ກ່າວຄຳເຫັນຕ້ອນຮັບຄະນະຜູ້ແທນທັງສອງຝ່າຍ, ທ່ານພັນເອກພິເສດ ຫງວຽນແທັງຫາຍ ຢືນຢັນວ່າ: “ຖັນແຖວນາຍທະຫານໜຸ່ມລາວ - ຫວຽດນາມ ແມ່ນລຸ້ນທີ່ສືບທອດພາລະກິດການປະຕິວັດຂອງກຳລັງປະກອບອາວຸດສອງປະເທດ, ສວມບົດບາດສຳຄັນໃນການຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ. ລາຍການພົບປະແລກປ່ຽນນາຍທະຫານໜຸ່ມໃນຂອບເຂດລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2, ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່, ຄວາມໄວ້ເນື້ອເຊື່ອໃຈອັນໃຫຍ່ຫຼວງຈາກການນຳຂອງກອງທັບສອງປະເທດ ທີ່ມີຕໍ່ລຸ້ນໜຸ່ມ, ສ້າງກາລະໂອກາດເພື່ອໃຫ້ລຸ້ນໜຸ່ມຂອງກໍາລັງປະກອບອາວຸດສອງປະເທດໄດ້ພົບປະ, ແລກປ່ຽນບົດຮຽນ, ພ້ອມທັງຫວນຄືນມູນເຊື້ອອັນສະຫງ່າລາສີ, ພິລະອາດຫານ, ສຸດຈິດສຸດໃຈຂອງສາຍພົວພັນຫວຽດນາມ - ລາວ, ບົນພື້ນຖານນັ້ນ ແມ່ນພ້ອມກັນຮ່ວມແຮງຮ່ວມໃຈຮັກສາ, ເພີ່ມພູນຄູນສ້າງ ແລະຮັດແໜ້ນນ້ຳໃຈສາມັກຄີແບບພິເສດ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ໃຫ້ຫຼາຍກວ່າອີກ…”.

leftcenterrightdel
ທ່ານພັນເອກພິເສດ ຫງວຽນແທັງຫາຍ, ມອບຊໍ່ດອກໄມ້ຕ້ອນຮັບທ່ານພັນເອກ ອໍາພັນ ໄຊຍາສຸບັດ ພ້ອມດ້ວຍຄະນະທະຫານໜຸ່ມກອງທັບປະຊາຊົນລາວ ທີ່ມາເຂົ້າຮ່ວມລາຍການ. ພາບ: qdnd.vn

ທ່ານພັນເອກພິເສດ ຫງວຽນແທັງຫາຍ ແລະ ທ່ານພັນເອກ ອຳພັນ ໄຊຍາສຸບັດ ໄດ້ມອບທຶນການສຶກສາ 100 ທຶນ ໃຫ້ແກ່ນັກຮຽນທຸກຍາກ ຢູ່ສອງຟາກຊາຍແດນຂອງແຂວງເຊີນລາ (ຫວຽດນາມ) ແລະແຂວງຫົວພັນ. ຕໍ່ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍໄດ້ເຂົ້າຮ່ວມ ແລະ ເປັນສັກຂີພິຍານນາຍທະຫານໜຸ່ມຂອງສອງຝ່າຍປູກຕົ້ນໄມ້ມິດຕະພາບ,  ສວນດອກໄມ້ມິດຕະພາບຢູ່ເຂດຫຼັກໝາຍຊາຍແດນທີ 255, ປະກອບສ່ວນສ້າງຄວາມສວຍງາມຢູ່ເຂດຊາຍແດນຫວຽດນາມ - ລາວ. ໃນຂອບເຂດລາຍການ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕົກລົງມອບງົວພັນ 60 ໂຕ ໃຫ້ແກ່ 60 ຄອບຄົວທີ່ດຳລົງຊີວິດຢູ່ເຂດຊາຍແດນແຂວງເຊີນລາ ແລະ ແຂວງຫົວພັນ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນແທັງຫາຍ ແລະທ່ານພັນເອກ ອໍາພັນ ໄຊຍາສຸບັດ ມອບທຶນການສຶກສາ ໃຫ້ແກ່ພວກນ້ອງນັກຮຽນທຸກຍາກທີ່ຢູ່ສອງຟາກຊາຍແດນ. ພາບ: qdnd.vn

ການແຂ່ງຂັນແລ່ນຂ້າມຊາຍແດນກໍແມ່ນກິດຈະກຳໜຶ່ງໂດຍມີການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກກິລາທີ່ເປັນນາຍທະຫານໜຸ່ມ ແລະສະມາຊິກຊາວໜຸ່ມ 120 ຄົນ. ເນື່ອງໂອກາດນີ້, ອຳນາດການປົກຄອງເມືອງສົບເບົາ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ພະນັກງານການແພດທະຫານ 4 ຄົນຂອງທະຫານຊາຍແດນແຂວງເຊີນລາ ຍ້ອນໄດ້ກູ້ຊ່ວຍຊີວິດເດັກນ້ອຍຊາວລາວ 4 ຄົນ ທີ່ຖືກພິດເຫັດ ໃນວັນທີ 18 ກັນຍາ 2024 ຜ່ານມາ.

ໂດຍ: ທູຈາງ