leftcenterrightdel
ທ່ານພັນເອກພິເສດ ຫງວຽນແທັງຫາຍ ມອບດອກໄມ້ໃຫ້ທີມບານສ່ົງເຂົ້າຮ່ວມການແຂ່ງຂັນ. ພາບ: ວັນເຈືອງ

ທ່ານພັນເອກພິເສດ ຫງວຽນແທັງຫາຍ ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນ, ຫົວໜ້າຄະນະນາຍທະຫານຊາຍແດນໜຸ່ມຫວຽດນາມ; ການນໍາກອງບັນຊາການທະຫານຊາຍແດນແຂວງກວາງຈິ້; ຕາງໜ້າການນໍາ, ຜູ້ບັນຊາການ ແລະພະນັກງານ, ນາຍທະຫານສັງເກດກອງຮ້ອຍທະຫານຊາຍແດນ 320, ກອງບັນຊາການທະຫານແຂວງສະຫວັນນະເຂດ, ລາວ ເປັນຈຳນວນຫຼວງຫຼາຍໄດ້ເຂົ້າຮ່ວມ ແລະລະດົມກຳລັງໃຈສອງທີມ.

ທີ່ການແຂ່ງຂັນບານສົ່ງ, ສອງທີມໄດ້ແຂ່ງຂັນບົນຈິດໃຈພົບປະແລກປ່ຽນ, ສ້າງຄວາມສະໜິດຕິດພັນລະຫວ່າງນາຍທະຫານຊາຍແດນໜຸ່ມດ່ານສາກົນລາວບ໊າວ, ທະຫານຊາຍແດນແຂວງກວາງຈິ້ ກັບຄະນະນາຍທະຫານຊາຍແດນໜຸ່ມຫວຽດນາມ ລວມມີບັນດານາຍທະຫານໜຸ່ມດີເດັ່ນທີ່ມາຈາກ 9 ແຂວງຕິດກັບຊາຍແດນຫວຽດນາມ-ລາວ.

leftcenterrightdel
ພະນັກງານ, ຜູ້ບັນຊາການກອງຮ້ອຍທະຫານຊາຍແດນ 320, ກອງບັນຊາການທະຫານແຂວງສະຫວັນນະເຂດ ແລະການນໍາກອງບັນຊາການທະຫານຊາຍແດນແຂວງກວາງຈ້ິ ເຂົ້າຮ່ວມ ແລະລະດົມກຳລັງໃຈສອງທີມບານສົ່ງ. ພາບ: ວັນເຈືອງ
leftcenterrightdel
ນັດແຂ່ງຂັນບານສົ່ງມິດຕະພາບລະຫວ່າງສອງທີມ. ພາບ: ວັນເຈືອງ

ລາຍການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມຫວຽດນາມ-ລາວ ຄັ້ງທີ 3, ປີ 2024 ຈະດໍາເນີນຢູ່ປະເທດເພື່ອນລາວ, ເລີ່ມຕົ້ນໃນຕອນເຊົ້າວັນທີ 21 ສິງຫາ, ລວມມີການເຄື່ອນໄຫວຫຼາຍຢ່າງ, ຄື: ຢ້ຽມຢາມກອງຮ້ອຍທະຫານຊາຍແດນ 320, ປຸກຕົ້ນໄມ້ອະນຸສອນ; ຈັ້ດຕັ້ງການສົນທະນານາຍທະຫານຊາຍແດນໜຸ່ມຫວຽດນາມ-ລາວ; ຈັດຕັ້ງການພົບປະແລກປ່ຽນວັດທະນະທໍາ, ສິລະປະ; ຢ້ຽມຊົມຫໍພິພິຕະພັນມູນເຊື້ອສໍາພັນທະມິດສູ້ຮົບລາວ-ຫວຽດນາມ, ຢ້ຽມຊົມບາງປູຊະນີຍະສະຖານ, ທັດສະນີຍະພາບທໍາມະຊາດທີ່ມີຊື່ສຽງຢູ່ລາວ...

ບັນດາການເຄື່ອນໄຫວພົວພັນຕ່າງປະເທດຂອງນາຍທະຫານຊາຍແດນໜຸ່ມຫວຽດນາມ ກັບນາຍທະຫານໜຸ່ມປະເທດເພື່ອນລາວ ດຳເນີນກົງກັບໂອກາດຫວຽດນາມ ສະເຫຼີມສະຫຼອງ 79 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19-8-1945/19-8-2024) ແລະວັນຊາດແຫ່ງ ສສ ຫວຽດນາມ (2-9-1945/2-9-2024); ລາວ ກໍ່ມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນຖະແຫຼງປະກາດເອກະລາດ (12-10-1945/12-10-2024).

ໂດຍ: ໄຊນີີດາ