ໃນຂອບເຂດລາຍການພົບປະແລກປ່ຽນລະຫວ່າງນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະນາຍທະຫານໜຸ່ມທະຫານບົກ, ສາລະວັດທະຫານກຳປູເຈຍ ຄັ້ງທີ 2 ປີ 2024, ໜັງສືພິມທະຫານຊາຍແດນ ໄດ້ຄັດສະເໜີບາງຄວາມຄິດຄວາມເຫັນຂອງນາຍທະຫານຊາຍແດນໜຸ່ມຫວຽດນາມ ແລະນາຍທະຫານໜຸ່ມທະຫານບົກ, ສາລະວັດທະຫານກຳປູເຈຍ.

leftcenterrightdel
ພັນເອກ Lun Lunh, ຫົວໜ້າກອງພັນໃຫຍ່ທະຫານຊາຍແດນ 601, ທະຫານເຂດພິເສດ, ກອງທັບລາດຊະວົງກໍາປູເຈຍ. ພາບ:​ bienphong.com.vn

ພັນເອກ Lun Lunh, ຫົວໜ້າກອງພັນໃຫຍ່ທະຫານຊາຍແດນ 601, ທະຫານເຂດພິເສດ, ກອງທັບລາດຊະວົງກໍາປູເຈຍ:

ໃນໄລຍະຜ່ານມາ, ກຳລັງປ້ອງກັນຊາຍແດນຂອງສອງປະເທດໄດ້ສົມທົບກັນຮັກສາສະຖຽນລະພາບຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍຕາມລຽບຊາຍແດນ, ປະກອບສ່ວນປັບປຸງການພົວພັນຮ່ວມມື, ມິດຕະພາບລະຫວ່າງ ກໍາປູເຈຍ-ຫວຽດນາມ ແລະລະຫວ່າງປະຊາຊົນສອງຝ່າຍບົນຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ. ສອງຝ່າຍຍັງສົມທົບກັນໃນການສະກັດກັ້ນ, ຕ້ານອາດຊະຍາກໍາຂ້າມຊາດ, ຄື: ການຄ້າຢາເສບຕິດ, ອາວຸດ, ການເຂົ້າ-ອອກເມືອງຢ່າງຜິດກົດໝາຍ...

ກໍ່ໃນໄລຍະຜ່ານມາ, ສອງຝ່າຍໄດ້ຮັກສາການແລກປ່ຽນຂໍ້ມູນຂ່າວສານຕາມຂໍ້ກຳນົດ ແລະຂ່າວດ່ວນເປັນປະຈໍາ, ສົມທົບກັນລາດຕະເວນປ້ອງກັນຊາຍແດນ, ສະກັດກັ້ນການເຄື່ອນໄຫວທີ່ກໍ່ຄວາມເສຍຫາຍ ແລະສົ່ງຜົນສະທ້ອນບໍ່ດີເຖິງຫຼັກໝາຍຊາຍແດນ ແລະສັນຍານຂອງເສັ້ນຊາຍແດນຢ່າງທັນການ; ສົມທົບກັນໂຄສະນາ, ຂົນຂວາຍປະຊາຊົນຢູ່ເຂດຊາຍແດນປະຕິບັດຕາມແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງແຕ່ລະປະເທດ ແລະບັນດາສັນຍາ, ສົນທິສັນຍາທີ່ມີກ່ຽວຂ້ອງເຖິງຊາຍແດນ...

leftcenterrightdel
ພັນໂທ Seng Ki Ry, ຫົວໜ້າຫ້ອງການທະຫານຊາຍແດນ, ທະຫານເຂດ 5, ກອງທັບລາດຊະວົງກໍາປູເຈຍ. ພາບ:​ bienphong.com.vn

ພັນໂທ Seng Ki Ry, ຫົວໜ້າຫ້ອງການທະຫານຊາຍແດນ, ທະຫານເຂດ 5, ກອງທັບລາດຊະວົງກໍາປູເຈຍ:

ໂດຍໄດ້ຮ່ຳຮຽນຢູ່ຫວຽດນາມ ແລະປະຈຸບັນພວມເຮັດວຽກຢູ່ເຂດຊາຍແດນ, ສະນັ້ນຂ້າພະເຈົ້າຍາມໃດກໍ່ເຂົ້າໃຈສາຍພົວພັນລະຫວ່າງ ຫວຽດນາມ-ກໍາປູເຈຍ ດ້ວຍທິດນຳ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ປະຊາຊົນກໍາປູເຈຍ ບໍ່ອາດຫຼົງລືມການເສຍສະຫຼະເລືອດເນື້ອຂອງນັກຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ ໃນພາລະກິດປົດປ່ອຍປະຊາຊົນກຳປູເຈຍ, ນຳປະເທດກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ Pol Pot ທີ່ໂຫດຮ້າຍສາມານໄດ້. ຍ້ອນເຫດນັ້ນ, ປະຈຸບັນ, ປະຊາຊົນຢູ່ເຂດຊາຍແດນຂອງສອງປະເທດສາມາດໄປມາກວດ, ປິ່ນປົວພະຍາດ, ໄປຢາມພີ່ນ້ອງ, ທຳມາຫາກິນ, ແລກປ່ຽນສິນຄ້າເພື່ອຮັບໃຊ້ຊີວິດປະຈຳວັນ. ທະຫານຊາຍແດນຫວຽດນາມ ຍັງສະໜອງແນວພັນພືດ ແລະສັດລ້ຽງປະກອບສ່ວນເຂົ້າໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກໃຫ້ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ-ກໍາປູເຈຍ.

leftcenterrightdel
ຮ້ອຍເອກພິເສດ ຟ້າມຫວຽດຕ໊ຽນ, ຜູ້ຊ່ວຍວຽກງານມະຫາຊົນ, ຫ້ອງການການເມືອງ, ທະຫານຊາຍແດນແຂວງລອງອານ. ພາບ:​ bienphong.com.vn

ຮ້ອຍເອກພິເສດ ຟ້າມຫວຽດຕ໊ຽນ, ຜູ້ຊ່ວຍວຽກງານມະຫາຊົນ, ຫ້ອງການການເມືອງ, ທະຫານຊາຍແດນແຂວງລອງອານ:

ລາຍການພົບປະແລກປ່ຽນຄັ້ງນີ້ແມ່ນກາລະໂອກາດອັນລ້ຳຄ່າ ເພື່ອພວກຂ້າພະເຈົ້າ - ພະນັກງານ, ນາຍທະຫານໜຸ່ມໃນກໍາລັງທະຫານຊາຍແດນຫວຽດນາມ  ໄດ້ຮ່ຳຮຽນ ແລະແບ່ງປັນບົດຮຽນ, ບັນດາຮູບແບບທີ່ດີ, ວິທີເຮັດທີ່ມີປະສິດທິຜົນໃນວຽກງານໂຄສະນາ, ຂົນຂວາຍປະຊາຊົນຢູ່ເຂດຊາຍແດນເຂົ້າຮ່ວມການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃນບໍລິເວນຄຸ້ມຄອງ; ຕໍ່ສູ້ຕ້ານອາດຊະຍາກຳຕ່າງໆຢູ່ເຂດຊາຍແດນຢ່າງ ມີປະສິດທິຜົນ.

ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າ ຈະສືບຕໍ່ຕັ້ງໜ້າປະຕິບັດວຽກງານໂຄສະນາ, ອົບຮົມສຶກສາໃຫ້ພະນັກງານ, ນັກຮົບ, ເປັນຕົ້ນແມ່ນຖັນແຖວນາຍທະຫານໜຸ່ມໃຫ້ກໍາແໜ້ນທີ່ຕັ້ງ, ບົດບາດສຳຄັນຂອງການເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງຟາກຊາຍແດນ ກໍ່ຄື ສາຍພົວພັນ, ການຮ່ວມມືລະຫວ່າງກຳລັງປ້ອງກັນຊາຍແດນສອງຝ່າຍເວົ້າສະເພາະ. ພ້ອມທັງເປັນເຈົ້າການເປັນເສນາທິການໃຫ້ຄະນະພັກ, ຜູ້ບັນຊາການກົມກອງຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນແຮກສ່ຽວ, ພິເສດແມ່ນໜ້າທີ່ຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດຂອງແຕ່ລະຝ່າຍໃນສະພາບການໃໝ່.

leftcenterrightdel
ຮ້ອຍເອກ ເຢືອງແທັ່ງຮຸຍ, ຜູ້ຊ່ວຍວຽກງານມະຫາຊົນ, ຫ້ອງການການເມືອງ, ທະຫານ ຊາຍແດນແຂວງໄຕນີງ. ພາບ:​ bienphong.com.vn

ຮ້ອຍເອກ ເຢືອງແທັ່ງຮຸຍ, ຜູ້ຊ່ວຍວຽກງານມະຫາຊົນ, ຫ້ອງການການເມືອງ, ທະຫານຊາຍແດນແຂວງໄຕນີງ:

ໃນຊຸມປີຜ່ານມາ, ສະພາບການເຄື່ອນໄຫວຂອງອາດຊະຍາກຳຕ່າງໆ, ເປັນຕົ້ນແມ່ນອາດຊະຍາກໍາຢາເສບຕິດຢູ່ເສັ້ນຊາຍແດນແຂວງໄຕນິງ ມີທ່າອ່ຽງສັບສົນ. ເສີມຂະຫຍາຍບົດບາດປະຈັນບານ, ປະດິດສ້າງ, ໃນໄລຍະຜ່ານມາ, ໄວໜຸ່ມທະຫານຊາຍແດນແຂວງໄຕນິງ ພ້ອມກັບພະນັກງານ, ນັກຮົບທະຫານຊາຍແດນແຂວງໄຕນິງ  ຕັ້ງໜ້າເຂົ້າຮ່ວມວຽກງານກວດກາ, ລາດຕະເວນ, ຄຸ້ມຄອງ, ປົກປັກຮັກສາຊາຍແດນ; ປະຕິບັດວຽກງານເປັນເສນາທິການໃນການສົມທົບ, ເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມືສາກົນໃນການສະກັດກັ້ນ, ຕ້ານ ແລະຄວບຄຸມຢາເສບຕິດກັບກຳລັງທີ່ກ່ຽວຂ້ອງຂອງກໍາປູເຈຍ ເພື່ອສະກັດກັ້ນການເຄື່ອນໄຫວຊື້-ຂາຍ ແລະຂົນສົ່ງຢາເສບຕິດ.

ດ້ວຍຄວາມມານະພະຍາຍາມນັ້ນ, ປະຊາຊົນທຸກຄົນລ້ວນແຕ່ແມ່ນ “ຕາ ແລະຫູ” ຂອງກຳລັງທີ່ກ່ຽວຂ້ອງຢູ່ສອງຟາກຊາຍແດນໃນການຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກຳຕ່າງໆ. ບັນດາວຽກງານທີ່ແທດຈິງຂອງໄວໜຸ່ມທະຫານຊາຍແດນແຂວງໄຕນິງ ແລະກໍາລັງປົກປັກຮັກສາຊາຍແດນກຳປູເຈຍ ໄດ້ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ເຂດຊາຍແດນ ແລະຮັກສາສາຍພົວພັນສາມັກຄີ, ມິດຕະພາບລະຫວ່າງສອງປະເທດ, ສອງຊາດ.

ໂດຍ: ເຈິ່ນຮວ່ຽນ