ຕ້ອນຮັບ ແລະເຮັດວຽກກັບຄະນະມີທ່ານພັນເອກພິເສດ ໂດ໋ຫງອັກວິ້ງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ກ໊ວກຕວ້ານ.

ທີ່ການເຮັດວຽກ, ທ່ານພັນເອກພິເສດ ໂດ໋ຫງອັກວິ້ງ ລາຍງານໃຫ້ຄະນະຮັບຊາບກ່ຽວກັບໜ້າທີ່ປົກປັກຮັກສາອະທິປະໄຕ, ຄວາມສະຫງົບຊາຍແດນຂອງທະຫານຊາຍແດນແຂວງແທັງຮວ໊າ ໃນຊຸມປີຜ່ານມາ; ບາງບັນຫາທີ່ໜ້າເອົາໃຈໃສ່ທີ່ກ່ຽວຂ້ອງເຖິງສອງຟາກຊາຍແດນ; ບັນດາປັດໄຈທີ່ຊ້ອນແຝງຄວາມສ່ຽງຂາດຄວາມສະຫງົບຄວາມເປັນລະບຽບຢູ່ສອງຟາກຊາຍແດນ...

leftcenterrightdel
ການນໍາກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ ມອບຂອງຂວັນໃຫ້ຄະນະຜູ້ແທນກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດລາວ. ພາບ: ກ໊ວກຕວ້ານ.
leftcenterrightdel
ຄະນະຜູ້ແທນກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດລາວ ມອບຂອງຂວັນທີ່ລະນຶກໃຫ້ກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ. ພາບ: ກ໊ວກຕວ້ານ.

ຕາມນັ້ນແລ້ວ, ໃນຊຸມປີຜ່ານມາ, ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ ໄດ້ຊາບຊຶມ, ຜັນຂະຫຍາຍ, ປະຕິບັດເຂັ້ມງວດຕໍ່ບັນດາຄໍາສັ່ງ, ມະຕິຂອງຄະນະພັກ, ກອງບັນຊາການທະຫານຊາຍແດນ, ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງແທັງຮວ໊າ ແລະກອງບັນຊາການທະຫານເຂດ 4 ໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ຊາຍແດນ ແລະການພົວພັນຕ່າງປະເທດ; ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາກໍາລັງທີ່ກ່ຽວຂ້ອງ, ພິເສດແມ່ນກໍາລັງປ້ອງກັນຊາຍແດນແຂວງຫົວພັນຂອງລາວ ໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມສະຫງົບຢູ່ຊາຍແດນແຫ່ງຊາດ; ແກ້ໄຂບັນດາບັນຫາຊາຍແດນຢ່າງທັນການ ແລະມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນຂອງສອງແຂວງ.

leftcenterrightdel
ຄະນະຜູ້ແທນກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງ ສະພາແຫ່ງຊາດລາວ ຖ່າຍຮູບເປັນທີ່ລະນຶກກັບການນໍາກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ. ພາບ: ກ໊ວກຕວ້ານ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນຕີ ປອ ວົງສັກ ພັນທະວົງ ໄດ້ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະສົມກຽດຂອງກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ ທີ່ສະຫງວນໃຫ້ແກ່ຄະນະ. ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ ກອງບັນຊາການທະຫານຊາຍແດນແຂວງແທັງຮວ໊າ ຈະສືບຕໍ່ເອົາໃຈໃສ່, ຈັດຕັ້ງຜັນຂະຫຍາຍ, ຮັກສາການເຄື່ອນໄຫວຮ່ວມມື, ແລກປ່ຽນບົດຮຽນໃນຂົງເຂດການທະຫານ, ການປ້ອງກັນຊາດ ຢ່າງມີຄຸນນະພາບ ແລະມີປະສິດທິຜົນ; ຊ່ວຍເຫຼືອ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນ ລາວ ບັນດາເຜົ່າຢູ່ເຂດຊາຍແດນ ໄດ້ແລກປ່ຽນສິນຄ້າ, ພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ໄຊຊະນະ