10 ປີແຫ່ງການເພີ່ມພູນຄູນສ້າງນໍ້າໃຈສາມັກຄີ

ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນຮ່ວມມື, ບ້ານໃກ້ເຮືອນຄຽງມິດຕະພາບພ້ອມກັບການພັດທະນາລະຫວ່າງບັນດາທ້ອງຖິ່ນ ແລະປະເທດທີ່ມີເສັ້ນຊາຍແດນຮ່ວມກັນ. ພັກ, ລັດ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ຖືເປັນສໍາຄັນພິເສດຕໍ່ວຽກງານການພົວພັນຕ່າງປະເທດຊາຍແດນລະຫວ່າງຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນມີ ຈີນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ Dong Jun, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ຢ້ຽມຢາມໂຮງຮຽນປະຖົມ Beishan, ແຂວງຢຸນນານ ສປ ຈີນ ໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 8, ວັນທີ 12 ເມສາ. ພາບ: qdnd.vn

ໃນການພົວພັນດ້ານປ້ອງກັນຊາດລະຫວ່າງຫວຽດນາມ ກັບບັນດາປະເທດ, ໃນນັ້ນມີ ຈີນ, ຫວຽດນາມ ຍາມໃດກໍ່ຢືນຢັນຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືທີ່ແທດຈິງ ແລະມີປະສິດທິຜົນ.

ປີ 2024 ແມ່ນປີທີ່ສ້າງຂີດໝາຍ 10 ປີແຫ່ງການຜັນຂະຫຍາຍຂໍ້ລິເລີ່ມຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ. ລາຍການໄດ້ສືບຕໍ່ຢືນຢັນວ່າ ແມ່ນການເຄື່ອນໄຫວທີ່ສຳຄັນ, ມີຄວາມໝາຍດ້ານການເມືອງອັນໃຫຍ່ຫຼວງ, ໄດ້ຮັບການຕີລາຄາສູງຈາກການນຳກະຊວງປ້ອງກັນປະເທດສອງປະເທດ, ອໍານາດການປົກຄອງທ້ອງຖິ່ນ ແລະປະຊາຊົນທີ່ຢູ່ສອງຟາກຊາຍແດນ.

ປີ 2014, ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ-ຈີນ ຄັ້ງທຳອິດໄດ້ຈັດຂຶ້ນຢູ່ແຂວງກວາງນິງ (ຫວຽດນາມ) ແລະແຂວງກວາງຊີ ( ຈີນ). ຢູ່ຫວຽດນາມ,  6 ລາຍການແລກປ່ຽນຄັ້ງຕໍ່ໄປ ໄດ້ຈັດຂຶ້ນຕາມລຳດັບຢູ່ແຂວງ: ລາວກາຍ (ຄັ້ງທີ 2, ປີ 2015), ລ້າງເຊີນ (ຄັ້ງທີ 3, ປີ 2016), ລາຍເຈົາ (ຄັ້ງທີ 4, ປີ 2017), ກາວບັ່ງ (ຄັ້ງທີ 5, ປີ 2018), ກວາງນິງ (ຄັ້ງທີ 6, ປີ 2021), ກາວບັ່ງ (ຄັ້ງທີ 7, ປີ 2022). ການຄັດເລືອກສະຖານທີ່ໃນແຕ່ລະປີແມ່ນໝູນວຽນຕາມເງື່ອນໄຂທີ່ເໝາະສົມຂອງທັງຢູ່ຫວຽດນາມ ແລະຈີນ. ການພົບປະແລກປ່ຽນ ຄັ້ງທີ 8 ໄດ້ຈັດຂຶ້ນຢູ່ແຂວງລາວກາຍ (ຫວຽດນາມ) ແລະແຂວງຢຸນນານ (ຈີນ) ໃນເດືອນ ເມສາ 2024.

ຈຸດພົ້ນເດັ່ນຂອງຮູບແບບການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ແມ່ນການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ນໍ້າໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງບັນດາກົມກອງ ແລະກຳລັງປ້ອງກັນຊາຍແດນຂອງສອງປະເທດ, ຍົກສູງກໍາລັງຄວາມສາມາດໃນການປະສານສົມທົບ ແລະແກ້ໄຂບັນດາບັນຫາສັບສົນທີ່ເກີດຂຶ້ນຢູ່ຊາຍແດນຈາກຂັ້ນຮາກຖານຢູ່ທ້ອງຖິ່ນຢ່າງສົມເຫດສົມຜົນ ແລະທັນການ, ພົ້ນເດັ່ນແມ່ນການແກ້ໄຂບັນດາກໍລະນີລະເມີດກົດໝາຍ, ການເຂົ້າ-ອອກເມືອງຜິດກົດໝາຍ, ສະກັດກັ້ນ, ຕ້ານພະຍາດ… ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາອະທິປະໄຕ, ຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນຂອງແຕ່ລະປະເທດ.

ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນເຂດຊາຍແດນ ຫວຽດນາມ-ຈີນ ໄດ້ກາຍເປັນໜຶ່ງໃນບັນດາແບບຢ່າງພົ້ນເດັ່ນຂອງການພົວພັນຕ່າງປະເທດຊາຍແດນ ແລະໄດ້ຮັບການແຜ່ຂະຫຍາຍ, ຈັດຕັ້ງສໍາເລັດການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນກັບລາວ ແລະກຳປູເຈຍ. ຝ່າຍຈີນ ໄດ້ແຜ່ຂະ ຫຍາຍຮູບແບບການເຄື່ອນໄຫວທີ່ຄ້າຍຄືກັນກັບຫຼາຍປະເທດທີ່ມີຊາຍແດນຮ່ວມກັນ.

ຜ່ານໄລຍະ 10 ປີ, ມາຮອດປະຈຸບັນ, ກອງບັນຊາການທະຫານຊາຍແດນ ໄດ້ຊີ້ນຳກອງບັນຊາການທະຫານຊາຍແດນ 7 ແຂວງຊາຍແດນ ຫວຽດນາມ-ຈີນ ສົມທົບກັບກຳລັງປ້ອງກັນຊາຍແດນຂອງປະເທດເພື່ອນຜັນຂະຫຍາຍຫຼາຍຮູບການຮ່ວມມືມິດຕະພາບໄດ້ນຳມາເຊິ່ງໝາກຜົນທີ່ແທດຈິງ, ຄື: ຮູບແບບແຮກສ່ຽວ “ຄ້າຍ-ກອງພັນມິດຕະພາບ, ຊາຍແດນສະຫງົບ”; “ຄ້າຍ-ຄ້າຍມິດຕະພາບ, ດ່ານຊາຍແດນທີ່ກົມກຽວ”... ພົ້ນເດັ່ນຢູ່ໃນນັ້ນແມ່ນຮູບແບບ “ການແລກປ່ຽນວຽກງານການເມືອງ” ລະຫວ່າງກຳລັງປ້ອງກັນຊາຍແດນສອງປະເທດ.

ເສັ້ນຊາຍແດນທີ່ເປັນແບບຢ່າງ

ແຂວງລາວກາຍ ແມ່ນແຂວງໄດ້ຮັບການຄັດເລືອກເປັນເຈົ້າພາບຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 8 ນີ້ກໍ່ແມ່ນຄັ້ງທີ 2 ທີ່ແຂວງລາວກາຍ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈໃນການຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບລະຫວ່າງກະຊວງປ້ອງກັນປະເທດສອງປະເທດ, ຫຼັງຈາກການພົບປະແລກປ່ຽນ ໃນປີ 2015.

leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ປູກຕົ້ນໄມ້ມິດຕະພາບຢູ່ດ່ານສາກົນລາວກາຍ ໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 8 ຢູ່ລາວກາຍ ໃນວັນທີ 11 ເມສາ. ພາບ: qdnd.vn

ໃນຖານະເປັນແຂວງປະຕູຊາຍແດນທາງພາກຕາເວັນຕົກສ່ຽງເໜືອຂອງປະເທດ, ລາວກາຍ ມີຕຳແໜ່ງຍຸດທະສາດທີ່ສຳຄັນໃນດ້ານເສດຖະກິດ-ການເມືອງ-ການປ້ອງກັນຊາດ-ການປ້ອງກັນຄວາມສະຫງົບຂອງເຂດພູດອຍພາກເໜືອ ກໍ່ຄືເຂດພູດອຍໃນທົ່ວປະເທດ. ແຂວງດັ່ງກ່າວ ມີຊາຍແດນຕິດກັບຈີນ ຍາວກວ່າ 180 ກິໂລແມັດ ໃນນັ້ນ ມີຫຼັກໝາຍຊາຍແດນລະດັບຊາດ 127 ຫຼັກ, ມີ ດ່ານຊາຍແດນສາກົນ ລາວກາຍ-Hekou 1 ຄູ່ (ລວມທັງທາງບົກ 2 ເສັ້ນ ແລະທາງລົດໄຟ 1 ເສັ້ນ), ດ່ານຊາຍແດນສໍາຮອງ 2 ຄູ່ ແລະທາງນ້ອຍຊາຍແດນ 3 ຄູ່. ເຂດຊາຍແດນແຂວງລາວກາຍ ມີ 26 ຕາແສງ, ເທດສະບານຂຶ້ນກັບ 4 ເມືອງ ແລະ 1 ນະຄອນຊາຍແດນ.

ບໍ່ພຽງແຕ່ຕັ້ງໜ້າເສີມຂະຫຍາຍບັນດາທ່າໄດ້ປຽບອັນໃຫຍ່ຫຼວງ ເພື່ອພັດທະນາເສດຖະກິດດ່ານຊາຍແດນ, ເປີດກວ້າງການຮ່ວມມືດ້ານການຄ້າສາກົນກັບແຂວງຢຸນນານ (ຈີນ) ເທົ່ານັ້ນ, ຫາກແຂວງລາວກາຍ ຍາມໃດກໍ່ເອົາໃຈໃສ່ແຫຼ່ງກຳລັງລົງທຶນເພື່ອປັບປຸງການປ້ອງກັນຊາດປ້ອງກັນຄວາມສະຫງົບ; ຮັກສາ ແລະເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນກັບກຳລັງຄຸ້ມຄອງ, ປ້ອງກັນຊາຍແດນ, ດ່ານຊາຍແດນຂອງປະເທດເພື່ອນ, ຜ່ານນັ້ນປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາອີກດ້ວຍ.

ໃນໄລຍະຜ່ານມາ, ແຂວງລາວກາຍ ໄດ້ຍູ້ແຮງການປັບປຸງລະບົບຄົມມະນາຄົມທີ່ເຊື່ອມຕໍ່ກັບທາງດ່ວນ ແລະທາງຫຼວງໄປຮອດສູນເສດຖະກິດ ແລະການທ່ອງທ່ຽວຂອງແຂວງ. ລະບົບຄົມມະນາຄົມເຊື່ອມຕໍ່ຂ້າມຊາຍແດນທີ່ໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້ຈາກສູນກາງ ລວມມີ: ຂົວຂ້າມແມ່ນ້ຳແດງຊາຍແດນຢູ່ຕາແສງບ້ານເວືອກ; ເຊື່ອມຕໍ່ທາງລົດໄຟລະຫວ່າງສະຖານີລົດໄຟລາວກາຍ ແລະສະຖານີລົດໄຟ Hekoubei  (ຈີນ)... ໂດຍມີເປົ້າໝາຍທັງຮັບໃຊ້ການພັດທະນາເສດຖະກິດ, ຮັບໃຊ້ການເຄື່ອນໄຫວປ້ອງກັນປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ. ຄຽງຂ້າງນັ້ນ, ແຂວງລາວກາຍ ກໍ່ສືບຕໍ່ຜັນຂະຫຍາຍການເຄື່ອນໄຫວຮ່ວມມືກັບຫຼາຍທ້ອງຖິ່ນທີ່ຢູ່ແລວເສດຖະກິດຄຸນໝິງ - ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ - ກວາງນິງ, ກຸ່ມປະຕິບັດງານປະສົມ 4 ແຂວງຊາຍແດນ (ລາວກາຍ, ລາຍເຈົາ, ດ້ຽນບຽນ, ຮ່າຢາງ) ກັບແຂວງຢຸນນານ.

ສາມາດຢືນຢັນໄດ້ວ່າ: ເສັ້ນຊາຍແດນລະຫວ່າງແຂວງລາວກາຍ ແລະແຂວງຢຸນນານ (ຈີນ) ແມ່ນເສັ້ນຊາຍແດນທີ່ພົ້ນເດັ່ນຢ່າງແທ້ຈິງ, ສາມາດແຜ່ຂະຫຍາຍໃນທົ່ວເສັ້ນຊາຍແດນ ຫວຽດນາມ-ຈີນ, ທັງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ທັງຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທັງຢືນຢັນບົດບາດ "ຊາຍແດນ" ຂອງປະເທດຊາດ.

ໂດຍ: ທະນາພອນ