ບໍລິເວນກວ້າງຂວາງ, ພົນລະເມືອງສ່ວນຫຼາຍແມ່ນຊົນເຜົ່າສ່ວນໜ້ອຍ, ເສດຖະກິດຂອງພໍ່ແມ່ປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ, ມີຄວາມສ່ຽງຂາດສະຖຽນລະພາບ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເປັນຕົ້ນແມ່ນອາດຊະຍາກຳທີ່ກ່ຽວຂ້ອງເຖິງຢາເສບຕິດ, ເຜີຍແຜ່ສາສະໜາທີ່ຜິດກົດໝາຍ... ທ່ານພັນໂທ ຫວູຈ໊ຽດຮອກ, ພະນັກງານການເມືອງຄ້າຍທະຫານຊາຍແດນຈ່ຽງເຊີນ ໃຫ້ຮູ້ວ່າ: ທາງກົມກອງໄດ້ເພີ່ມທະວີການສຶກສາອົບຮົບການເມືອງ, ແນວຄິດໃຫ້ແກ່ພະນັກງານ, ນັກຮົບ; ໃນແຕ່ລະເດືອນໄດ້ຈັດຕັ້ງວັນການເມືອງ, ວັນວັດທະນະທຳທາງດ້ານຈິດໃຈ; ດໍາເນີນຊີວິດ “ໜ່ວຍ 3 ຄົນ”, ເພື່ອແຈ້ງໃຫ້ຊາບກ່ຽວກັບສະພາບການໂລກ, ພາຍໃນປະເທດ ແລະຂອງທ້ອງຖິ່ນ; ຈັດຕັ້ງການຮໍ່າຮຽນ, ຊາບຊຶມມະຕິ, ຄຳສັ່ງຂອງພັກໃຫ້ແກ່ພະນັກງານ, ນັກຮົບ 100%. ໃນປີ, ກົມກອງໄດ້ປຸກລະດົມ ແລະຕອບສະໜອງຂະບວນການ, ການແຂ່ງຂັນຂຽນບົດຄວາມການເມືອງເພື່ອປົກປັກຮັກສາພື້ນຖານແນວຄິດຂອງພັກ, ບັ້ນແຂ່ງຂັນຕ່າງໆເພື່ອຂໍ່ານັບຮັບຕ້ອນວັນບຸນສຳຄັນຂອງປະເທດ ແລະກຳລັງ. ມອບໝາຍໃຫ້ພະນັກງານ, ສະມາຊິກພັກ 20 ຄົນຮັບຜິດຊອບຊ່ວຍເຫຼືອ 58 ຄອບຄົວ; ຈັດສົ່ງພະນັກງານ 3 ຄົນ ໄປເຂົ້າຮ່ວມດໍາເນີນຊີວິດຢ່າງເປັນປົກກະຕິຢູ່ 3 ບ້ານຊາຍແດນ, ເພື່ອກໍາແໜ້ນສະພາບການ, ແກ້ໄຂໂດຍໄວ, ຈາກຮາກຖານ.
    |
 |
|
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນຈ່ຽງເຊີນ ລາດຕະເວນ, ກວດກາຫຼັກໝາຍຊາຍແດນ. ພາບ: baosonla.vn |
ພ້ອມກັນນັ້ນ, ອົງຄະນະພັກຄ້າຍທະຫານຊາຍແດນຈ່ຽງເຊີນ ຍັງໄດ້ສຸມໃສ່ກໍ່ສ້າງ, ປັບປຸງການຈັດຕັ້ງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ດີເດັ່ນ. ໃນປີຜ່ານມາ, ຄະນະພັກ ໄດ້ສຳເລັດລະບຽບຫັນການດໍາເນີນຊີວິດພັກໃຫ້ສະມາຊິກພັກ 10 ຄົນ ແລະໄດ້ຮັບເອົາສະມາຊິກພັກ 12 ຄົນມາດໍາເນີນຊີວິດຢູ່ໜ່ວຍພັກ; ປະກອບເອກະສານການຮັບສະມາຊິກພັກສຳຮອງ 1 ຄົນຢ່າງເປັນທາງການຖືກຕ້ອງຕາມຂໍ້ກຳນົດ. ວຽກງານກວດກາ, ຕິດຕາມກວດກາໄດ້ຮັບການເພີ່ມທະວີ, ປະກອບສ່ວນຮັກສາລະບຽບວິໄນໃນທົ່ວກອງທັບ.
ວຽກງານຂົນຂວາຍມະຫາຊົນໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ, ໃນປີ, ກົມກອງ ໄດ້ສົມທົບກັນຈັດຕັ້ງລາຍການ “ລະດູບານໃໝ່ຊາຍແດນ-ອຸ່ນໃຈຊາວບ້ານ”, ມອບຂອງຂວັນ 225 ພູດໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ; ກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ 175 ເທື່ອຄົນ; ແຈກຢາຍຢຸກຢາໂດຍບໍ່ເສຍຄ່າມູນຄ່າ 28 ລ້ານດົ່ງ; ຕັດຜົມໂດຍບໍ່ເສຍຄ່າໃຫ້ປະຊາຊົນໄດ້ 48 ເທື່ອຄົນ; ມອບທຶນການສຶກສາໃຫ້ນັກຮຽນ 10 ຄົນ; ມອບເສື້ອກັນໜາວໃຫ້ນັກຮຽນອະນຸບານ 200 ຜືນ, ດ້ວຍຍອດມູນຄ່າເກືອບ 300 ລ້ານດົ່ງ. ຮັກສາບັນດາລາຍການ “ຊ່ວຍນ້ອງໄປຮຽນ”, “ພະນັກງານ, ນັກຮົບກອງທັບຊ່ວຍນ້ອງໄປຮຽນ” ໄລຍະ 2021-2030 ຢ່າງມີປະສິດທິຜົນ. ປະຈຸບັນ, ກົມກອງໄດ້ຮັບລ້ຽງດູນັກຮຽນ 15 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ, ດ້ວຍລະດັບການໜູນຊ່ວຍ 500.000 ດົ່ງ/ຄົນ/ເດືອນ, ລວມຍອດມູນຄ່າ 67,5 ລ້ານດົ່ງ; ໜູນຊ່ວຍນັກຮຽນ 17 ຄົນ, ດ້ວຍຍອດຈຳນວນເງິນ 128 ລ້ານດົ່ງ, ປະກອບສ່ວນສ້າງກໍາລັງໜູນເພື່ອໃຫ້ພວກນ້ອງບືນຕົວຂຶ້ນໃນການຮໍ່າຮຽນ.
    |
 |
|
ພະນັກງານຄ້າຍທະຫານຊາຍແດນຈ່ຽງເຊີນ ມອບຂອງຂວັນໃຫ້ນັກຮຽນປະສົບກັບຄວາມຫຍຸ້ງຍາກ. ພາບ: baosonla.vn |
ຄຽງຂ້າງນັ້ນ, ກົມກອງຍັງສົມທົບກັບຄະນະອາສາສະໝັກ, ຜູ້ອຸປະຖຳກໍ່ສ້າງເສັ້ນທາງ “ໄຟເຍືອງທາງຊາຍແດນ” 2 ເສັ້ນຢູ່ບ້ານຜາລວງ, ມີເສົາໄຟຟ້າ 50 ເສົາ ແລະບ້ານໄຫຼມີ 30 ເສົາ, ປະກອບສ່ວນຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພໃນການສັນຈອນໄປມາໃນເວລາກາງຄືນ. ບັນດາລາຍການ “ເຄື່ອງນຸ່ງອຸ່ນໃຫ້ເດັກນ້ອຍ”, “ໄລຍະທາງແຫ່ງຄວາມສຸກ”, “ລະດູໜາວແຫ່ງຄວາມຮັກ, ເພີ່ມກຳລັງໄປໂຮງຮຽນ” ໄດ້ມອບຂອງຂວັນກວ່າ 5.000 ພູດ, ລວມຍອດມູນຄ່າກວ່າ 1,5 ຕື້ດົ່ງໃຫ້ແກ່ບັນດາຄອບຄົວຫຍຸ້ງຍາກ, ນັກຮຽນທຸກຍາກໃນບໍລິເວນ.
ອ້າຍ ຢ່າງອາເຊີ້ຍ, ເລຂາໜ່ວຍພັກ, ນາຍບ້ານຜາລວງ, ຕາແສງຈ່ຽງເຊີນ ແບ່ງປັນວ່າ: ນັບແຕ່ມີພະນັກງານຄ້າຍທະຫານຊາຍແດນຈ່ຽງເຊີນ ເຂົ້າມາບ້ານເພື່ອດໍາເນີນຊີວິດໜ່ວຍພັກ, ໂຄສະນາເຜີຍແຜ່ກົດໝາຍ, ພໍ່ແມ່ປະຊາຊົນມີຄວາມເຂົ້າໃຈກວ່າກ່ຽວກັບແຜນນະໂຍບາຍຂອງພັກ, ລັດ. ປະຊາຊົນໃນບ້ານສາມັກຄີກັນຫຼາຍຂຶ້ນ, ບໍ່ຟັງຄຳເວົ້າຂອງກຸ່ມຄົນບໍ່ດີ, ພ້ອມກັນຮັກສາຄວາມສະຫງົບ, ປົກປັກຮັກສາຊາຍແດນ.
ຮ່ວມເດີນທາງພ້ອມກັບປະຊາຊົນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ພະນັກງານ, ນັກຮົບຂອງຄ້າຍໄດ້ເຂົ້າຮ່ວມປະກອບແຮງງານຊ່ວຍເຫຼືອປະຊາຊົນຈໍານວນ 12 ມື້; ໄດ້ຈັດຕັ້ງການຕັດຜົມໂດຍບໍ່ເສຍຄ່າ 6 ຄັ້ງໃຫ້ນັກຮຽນໃນບໍລິເວນໄດ້ 170 ເທື່ອຄົນ; ມອບເຂົ້າສານຈໍານວນ 300 ກິໂລກຼາມຈາກຮູບແບບ “ໄຫເຂົ້າປະຢັດ” ໃຫ້ 15 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ.
ຮັກສາອະທິປະໄຕ, ຄວາມສະຫງົບຢູ່ຊາຍແດນ ແລະສະຖຽນລະພາບຢູ່ບໍລິເວນ, ຄ້າຍທະຫານຊາຍແດນຈ່ຽງເຊີນ ໄດ້ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງພັກ, ລະບົບການເມືອງຢູ່ຮາກຖານ; ຫັນມະຕິ, ຄໍາສັ່ງຂອງຂັ້ນເທິງເປັນລະອຽດ, ສ້າງເປັນແຜນການກະທໍາຕິດແທດກັບພຶດຕິກຳຕົວຈິງ, ຕິດພັນກັບແຕ່ລະບ້ານ; ຜັນຂະຫຍາຍຫຼາຍລາຍການຮັບປະກັນຊີວິດສັງຄົມ, ໜູນຊ່ວຍປະຊາຊົນພັດທະນາເສດຖະກິດ... ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ.
ໂດຍ: ເຈິ່ນຮວ່ຽນ