ບໍ່ພຽງແຕ່ເປັນຄຳຂວັນເທົ່ານັ້ນ, ຫາກຍັງເປັນເສັ້ນດ້າຍສີແດງທີ່ເຊື່ອມຕໍ່ຫົວໃຈ,  ມັນສະໝອງຂອງທະຫານເຮືອກໍາປັ່ນດຳນ້ຳ, ເປັນສັນຍາລັກຂອງເຈດຈໍານົງທີ່ອົງອາດກ້າແກ່ນ, ຂອງ “ຄວາມແຂງແກ່ນ” ໃນທ່າມກາງພື້ນທ້ອງມະຫາສະໝຸດອີກດ້ວຍ.

ພາກພຽນຝຶກຝົນ, ອົດທົນ ຈຶ່ງເກີດຄວາມເກັ່ງ

ກໍາປັ່ນດຳນ້ຳ ແມ່ນປ້ອມປາການເຄື່ອນທີ່ໃນພື້ນທ້ອງທະເລ, ບ່ອນທີ່ລູກເຮືອແຕ່ລະຄົນຝຶກຝົນຫຼໍ່ຫຼອມຄຸນທາດ. ໃນສະຖານທີ່ແຫ່ງນີ້, ລະບຽບວິໄນທີ່ແຂງແກ່ນ, ເຈດຈໍານົງທ່ີີແຂງແກ່ນ, ຈິດໃຈທີ່ແຂງກ້າແມ່ນລະບຽບຫຼັກການ, ເປັນພື້ນຖານເພື່ອປະເຊີນໜ້າກັບສິ່ງທ້າທາຍທີ່ໂຫດຮ້າຍທີ່ສຸດ. ເງື່ອນໄຂດຳລົງຊີວິດທີ່ພິເສດໃນທ້ອງມະຫາສະໝຸດເລິກຮຽກຮ້ອງໃຫ້ມີການເສຍສະຫຼະຢ່າງງຽບໆ. ຕໍ່ໜ້າຄວາມຫຍຸ້ງຍາກລຳບາກ, ທະຫານເຮືອດຳນ້ຳແຕ່ລະຄົນຍາມໃດກໍ່ສາມັກຄີເປັນຈິດໜຶ່ງໃຈດຽວ, ມີຄວາມເຂັ້ມແຂງໃນການຕັດສິນບັນຫາແຕ່ລະຄັ້ງ, ກຽມພ້ອມປະເຊີນໜ້າ ແລະແກ້ໄຂທຸກກໍລະນີ.

leftcenterrightdel
ກອງພົນນ້ອຍ 189 ທະຫານເຮືອ ກວດກາການປະຕິບັດງານເທິງແຜນທີ່ທະເລ. ພາບ: qdnd.vn

ດ້ວຍສະຕິ ແລະລະບຽບວິໄນ, ຈິດໃຈທີ່ແຂງແກ່ນ, ບັນດາໜ່ວຍລູກເຮືອຂອງກອງພົນນ້ອຍ 189 ທະຫານເຮືອ ໄດ້ປະຕິບັດການດຳນ້ຳຫຼາຍພັນຊົ່ວໂມງ, ດ້ວຍການເດີນເຮືອເອກະລາດຫຼາຍຄັ້ງໃນເຂດທະເລຫ່າງໄກຈາກຝັ່ງ, ສຳຄັນຍິ່ງ, ໃນເງື່ອນໄຂອຸຕຸນິຍົມອຸທົກກະສາດທີ່ສັບສົນ. ສິ່ງເຫຼົ່ານີ້ບໍ່ພຽງແຕ່ເປັນການປະຕິບັດໜ້າທີ່ໃນແຕ່ລະຄັ້ງເທົ່ານັ້ນ ແຕ່ຍັງເປັນການປະກາດຢ່າງຊັດເຈນ ເຖິງຄວາມສາມາດໃນການຮັກສາການມີໜ້າ, ຄວບຄຸມເຂດທະເລ ແລະຂູ່ຂວັນຂອງທະຫານເຮືອປະຊາຊົນຫວຽດນາມ ອີກດ້ວຍ.

ເພື່ອບັນລຸການຫັນປ່ຽນຕົນເອງຈາກການ "ທຳຄວາມຄຸ້ນເຄີຍ" ໄປສູ່ການ "ເປັນເຈົ້າການ", ກອງພົນນ້ອຍ 189 ທະຫານເຮືອ ໄດ້ຢຶດໝັ້ນປະຕິບັດຈິດໃຈ: ພາກພຽນຝຶກຝົນ, ອົດທົນຈຶ່ງເກີດຄວາມເກັ່ງ. ຈິດໃຈຂອງການແຂ່ງຂັນນີ້ໄດ້ກາຍເປັນກໍາລັງໜູນເພື່ອຊ່ວຍຍົກສູງຄຸນນະພາບຂອງການຝຶກອົບຮົມຢ່າງແທດຈິງ ແລະມີຫົວຄິດປະດິດສ້າງ.

ເພື່ອບັນລຸໝາກຜົນໃນການປະຕິບັດໜ້າທີ່, ພະນັກງານ, ນັກຮົບແຕ່ລະຄົນຂອງກອງພົນນ້ອຍ 189 ທະຫານເຮືອ ໄດ້ແຂ່ງຂັນກັນຝຶກແອບ, ທົດສອບໃນການເດີນທາງທີ່ຮ້າຍກາດ, ຜ່ານການຝຶກຊ້ອມໃນການຕໍ່ສູ້ປົກປັກຮັກສາຄວາມຢູ່ລອດຂອງເຮືອ ແລະການຫຼົບໜີເມື່ອມີກໍລະນີສຸກເສີນ... ຈາກສິ່ງນີ້, ຄຸນທາດທີ່ກ້າຫານຂອງລູກເຮືອໄດ້ຮັບການຝຶກຝົນຫຼໍ່ຫຼອມ, ກຽມພ້ອມປະເຊີນກັບອັນຕະລາຍຢູ່ທ້ອງທະເລເລິກ. ຜ່ານແຕ່ລະປີ, ຜ່ານຜ່າແຕ່ລະໄລຍະໃນການຝຶກແອບ, ແຕ່ລະໜ່ວຍກໍາປັ່ນ ນັບມື້ນັບຍອດຢ້ຽມ, ມີຄວາມຊຳນານເພີ່ມຂຶ້ນ, ພ້ອມແລ້ວທີ່ຈະປະສານງານຮ່ວມມືສູ້ຮົບ, ບໍ່ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກກໍລະນີ.

ມີຄວາມສາມັກຄີ, ມີລະບຽບວິໄນ, ມີຄວາມລັບ, ຕັດສິນໃຈຍາດເອົາໄຊຊະນະ

ການເດີນທະເລທີ່ເອກະລາດຫຼາຍຮ້ອຍຄັ້ງ, ການດຳນ້ຳຫຼາຍພັນຊົ່ວໂມງ, ການພິຊິດທ້ອງທະເລໃນຄວາມເລິກທີ່ແຕກຕ່າງກັນ ແລະການເດີນທາງຫຼາຍລ້ານໄມທະເລຢ່າງປອດໄພ. ນີ້ແມ່ນໝາກຜົນທີ່ພິສູດໃຫ້ເຫັນຄຸນນະພາບຂອງການຝຶກແອບ, ຄວາມສາມາດໃນການເປັນເຈົ້າຂອງອາວຸດ, ອຸປະກອນຂອງກອງພົນນ້ອຍ 189 ທະຫານເຮືອ. ການຝຶກແອບທາງຍຸດທະວິທີໃນແຕ່ລະຄັ້ງ, ການຝຶກຊ້ອມໃຫຍ່ໃນແຕ່ລະຄັ້ງບໍ່ພຽງແຕ່ເປັນການຝຶກຝົນຫຼໍ່ຫຼອມທັກສະເທົ່ານັ້ນ ແຕ່ຍັງເປັນການຢືນຢັນເຖິງຄຸນທາດ, ກໍາລັງແຮງທີ່ປິດລັບ, ບັງເອີນອີກດ້ວຍ. ປ້ອມປາການທີ່ງຽບສະຫງົບຢູ່ພື້ນທ້ອງມະຫາສະໝຸດເປັນສັນຍາລັກໃຫ້ແກ່ການມີໜ້າຢ່າງໜັກແໜ້ນ, ຄວາມສາມາດຄວບຄຸມກວດກາຢ່າງເດັດຂາດ, ຍາມໃດກໍ່ກຽມພ້ອມປົກປັກຮັກສາອະທິປະໄຕທາງທະເລ, ໝູ່ເກາະຢູ່ຕະຫຼອດເວລາ.

leftcenterrightdel
ລູກເຮືອປະຕິບັດກິດຈະກຳທາງເຕັກນິກຢູ່ເທິງກໍາປັ່ນ187-ບາເຣ້ຍ-ວຸງເຕົາ. ພາບ: qdnd.vn

ບໍ່ຢຸດຢູ່ແຕ່ການນຳໃຊ້ອຸປະກອນທີ່ມີຢູ່ແລ້ວໃຫ້ດີ, ພະນັກງານ ແລະລູກເຮືອໃນກອງພົນນ້ອຍ ຍັງໄດ້ສົມທົບກັບສະຖາບັນຄົ້ນຄວ້າຢູ່ພາຍໃນ ແລະນອກເຫຼົ່າທັບເຮືອ ເພື່ອປັບປຸງອຸປະກອນທີ່ສຳຄັນເທື່ອລະກ້າວ. ຈາກຫົວໜ່ວຍທີ່ໄດ້ຮັບອຸປະກອນຄົບຊຸດຈາກຕ່າງປະເທດ, ກອງພົນນ້ອຍ 189 ທະຫານເຮືອ ໄດ້ບືນຕົວຂຶ້ນກາຍເປັນເຈົ້າຂອງໃນຂອດບົວລະບັດ, ບຳລຸງຮັກສາ,  ສ້າງພື້ນຖານທີ່ໜັກແໜ້ນເພື່ອໃຫ້ກໍາປັ່ນດຳນ້ຳ ຍາມໃດກໍ່ໄດ້ຮັກສາລະດັບຄວາມພ້ອມທາງເຕັກນິກສູງຢູ່ສະເໝີ ແລະກຽມພ້ອມສູ້ຮົບພາຍໃຕ້ທຸກເງື່ອນໄຂ.

ດ້ວຍຜົນງານອັນໂດດເດັ່ນໃນໄລຍະປີ 2020-2025, ກອງພົນນ້ອຍ 189 ທະຫານເຮືອ ເປັນກຽດໄດ້ຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນໜຶ່ງຈາກປະທານປະເທດຫວຽດນາມ. ກົມກອງໄດ້ຮັບທຸງແຂ່ງຂັນຂອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນປະເທດ 5 ຄັ້ງ; ທຸງແຂ່ງຂັນດີເດັ່ນຂອງເຫຼົ່າທັບເຮືອໃນຂະບວນການແຂ່ງຂັນເດັດຂາດຍາດເອົາໄຊຊະນະ ໄລຍະ 2019-2024.

ທຸງແຂ່ງຂັນ, ຫຼຽນລາງວັນອັນສູງສົ່ງເຫຼົ່ານັ້ນແມ່ນຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈຂະຫຍັນພາກພຽນ, ອົດທົນໃນການ "ຝຶກແອບ" ໃນທ່າມກາງພື້ນທ້ອງມະຫາສະໝຸດຂອງພະນັກງານ, ລູກເຮືອຂອງກອງພົນນ້ອຍ 189 ທະຫານເຮືອ. ໃນສະພາບການໃໝ່, ພະນັກງານ, ລູກເຮືອແຕ່ລະຄົນຂອງກໍາປັ່ນດຳນ້ຳ ຍິ່ງມີຄວາມເຂົ້າໃຈເຖິງຄວາມຮັບຜິດຊອບທີ່ສັກສິດນີ້ຫຼາຍຂຶ້ນ, ຈາກນັ້ນສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ມີລະບຽບວິໄນ, ມີຄວາມລັບ, ເດັດຂາດຍາດເອົາໄຊຊະນະ, ເຊິ່ງສົມເປັນ "ໂລ້ກໍາບັງທີ່ແຂງແກ່ນ" ປົກປັກຮັກສາອະທິປະໄຕອັນສັກສິດຂອງປະເທດຊາດຈາກກທ້ອງມະຫາສະໝຸດ.

ໂດຍ: ຈາງຫງວຽນ