ທ່ານພົນຈັດຕະວາ ຮວ່າງຫຶວຈ໊ຽນ ໄດ້ກວດກາແຜນການຝຶກຊ້ອມ, ຮູບພາບປະກອບ, ວິດີໂອຄຼິບ; ການກະທໍາຂອງກໍາລັງຢູ່ພາກສະໜາມ, ການນຳສະເໜີ, ພື້ນຖານວັດຖຸ ຮັບໃຊ້ການຝຶກຊ້ອມຮ່ວມໄລ່ຈັບອາດຊະຍາກໍາຢາເສບຕິດຂ້າມຊາຍແດນຫວຽດນາມ-ລາວ.

leftcenterrightdel
ພົນຈັດຕະວາ ຮວ່າງຫຶວຈ໊ຽນ ກ່າວຄໍາເຫັນສະຫຼຸບການກວດກາ. ພາບ: bienphong.com.vn

ການຝຶກຊ້ອມ ໄດ້ແບ່ງເປັນ 3 ໄລຍະ, ລວມມີ 7 ເນື້ອໃນ: ໄລຍະຈັດຕັ້ງການກະກຽມໄລ່ຈັບອາດຊະຍາກໍາຢາເສຍຕິດ (ສ້າງຕັ້ງສໍານັກບັນຊາຮ່ວມ, ປະຕິບັດກົນໄກ; ສອງຝ່າຍເປັນເອກະພາບຕໍ່ວິທີການ, ຜັນຂະຫຍາຍໜ່ວຍດັກຕີ, ກຽມພ້ອມຈັບອາດຊະຍາກໍາ); ໄລຍະປະຕິບັດການໄລ່ຈັບອາດຊະຍາກໍາຢາເສບຕິດ (ປະຕິບັດການໄລ່ຈັບອາດຊະຍາກໍາຢາເສບຕິດຂ້າມຊາຍແດນ; ປະຕິບັດການກວດກາ, ຄວບຄຸມ, ໄລ່ຈັບກຸ່ມອາດຊະຍາກໍາຢາເສບຕິດຢູ່ປ້ອມຄວບຄຸມຊາຍແດນ ດ່ານຊາຍແດນ ລ້ອງເສິບ; ປະຕິບັດການໄລ່ຈັບ, ສະກັດກັ້ນ, ໄລ່ຈັບກຸ່ມເປົ້າໝາຍທີ່ມຸ່ງໜ້າເຂົ້າໄປໃນແຂວງ ແລະຊ່ວຍຕົວປະກັນ); ໄລຍະສິ້ນສຸດການຝຶກຊ້ອມ (ສົມທົບກັນຈັດຕັ້ງການແກ້ໄຂຜົນຮ້າຍຢ້ອນຫຼັງ, ເຮັດໃຫ້ສະພາບການເປັນປົກກະຕິ; ແຈ້ງຜົນການສົມທົບກັນໄລ່ຈັບອາດຊະຍາກໍາຢາເສບຕິດໃຫ້ກັນແລະກັນ; ລາຍງານຕໍ່ຂັ້ນເທິງ ແລະສິ້ນສຸດການຝຶກຊ້ອມ).

leftcenterrightdel
ພົນຈັດຕະວາ ຮວ່າງຫຶວຈ໊ຽນ ກວດກາສໍານັກບັນຊາຮ່ວມໄລ່ຈັບອາດຊະຍາກໍາຢາເສບຕິດຂ້າມຊາຍແດນ ຫວຽດນາມ-ລາວ. ພາບ: bienphong.com.vn
leftcenterrightdel
ພົນຈັດຕະວາ ຮວ່າງຫຶວຈ໊ຽນ ກວດກາພື້ນທີ່ຕົວຈິງ. ພາບ: bienphong.com.vn

ຜ່ານການກວດກາ, ທ່ານພົນຈັດຕະວາ ຮວ່າງຫຶວຈ໊ຽນ ໄດ້ຍ້ອງຍໍຊົມເຊີຍ ແລະຮັບຮູ້ນໍ້າໃຈ, ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບທີ່ໄດ້ພະຍາຍາມ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານພູມີປະເທດ, ສະພາບອາກາດ, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມການຝຶກຊ້ອມ.

leftcenterrightdel
ກໍາລັງຝຶກຊ້ອມປະຕິບັດການໄລ່ຈັບ, ສະກັດກັ້ນ ແລະໄລ່ຈັບກຸ່ມເປົ້າໝາຍທີ່ມຸ່ງໜ້າເຂົ້າໄປໃນແຂວງ  ແລະຊ່ວຍຕົວປະກັນ. ພາບ: bienphong.com.vn

ທ່ານພົນຈັດຕະວາ ຮວ່າງຫຶວຈ໊ຽນ ເນັ້ນໜັກວ່າ ການຝຶກຊ້ອມຮ່ວມໄລ່ຈັບອາດຊະຍາກໍາຢາເສບຕິດຂ້າມຊາຍແດນ ຫວຽດນາມ-ລາວ ແມ່ນນອນໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2. ນີ້ແມ່ນໜ້າທີ່ການເມືອງສໍາຄັນຍິ່ງຂອງບັນດາກໍາລັງສົມທົບກັນ. ສະນັ້ນ, ບັນດາພາກສ່ວນທີ່ເຂົ້າ ຮ່ວມການຝຶກຊ້ອມ ຕ້ອງສົມທົບກັນຢ່າງຄົບຊຸດ, ມີຈັງຫວະ ແລະຊັດເຈນ; ບໍ່ໃຫ້ມີຄວາມຜິດພາດທາງດ້ານເຕັກນິກ, ຍຸດທະວິທີ, ບໍ່ໃຫ້ມີຄວາມຜິດພາດດ້ານວິຊາສະເພາະ, ຮັບປະກັນປັດໄຈປິດລັບ, ບັງເອີນ, ສົມເຫດສົມຜົນ ແລະໃກ້ຊິດຕິດແທດກັບ ຕົວຈິງ.

leftcenterrightdel
ພົນຈັດຕະວາ ຮວ່າງຫຶວຈ໊ຽນ ມອບຂອງຂວັນໃຫ້ບັນດາກໍາລັງເຂົ້າຮ່ວມການຝຶກຊ້ອມ. ພາບ: bienphong.com.vn

ພົນຈັດຕະວາ ຮວ່າງຫຶວຈ໊ຽນ ໃສ່ໃຈວ່າ ເວລາຈັດຕັ້ງການຝຶກຊ້ອມທາງການແມ່ນມີໜ້ອຍ, ບັນດາກໍາລັງເຂົ້າຮ່ວມການຝຶກຊ້ອມ ຕ້ອງສຸມໃສ່ຫັດແອບ, ຖອດຖອນບົດຮຽນ, ປັບປຸງ, ເພີ່ມເຕີມໃຫ້ສົມບູນແບບ, ເອົາໃຈໃສ່ແກ້ໄຂຂໍ້ຜິດພາດ, ຈໍາກັດ, ເອົາໃຈ ໃສ່ຕ້ອງໄວ, ຕ້ອງເຂັ້ມແຂງ, ຕ້ອງຈະແຈ້ງ ແລະຕ້ອງເດັດຂາດ... ຮັບປະກັນຜົນສໍາເລັດຂອງການຝຶກຊ້ອມ, ສ້າງຄວາມປະທັບໃຈອັນດີງາມຕໍ່ຜູ້ແທນຂອງຫວຽດນາມ ແລະລາວ ເມື່ອຊົມການຝຶກຊ້ອມ.

ໂດຍ: ກວຽດເຕິມ