leftcenterrightdel
ເຖິງວ່າຄາວຽກຫຼາຍກໍ່ຕາມ ແຕ່ສະຫາຍ ຫງວຽນຝູຈ້ອງ ຍັງໄດ້ສະຫງວນເວລາເອົາໃຈໃສ່, ລະດົມກໍາລັງໃຈພະນັກງານ, ນັກຮົບທະຫານເຮືອປະຊາຊົນຫວຽດນາມ. ປີ 2010, ໃນຖານະຕໍາແໜ່ງເປັນປະທານສະພາແຫ່ງຊາດຫວຽດນາມ, ທ່ານ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມ ແລະປະດັບຫຼຽນໄຊດາວເຫຼືອງ ຄັ້ງທີ 2 ໃຫ້ເຫຼົ່າທັບເຮືອ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງເຫຼົ່າທັບເຮືອ (7-5-1955 / 7-5-2010). ພາບ: qdnd.vn
leftcenterrightdel

ພະນັກງານ, ນັກຮົບທະຫານເຮືອ ຍາມໃດກໍ່ຈົດຈໍາຄໍາສັ່ງສອນຂອງທ່ານ  ຫງວຽນຝູຈ້ອງ ທີ່ພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງເຫຼົ່າທັບ ທີ່ວ່າ: ທະເລຂອງປະເທດເຮົາມີບົດບາດສໍາຄັນພິເສດ. ພວກເຮົາພວມມານະພະຍາຍາມສູ້ຊົນ ເພື່ອນໍາປະເທດເຮົາໃຫ້ກາຍເປັນເປັນປະເທດທີ່ມີຄວາມເຂັ້ມແຂງທາງທະເລ, ສ້າງຄວາມຮັ່ງມີຈາກທະເລ, ຮັບປະກັນຄວາມໜັກແໜ້ນທາງອະທິປະໄຕ, ສິດອະທິປະໄຕແຫ່ງຊາດຢູ່ທະເລ, ໝູ່ເກາະ, ປະກອບສ່ວນສໍາຄັນເຂົ້າໃນພາລະກິດຫັນເປັນອຸດສາຫະກໍາ, ທັນສະໄໝ, ເຮັດໃຫ້ປະເທດຊາດນັບມື້ນັບຮັ່ງມີເຂັ້ມແຂງ. ພາບ: qdnd.vn

leftcenterrightdel
ປີ 2013, ໃນການໄປປະຕິບັດງານຢູ່ແຂວງກວາງນິງ, ກໍາປັ່ນ 266, ກອງເຮືອ 4, ທະຫານເຮືອເຂດ 1 (ປະຈຸບັນ ກໍາປັ່ນ 266 ຂຶ້ນກັບກອງເຮືອ 135, ກອງພົນນ້ອຍ 170, ທະຫານເຮືອເຂດ 1) ເປັນກຽດໄດ້ໄປນໍາທ່ານ ຫງວຽນຝູຈ້ອງ  ແລະຄະນະປະຕິບັດງານໄປສໍາຫຼວດເຂດເສດຖະກິດຈໍາເພາະເວິນດົ່ນ. ໃນໄລຍະສັ້ນ, ພະນັກງານ, ນັກຮົບໄດ້ຈັດສົ່ງກໍາປັ່ນຕິດຕາມໄປນໍາຖືກຕາມແຜນການ, ຮັບປະກັນຄວາມປອດໄພ... ພາບ: qdnd.vn
leftcenterrightdel
ປີ 2016, ໃນຖານະຕໍາແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກກອມມູນິດຫວຽດນາມ, ທ່ານ ຫງວຽນຝູຈ້ອງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບບັນດາກົມກອງທະຫານເຮືອ ທີ່ຕັ້ງທັບຢູ່ໃນຖານທັບກາມແຣງ. ພາບ: qdnd.vn

ທ່ານ ຫງວຽນຝູຈ້ອງ  ໄດ້ເຮັດວຽກກັບກອງບັນຊາການທະຫານເຮືອເຂດ 4; ຢ້ຽມຢາມ ແລະລະດົມກໍາລັງໃຈພະນັກງານ, ນັກຮົບກອງພົນນ້ອຍ 189, ກອງພົນນ້ອຍອາກາດທະຫານເຮືອ 954. ເຂດຕົວເມືອງຖານທັບກາມແຣງ ແລະທ່າກຳປັ່ນສາກົນກາມແຣງ; ຢ້ຽມຢາມໂຮງຮຽນອະນຸບານເຈື່ອງຊາ ແລະຄອບຄົວເອື້ອຍ ເລຮວ່າຍເຖືອງ ຄູສອນໃນໂຮງຮຽນອະນຸບານເຈື່ອງຊາ ທີ່ມີຜົວແມ່ນນາຍທະຫານທີ່ພວມເຮັດວຽກຢູ່ເມືອງເກາະ ເຈື່ອງຊາ, ແຂວງແຄ໊ງຮວ່າ...

leftcenterrightdel
ພະນັກງານ, ນັກຮົບກອງພົນນ້ອຍກໍາປັ່ນດໍານໍ້າ 189 ມອບກະຕຸກນໍ້າທະເລທີ່ເອົາຈາກເຂດທະເລເລິກ ໃຫ້ທ່ານ ຫງວຽນຝູຈ້ອງ, ປີ 2016. ພາບ: qdnd.vn

ເມື່ອໂອ້ລົມກັບພະນັກງານ, ນັກຮົບທະຫານເຮືອເຂດ 4, ທ່ານ ຫງວຽນຝູຈ້ອງ  ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍຜົນງານທີ່ພົ້ນເດັ່ນຂອງທະຫານເຮືອ ແລະກົມກອງຕ່າງໆໃນຖານທັບກາມແຣງ. ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ຄຸນທາດການເມືອງ ແລະຈິດໃຈຕໍ່ສູ້ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງພະນັກງານ, ນັກຮົບເຫຼົ່າທັບເຮືອ.

ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ: ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ກໍານົດ: ເສີມຂະຫຍາຍກໍາລັງແຮງສັງລວມຂອງທົ່ວປວງຊົນ, ຂອງທົ່ວລະບົບການເມືອງຢ່າງແຂງແຮງ, ຍາດແຍ່ງເອົາຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນຂອງປະຊາຄົມສາກົນ, ຕັດສິນໃຈເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໃຫ້ໝັ້ນຄົງ, ປົກປ້ອງພັກ, ລັດ, ປະຊາຊົນ ແລະລະບອບສັງຄົມນິຍົມ...; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ...

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໂອ້ລົມກັບພະນັກງານ, ນັກຮົບຂອງກໍາປັ່ນ ຫຼີທ໊າຍໂຕ໋, ປີ 2016. ພາບ: qdnd.vn

ນີ້ແມ່ນໜ້າທີ່ໜັກໜ່ວງທີ່ສຸດ, ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປະຊາຊົນ ແລະທົ່ວກອງທັບຕ້ອງມານະພະຍາຍາມສູ້ຊົນ, ເສີມຂະຫຍາຍກໍາລັງແຮງສັງລວມຂອງທົ່ວປວງຊົນ, ຂອງທົ່ວລະບົບການເມືອງຢ່າງແຂງແຮງ, ຖືກໍາລັງແຮງພາຍໃນແມ່ນປັດໄຈຕັດສິນ, ໃນນັ້ນ ການກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງທັງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະກໍາລັງສູ້ຮົບແມ່ນໜ້າທີ່ສໍາຄັນພິເສດ.

ທ່ານເລຂາທິການໃຫຍ່ ຢືນຢັນວ່າ: ເປົ້າໝາຍສູ້ຮົບຂອງກອງທັບປະຊາຊົນຫວຽດນາມ, ກອງທັບປະຕິວັດພາຍໃຕ້ການນໍາພາຂອງພັກ ແມ່ນຕັດສິນໃຈປົກປັກຮັກສາປະເທດຊາດ, ປົກປັກຮັກສາສັນຕິພາບ, ປົກປ້ອງຊີວິດທີ່ອີ່ມໜຳສຳລານ, ຄວາມຜາສຸກຂອງປະຊາຊົນ; ຕັດສິນໃຈສູ້ຮົບ ແລະຕີໃຫ້ໄດ້ຮັບໄຊຊະນະເມື່ອປະເທດມີຄວາມຕ້ອງການ. ພັກ, ລັດ ແລະປະຊາຊົນເຮົາຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດ, ເອົາໃຈໃສ່ກໍ່ສ້າງກອງທັບເວົ້າລວມ ແລະທະຫານເຮືອປະຊາຊົນຫວຽດນາມ ເວົ້າສະເພາະໃຫ້ມີການເຕີບໂຕ, ເຕີບໃຫຍ່ຂະຫຍາຍຕົວ ແລະມີການພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ້ຽມຢາມ, ລະດົມກໍາລັງໃຈພະນັກງານ, ນັກຮົບກອງພົນນ້ອຍ 954, ປີ 2016. ພາບ: qdnd.vn

ຍ້ອນເຫດນັ້ນ, ຕ້ອງສືບຕໍ່ຮັກສາ, ເພີ່ມທະວີການນໍາພາຢ່າງເດັດຂາດ, ໂດຍກົງກ່ຽວກັບໜ້າທີ່ວຽກງານທຸກດ້ານຂອງພັກ, ການຄຸ້ມຄອງລວມສູມ, ເປັນເອກະພາບຂອງລັດຕໍ່ກັບກອງທັບ; ປັບປຸງ ແລະພັດທະນາການພົວພັນເລືອດເນື້ອລະຫວ່າງກອງທັບກັບປະຊາຊົນ; ຢຶດໝັ້ນຕໍ່ແນວຄິດໂຮ່ຈີມິນ ກ່ຽວກັບເອກະລາດແຫ່ງຊາດ ແລະສັງຄົມນິຍົມ; ໂດຍບໍ່ຫົວຊາຕໍ່ເງື່ອນໄຂ, ສະພາບການໃດກອງທັບກໍ່ຕ້ອງສັດຊື່ບໍລິສຸດ ຕໍ່ກັບພັກ, ລັດ, ປະຊາຊົນ ແລະລະບອບສັງຄົມນິຍົມຢ່າງເດັດຂາດ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ  ນັ່ງຢູ່ໃນຫ້ອງນັກບິນຂອງເຮືອບິນ ຂອງກອງພົນນ້ອຍ 954, ປີ 2016. ພາບ: qdnd.vn

ທ່ານເລຂາທິການໃຫຍ່ ກໍ່ຕັກເຕືອນໃຫ້ທະຫານເຮືອປະຊາຊົນຫວຽດນາມ ຕ້ອງສືບຕໍ່ຊາບຊຶມຢ່າງເລິກເຊິ່ງ ແລະຜັນຂະຫຍາຍປະຕິບັດແນວທາງ, ທັດສະນະ, ແຜນນະໂຍບາຍຂອງພັກ, ລັດ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບໜ້າທີ່ການທະຫານ-ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດຢ່າງມີໄຊ; ໂດຍສະເພາະແມ່ນມະຕິສູນກາງພັກຄັ້ງທີ 8, ສະໄໝທີ XI ກ່ຽວກັບ “ຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່”; ຮີບຮ້ອນກໍ່ສ້າງແຜນການ, ໂຄງການດໍາເນີນງານ ເພື່ອນໍາເອົາມະຕິກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XII ຂອງພັກ ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ X ເຂົ້າສູ່ການດຳລົງຊີວິດຕົວຈິງ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມອບຂອງຂວັນໃຫ້ພວກນ້ອງນ້ອຍ ໃນໂຮງຮຽນອະນຸບານເຈື່ອງຊາ, ປີ 2016. ພາບ: qdnd.vn
leftcenterrightdel
ພະນັກງານ, ນັກຮົບຢູ່ໃນເກາະເຈື່ອງຊາ ຄົ້ນຄວ້າ, ຮໍ່າຮຽນຕາມປຶ້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ປີ 2023. ພາບ: qdnd.vn

ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ທະຫານເຮືອປະຊາຊົນຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊຶ້ອຂອງພັກ, ຂອງຊາດ ແລະກອງທັບປະຊາຊົນຫວຽດນາມ ວິລະຊົນ, ສາມັກຄີ, ສູ້ຊົນສ້າງຜົນງານໃໝ່, ປະກອບສ່ວນຫຼາຍກວ່າອີກເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ ໃຫ້ໝັ້ນຄົງເຂັ້ມແຂງ.

ໂດຍ: ໄຊນີດາ