນຂະຫຍາຍການສົມທົບກັນລາດຕະເວນສອງຝ່າຍ ຂັ້ນກອງບັນຊາການ 1 ຄັ້ງ ດ້ວຍພະນັກງານ, ນັກຮົບ ແລະຜູ້ຕາງໜ້າອຳນາດການປົກຄອງເມືອງ, ຕາແສງ ຕິດກັບຊາຍແດນ 27 ຄົນເຂົ້າຮ່ວມ.

leftcenterrightdel
ທ່ານພັນເອກພິເສດ ຈິ້ງແທັງບິ່ງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ມອບຂອງຂວັນໃຫ້ແກ່ທ່ານພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານກອງບັນຊາການທະຫານແຂວງຄໍາມ່ວນ. ພາບ: vietnamnet.vn

ນອກຈາກໝາກຜົນທີ່ບັນລຸໄດ້, ຍັງມີບາງຂໍ້ຈຳກັດ, ຄື: ການສົມທົບກັນແລກປ່ຽນຂໍ້ມູນຂ່າວສານຢູ່ບາງກົມກອງຮາກຖານຂອງສອງຝ່າຍ ກ່ຽວກັບການເຄື່ອນໄຫວລະເມີດສັນຍາວ່າດ້ວຍການຄຸ້ມຄອງຊາຍແດນ, ດ່ານຊາຍແດນທາງບົກ ຫວຽດນາມ-ລາວ ບາງຄັ້ງບາງຄາວບໍ່ໄດ້ທັນການ.

ໃນໄລຍະຈະມາເຖິງ, ບັນດາກົມກອງເຫັນດີຈະສືບຕໍ່ປະຕິບັດເນື້ອໃນຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາຍແດນ, ເອກະສານນິຕິກຳເຂດຊາຍແດນທາງບົກ ຫວຽດນາມ-ລາວ  ສະບັບຕ່າງໆ ຢ່າງເຂັ້ວງວດ ແລະ ມີປະສິດທິຜົນ. ຍູ້ແຮງການໂຄສະນາ, ສຶກສາອົບຮົມໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນສອງຝ່າຍ ຍົກສູງລະດັບຄວາມຮູ້ ແລະປະຕິບັດຕາມລະບຽບກົດໝາຍຂອງແຕ່ລະປະເທດ, ເອກະສານນິຕິກໍາກ່ຽວກັບຊາຍແດນ ແລະຂໍ້ຕົກລົງທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ສົມທົບກັນໃນການກູ້ຊີບ, ກູ້ໄພ, ຮັບມືກັບໄພທຳມະຊາດ ແລະໂລກລະບາດ, ແກ້ໄຂບັນຫາມົນລະພິດສິ່ງແວດລ້ອມຢູ່ເຂດຊາຍແດນ, ຈັດຕັ້ງການຝຶກອົບຮົມວຽກງານປ້ອງກັນຊາຍແດນໃຫ້ພະນັກງານກອງບັນຊາການທະຫານແຂວງຄຳມ່ວນ (ລາວ) ແລະຕັ້ງໜ້າພົບປະແລກປ່ຽນບົດຮຽນປະສົບການໃນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ວຽກງານພັກ, ວຽກງານການເມືອງ. ຍູ້ແຮງການຜັນຂະຫຍາຍການເຄື່ອນໄຫວພົບປະແລກປ່ຽນ, ແຮກສ່ຽວລະຫວ່າງບັນດາກົມກອງ ເພື່ອແນໃສ່ເພີ່ມທະວີນໍ້າໃຈມິດຕະພາບ, ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ...

ໂດຍ: ທູຈາງ