ກອງລາດຕະເວນໄດ້ປະຕິບັດທຸກເນື້ອໃນຕາມແຜນການ, ສຸມໃສ່ກວດກາສັນຍານເສັ້ນຊາຍແດນ, ສະພາບຫຼັກໝາຍຊາຍແດນແຫ່ງຊາດ, ພ້ອມທັງກໍາແໜ້ນສະພາບການບໍລິເວນ, ພົບເຫັນ ແລະສະກັດກັ້ນການກະທຳລະເມີດອະທິປະໄຕຜືນແຜ່ນດິນ, ລະເມີດກົດລະບຽບຊາຍແດນ. ຜ່ານການກວດກາຕົວຈິງ, ສັນຍານເສັ້ນຊາຍແດນ, ລະບົບຫຼັກໝາຍຊາຍແດນ ແຫ່ງຊາດຍັງຄົງຢູ່ໃນສະພາບເດີມ, ປອດໄພ, ບໍ່ພົບເຫັນກໍລະນີລະເມີດລະບຽບກົດໝາຍ.

leftcenterrightdel
ຫົວໜ້າກອງລາດຕະເວນຊາຍແດນ ກວດກາສະພາບຫຼັກໝາຍຊາຍແດນ ທີ 424 ຢູ່ເສັ້ນຊາຍແດນ ຫວຽດນາມ-ລາວ. ພາບ: qdnd.vn
leftcenterrightdel
ກອງລາດຕະເວນຊາຍແດນ ເຄົາລົບຫຼັກໝາຍຊາຍແດນແຫ່ງຊາດ. ພາບ: qdnd.vn

ໄປຄຽງຄູ່ກັບໜ້າທີ່ລາດຕະເວນ, ກໍາລັງເຂົ້າຮ່ວມຍັງໄດ້ດໍາເນີນການສ້ອມແປງເສັ້ນທາງລາດຕະເວນບາງຕອນທີ່ຖືກເຊາະເຈື່ອນ ຍ້ອນຝົນຕົກໜັກກ່ອນໜ້ານັ້ນ; ຈັດຕັ້ງການຖາງຫຍ້າຢູ່ຕາມເສັ້ນຊາຍແດນ ແລະອ້ອມເຂດຫຼັກໝາຍຊາຍແດນ ເພື່ອອຳນວຍຄວາມສະດວກໃຫ້ແກ່ວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນໃນໄລຍະຍາວ. ເຖິງວ່າສະພາບດິນຟ້າອາກາດບໍ່ສະດວກ ແລະພູມີປະເທດພູດອຍທຸລະກັນດານ, ແຕ່ພະນັກງານ, ນັກຮົບຂອງກົມກອງ ແລະກໍາລັງທະຫານລາດຂອງທ້ອງຖິ່ນ ໄດ້ຍົກສູງຈິດໃຈຄວາມຮັບຜິດຊອບສູງ, ສາມັກຄີ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ..

leftcenterrightdel
ບັນດາສະມາຊິກໃນກອງລາດຕະເວນດໍາເນີນການຖາງຫຍ້າ, ເຮັດອະນາໄມຢູ່ຕາມເສັ້ນຊາຍແດນ, ເຂດຫຼັກໝາຍຊາຍແດນແຫ່ງຊາດ. ພາບ: qdnd.vn
leftcenterrightdel
ກໍາລັງເຂົ້າຮ່ວມການລາດຕະເວນ ດໍາເນີນການສ້ອມແປງເສັ້ນຊາຍແດນບາງຕອນທີ່ຖືກເຊາະເຈື່ອນ ຍ້ອນພົນສະທ້ອນຈາກນໍ້າຖ້ວມ. ພາບ: qdnd.vn

ທ່ານພັນໂທ ຫວື່ບາເຣ, ຫົວໜ້າກອງລາດຕະເວນຄ້າຍທະຫານຊາຍແດນນໍ້າກ່ານ ແບ່ງປັນວ່າ: “ການເຄື່ອນໄຫວລາດຕະເວນໃນໂອກາດບຸນປີໃໝ່ ແມ່ນມີຄວາມໝາຍສຳຄັນໃນການຮັກສາຄວາມສະຫງົບ, ອະທິປະໄຕຊາຍແດນແຫ່ງຊາດ, ການສົມທົບກັນຢ່າງມີປະສິດທິຜົນລະຫວ່າງທະຫານຊາຍແດນ ກັບກຳລັງທະຫານລາດທ້ອງຖິ່ນ ໄດ້ປະກອບສ່ວນຍົກສູງປະສິດທິຜົນການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ພ້ອມທັງເພີ່ທະວີສາຍພົວພັນລະຫວ່າງທະຫານກັບປະຊາຊົນໃນບໍລິເວນຍິ່ງໆຂຶ້ນ”.

ໃນວິວັດການລາດຕະເວນຕ້ອງຮັບປະກັນຄວາມປອດໄພທາງດ້ານອິນຊີ, ອາວຸດຍຸດໂທປະກອນ ແລະວັດຖຸ, ປະກອບສ່ວນຮັກສາສະຖຽນລະພາບຢູ່ເຂດຊາຍແດນຫວຽດນາມ - ລາວ ໃນຊຸມມື້ສຸດທ້າຍຂອງປີ 2025 ແລະ ຕ້ອນຮັບປີໃໝ່ 2026.

ໂດຍ: ທູຈາງ