ມື້ນີ້, ບັນດາພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕິ້ງ “ຄຽງບ່າຄຽງໄຫຼ່” ພ້ອມກັບບັນດາກຳລັງປະກອບອາວຸດ ແລະປະຊາຊົນລາວບັນດາເຜົ່າຢູ່ບັນດາບ້ານຕິດຈອດຊາຍແດນ, ດ້ວຍບັນດາວຽກງານທີ່ແທດຈິງ, ເຕັມໄປດ້ວຍລັກສະນະມະນຸດສະທຳ.

leftcenterrightdel
ການພົບປະເຈລະຈາວຽກງານປ້ອງກັນຊາຍແດນລະຫວ່າງທະຫານຊາຍແດນແຂວງຮ່າຕິ້ງ ແລະຕຳຫຼວດແຂວງບໍລິຄຳໄຊ. ພາບ: ເຕີນອານ

ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື, ພ້ອມກັນພັດທະນາແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມໃນໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ແລະຊາຍແດນຂອງປະເທດຊາດ. ເພາະສະນັ້ນ, ໃນຊຸມປີຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ວ່າດ້ວຍຈິດໃຈ “ເຂົ້າເມັດຫັກພັກເສັ້ນດຽວກໍ່ແບ່ງປັນກັນ”, ບັນດາພະນັກງານ, ນັກຮົບທະຫານຊາຍແດນຮ່າຕິ້ງ ໄດ້ພ້ອມກັນແບ່ງປັນຄວາມຫຍຸ້ງຍາກກັບບັນດາກົມກອງປະກອບອາວຸດ ແລະພໍ່ແມ່ປະຊາຊົນລາວບັນດາເຜົ່າເພື່ອປະຕິບັດໜ້າທີ່ນີ້, ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຕັ້ງໜ້າຊີ້ນຳ, ສົມທົບກັນຜັນຂະຫຍາຍບັນດາລາຍການຈາກຂັ້ນກອງບັນຊາການທະຫານແຂວງຈົນຮອດຄ້າຍທະຫານຊາຍແດນ ແລະບັນດາບ້ານ, ຕາແສງຊາຍແດນຂອງປະເທດເພື່ອນລາວ.

ທຸກປີ, ທະຫານຊາຍແດນແຂວງຮ່າຕິ້ງ ປະສານສົມທົບກັບກຳລັງຕຳຫຼວດ, ທະຫານ 2 ແຂວງບໍລິຄຳໄຊ ແລະຄຳມ່ວນ ຈັດຕັ້ງການພົບປະເຈລະຈາປະຈຳໄລຍະເພື່ອຕີລາຄາ ແລະຜັນຂະຫຍາຍທິດທາງກ່ຽວກັບວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ດ່ານຊາຍແດນ, ວຽກງານຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກຳ. ພ້ອມທັງຊີ້ນຳບັນດາຄ້າຍທະຫານຊາຍແດນປະຕິບັດລາຍການແຮກສ່ຽວກັບບັນດາກົມກອງປ້ອງກັນຊາຍແດນ. ມາຮອດປະຈຸບັນ, ໄດ້ມີ 3 ຄ້າຍທະຫານຊາຍແດນຂຶ້ນກັບກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ແຮກສ່ຽວກັບ 1 ຄ້າຍຕຳຫຼວດ ແລະ 3 ກອງຮ້ອຍທະຫານຊາຍແດນຂອງສອງແຂວງບໍລິຄຳໄຊ ແລະຄຳມ່ວນ. ປະສານສົມທົບກັບກອງບັນຊາການທະຫານແຂວງບໍລິຄຳໄຊ ຈັດຕັ້ງການຝຶກຊ້ອມນຳກັນເພື່ອສະກັດກັ້ນຜູ້ອົບພະຍົບແບບເສລີ ແລະເຂົ້າ-ອອກເມືອງຢ່າງຜິດກົດໝາຍຜ່ານຊາຍແດນຫວຽດນາມ-ລາວ; ຈັດຕັ້ງການຝຶກອົບຮົບວິຊາການຄຸ້ມຄອງ, ປົກປັກຮັກສາຊາຍແດນໃຫ້ແກ່ພະນັກງານທະຫານຊາຍແດນຂຶ້ນກັບກອງບັນຊາການທະຫານແຂວງບໍລິຄຳໄຊ; ເປັນເສນາທິການໃຫ້ທ້ອງຖິ່ນຕີລາຄາໝາກຜົນການປະຕິບັດຮູບແບບແຮກສ່ຽວບັນດາກຸ່ມຊຸມຊົນສອງຟາກຊາຍແດນ...

ໃນການຕໍ່ສູ້, ຕ້ານ ແລະສະກັດກັ້ນອາດຊະຍາກຳ, ປ້ອງກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ສອງຟາກຊາຍແດນ, ພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕິ້ງ ຍາມໃດກໍ່ພິລະອາດຫານ, ຕະລຸມບອນໃນການປະຕິບັດໜ້າທີ່, ປະສານສົມທົບກັບກຳລັງປ້ອງກັນຊາຍແດນລາວ ໃນການຕ້ານ ແລະສະກັດກັ້ນອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ, ສໍ້ໂກງການຄ້າ... ດຳເນີນການແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງສອງຟາກຊາຍແດນ, ໜູນຊ່ວຍວິຊາສະເພາະ; ສົມທົບກັນກວດຂໍ້ມູນກ່ຽວກັບອາດຊະຍາກຳສອງຝ່າຍ, ຜ່ານນັ້ນ, ຜັນຂະຫຍາຍບັນດາມາດຕະການຕໍ່ສູ້ຕ້ານ ແລະສະກັດກັ້ນການເຄື່ອນໄຫວກໍ່ການຮ້າຍ, ການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ, ການເຄື່ອນໄຫວຂອງອາດຊະຍາກຳທາງອາຍາ, ການຄ້າອາວຸດ, ທາດລະເບີດ, ການຂົນສົ່ງ ແລະຊື້ຂາຍຢາເສບຕິດຂ້າມຊາຍແດນ, ສະກັດກັ້ນສະພາບການເຂົ້າ-ອອກເມືອງຢ່າງຜິດກົດໝາຍ...

ຮ່ວມແຮງຮ່ວມໃຈສ້າງຊາຍແດນໃຫ້ຮັ່ງມີເຂັ້ມແຂງ

ໂດຍປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ: “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕິ້ງ ຍາມໃດກໍ່ເອົາໃຈໃສ່ພິເສດເພື່ອໜູນຊ່ວຍ ແລະຊ່ວຍເຫຼືອປະຊາຊົນລາວ ບັນດາເຜົ່າຢູ່ສອງແຂວງບໍລິຄຳໄຊ ແລະຄຳມ່ວນ ຢ່າງສຸດຈິດສຸດໃຈໃນບັນດາກິດຈະກຳ ແລະກິດຈະການ, ໂຄງການຮັບປະກັນຊີວິດສັງຄົມທີ່ມີຄວາມໝາຍແທດຈິງ, ສ້າງຂີດໝາຍພິເສດໃນດວງໃຈປະຊາຊົນລາວ ບັນດາເຜົ່າຢູ່ບັນດາບ້ານທີີ່ມີຊາຍແດນຕິດຈອດກັນ.

leftcenterrightdel
ທະຫານ ແລະປະຊາຊົນລາວບັນດາເຜົ່າ ປະສານສົມທົບກັບທະຫານຊາຍແດນແຂວງຮ່າຕິ້ງ ລາດຕະເວນປ້ອງກັນຊາຍແດນ, ຫຼັກໝາຍຊາຍແດນ. ພາບ: ເຕີນອານ.

ໃນຊຸມປີຜ່ານມາ, ບັນດາກົມກອງທະຫານຊາຍແດນແຂວງຮ່າຕິ້ງ ໄດ້ເຮັດວຽກງານໂຄສະນາເຜີຍແຜ່, ຂົນຂວາຍ, ແນະນຳໃຫ້ປະຊາຊົນຢູ່ສອງຟາກຊາຍແດນພັດທະນາຮູບແບບລ້ຽງສັດ, ປະຕິບັດຕາມແບບແຜນດຳລົງຊີວິດວັດທະນະທຳ; ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຂອງສອງຝ່າຍຮັກສາ ແລະສືບຕໍ່ຈັດຕັ້ງການລົງນາມແຮກສ່ຽວລະຫວ່າງບ້ານ-ບ້ານ, ກຸ່ມຊຸມຊົນສອງຟາກຊາຍແດນ, ເປັນຂົວຕໍ່ເພື່ອປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງຢູ່ເຂດຊາຍແດນ, ເພີ່ມທະວີຄວາມສາມັກຄີລະຫວ່າງສອງປະເທດ, ປະຊາຊົນບັນດາເຜົ່າທີ່ມີເສັ້ນຊາຍແດນຮ່ວມ; ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ຍົກລະດັບຄວາມຮູ້ຂອງປະຊາຊົນ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ສອງຟາກຊາຍແດນ ແລະປະກອບສ່ວນເພີ່ມພູນຄູນສ້າງການພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວ ເວົ້າລວມ, ການແຮກສ່ຽວລະຫວ່າງແຂວງຮ່າຕິ້ງ ກັບ 2 ແຂວງບໍລິຄໍາໄຊ ແລະຄໍາມ່ວນ ເວົ້າສະເພາະໃຫ້ນັບມື້ນັບໝັ້ນແກ່ນ ແລະພັດທະນາ.

ພິເສດ, ປະຕິບັດລາຍການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຄ້າຍທະຫານຊາຍແດນ”, ບັນດາກົມກອງທະຫານຊາຍແດນແຂວງຮ່າຕິ້ງ ໄດ້ໜູນຊ່ວຍ, ຊ່ວຍເຫຼືອ, ມອບທຶນການສຶກສາໃຫ້ແກ່ນັກຮຽນເມືອງຄຳເກີດ, ແຂວງບໍລິຄຳໄຊ ຈຳນວນ 5 ຄົນ. ສຸກສາລາທະຫານ-ປະຊາຊົນ ບ້ານທົ່ງເປ້, ເມືອງຄຳເກີດ ຈັດຕັ້ງການກວດພະຍາດ ແລະປິ່ນປົວພະຍາດໃຫ້ແກ່ປະຊາຊົນເພື່ອນລາວ ໄດ້ຈຳນວນ 3.950 ເທື່ອຄົນ... ພ້ອມກັບການເຄື່ອນໄຫວແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນ, ລາຍການ “ຊ່ວຍນ້ອງໄປໂຮງຮຽນ - ລູກລ້ຽງຄ້າຍທະຫານຊາຍແດນ” ຢັ້ງຢືນໃຫ້ເຫັນຄວາມສະໜິດຕິດພັນລະຫວ່າງສອງປະເທດ, ສອງຊາດ ແລະກຳລັງປ້ອງກັນຊາຍແດນລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມກໍ່ຄື 3 ແຂວງຮ່າຕິ້ງ-ຄຳມ່ວນ-ບໍລິຄຳໄຊ ເວົ້າສະເພາະ.

ຄວາມຈິງໃຈ, ອົບອຸ່ນຖານສະຫາຍອ້າຍນ້ອງຈາກວຽກງານເຕັມໄປດ້ວຍສາຍຈິດມິດໃຈຂອງນັກຮົບທະຫານຊາຍແດນແຂວງຮ່າຕິ້ງ ໄດ້ປະກອບສ່ວນຮັກສາ, ປັບປຸງ ແລະເສີມຂະຫຍາຍນ້ຳໃຈສາມັກຄີ, ມິດຕະພາບ, ມູນເຊື້ອພິເສດລະຫວ່າງສອງປະເທດ, ສອງຊາດເວົ້າລວມ, ລະຫວ່າງທະຫານຊາຍແດນຫວຽດນາມ ແລະກຳລັງປ້ອງກັນຊາຍແດນລາວ ເວົ້າສະເພາະ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດກໍ່ສ້າງຊາຍແດນສອງປະເທດແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງ.

ໂດຍ: ແສງເດືອນ