ເຖິງວ່າຢູ່ຫ່າງໄກຈາກເຂດດິນຕໍ່ແຜ່ນຫຼາຍຮ້ອຍໄມທະເລກໍ່ຕາມ, ແຕ່ຈິດໃຈສະຕິລະວັງຕົວ, ກຽມພ້ອມສູ້ຮົບຍາມໃດພະນັກງານ, ນັກຮົບຢູ່ໝູ່ເກາະເຈື່ອງຊາ ກໍ່ຮັກສາຢູ່ໃນລະດັບສູງສຸດ. ວຽກງານລາດຕະເວນ, ຄວບຄຸມໄດ້ຮັບການຜັນຂະຫຍາຍຢ່າງເປັນປົກກະຕິກວ່າເພື່ອແນໃສ່ກຽມພ້ອມຮັບມືທຸກກໍລະນີ.

ເພື່ອຮັບປະກັນຄວາມປອດໄພ, ຄວາມສະຫງົບໃຫ້ເຂດນ່ານຟ້າ ແລະເຂດນ່ານທະເລຂອງປະເທດຊາດ, ລະບອບເວນຍາມຍາມໃດກໍ່ປະຕິບັດຕະຫຼອດ 24 ຊົ່ວໂມງ; ບັນດາກົມກອງ ໄດ້ຈັດຕັ້ງການລາດຕະເວນ, ຄວບຄຸມ, ຄົ້ນພົບ ແລະແກ້ໄຂກໍລະນີລະເມີດກົດໝາຍຂອງບັນດາກຳປັ່ນຕ່າງປະເທດຢ່າງທັນການ. ຄຽງຂ້າງນັ້ນ, ພະນັກງານ, ນັກຮົບຢູ່ໝູ່ເກາະກໍ່ຕັ້ງໜ້າເຂົ້າຮ່ວມການກູ້ຊີບ, ກູ້ໄພ, ໜູນຊ່ວຍຊາວປະມົງເມື່ອປະສົບກັບຄວາມຫຍຸ້ງຍາກຢູ່ທະເລ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາໃຫ້ຜູ້ອ່ານບາງຮູບພາບກ່ຽວກັບບັນດາພະນັກງານ, ນັກຮົບປະຕິບັດໜ້າທີ່ຢູ່ໝູ່ເກາະ ເຈື່ອງຊາ.

leftcenterrightdel
ລະບອບເວນຍາມຢູ່ເກາະ ເຈື່ອງຊາ ຍາມໃດກໍ່ໄດ້ຮັບການປະຕິບັດຕະຫຼອດ 24 ຊົ່ວໂມງ. ພາບ: qdnd.vn
leftcenterrightdel
ບັນດາກຳລັງຢູ່ເກາະເຈື່ອງຊາ ລາດຕະເວນ, ສັງເກດບັນດາເປົ້າໝາຍ. ພາບ: qdnd.vn
leftcenterrightdel
ນັກຮົບເວນຍາມຢູ່ເກາະ ດ່າດົງອາ. ພາບ: qdnd.vn
leftcenterrightdel
ເວນຍາມ, ສັງເກດບັນດາເປົ້າໝາຍຢູ່ເກາະ ດ່າລາດ. ພາບ: qdnd.vn
leftcenterrightdel
ປະຕິບັດໜ້າທີ່ລາດຕະເວນຢູ່ເກາະ ດ່າໄຕອາ. ພາບ: qdnd.vn
leftcenterrightdel
ນັກຮົບເວນຍາມຢູ່ເກາະ ຕຽນນື້. ພາບ: qdnd.vn
leftcenterrightdel
ປະຕິບັດໜ້າທີ່ລາດຕະເວນຢູ່ເກາະຊິງຕົ່ນ. ພາບ: qdnd.vn
leftcenterrightdel
ບັນດາເກາະຍາມໃດກໍ່ຮັກສາໜ້າທີ່ເວນຍາມ,  ກຽມພ້ອມສູ້ຮົບຢ່າງເຂັ້ມງວດ. ພາບ: qdnd.vn

ໂດຍ: ຈາງຫງວຽນ