ລາດຕະເວນສອງຝ່າຍເພື່ອປົກປັກຮັກສາຊາຍແດນຫວຽດນາມ-ລາວ
ກປ.ອອນໄລ - ໂດຍປະຕິບັດແຜນການລາດຕະເວນສອງຝ່າຍງວດທີ III, ແຕ່ວັນທີ 23 -24 ສິງຫາ, ຄ້າຍທະຫານຊາຍແດນທົງທູ, ທະຫານຊາຍແດນແຂວງເງະອານ ສົມທົບກັບກອງຮ້ອຍທະຫານຊາຍແດນ 216, ກອງບັນຊາການທະຫານແຂວງຫົວພັນ, ລາວ ຈັດຕັ້ງການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ ໃນບໍລິເວນ.
ກອງລາດຕະເວນຄ້າຍທະຫານຊາຍແດນທົງທູ ນໍາໂດຍພັນຕີ ຟານແທັ່ງເຍິນ ຮອງຜູ້ບັນຊາການ; ກອງລາດຕະເວນກອງຮ້ອຍທະຫານຊາຍແດນ 216 ນໍາໂດຍພັນຕີ ຄິນບູນລັດ ຮອງຫົວໜ້າກອງຮ້ອຍທະຫານຊາຍແດນ 216 ບັນຊາ.
    |
 |
ກອງລາດຕະເວນສອງຝ່າຍຢູ່ຫຼັກໝາຍທີ 365. ພາບ: qdnd.vn |
    |
 |
ຫົວໜ້າລາດຕະເວນສອງຝ່າຍກວດກາຫຼັກໝາຍທີ່ 366. ພາບ: qdnd.vn |
ກໍາລັງລາດຕະເວນກວດກາເສັ້ນຊາຍແດນ, ຫຼັກໝາຍຕອນຊາຍແດນແຕ່ຫຼັກໝາຍ 365 ຮອດຫຼັກໝາຍ 366 ຢູ່ເສັ້ນຊາຍແດນຫວຽດນາມ-ລາວ. ຜ່ານການລາດຕະເວນ, ກວດກາໄດ້ຊີ້ໃຫ້ເຫັນວ່າບັນດາຫຼັກໝາຍ, ເສັ້ນຊາຍແດນໄດ້ຮັກສາຢູ່ໃນສະພາບເດີມ, ສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນຊາຍແດນໄດ້ຮັບປະກັນ, ບໍ່ພົບເຫັນສັນຍານລະເມີດກົດໝາຍ, ລະເມີດອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະຝ່າຍ.
ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ເຊັນບົດບັນທຶກຮັບຮູ້ໝາກຜົນ, ຈັດຕັ້ງການຖອດຖອນບົດຮຽນ, ພ້ອມທັງເຫັນດີເປັນເອກະພາບຕໍ່ແຜນການ, ເວລາ, ສະຖານທີ່ ແລະວິທີການດໍາເນີນໃຫ້ແກ່ການລາດຕະເວນຄັ້ງຕໍ່ໄປ.
ໂດຍ: ໄຊນີດາ