ນະທີ່ນີ້, ຄະນະປະຕິບັດງານຫວຽດນາມ ລວມມີພະນັກງານ, ພາລະກອນ 70 ກວ່າຄົນ, ພາກສ່ວນຫຼັກແຫຼ່ງແມ່ນມາຈາກໂຮງໝໍກອງທັບ 6 (ທະຫານເຂດ 2), ໂຮງໝໍສູນກາງກອງທັບ 108, ກອງບັນຊາການທະຫານແຂວງເຊີນລາ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ, ດ້ວຍເຄື່ອງອຸປະກອນໃໝ່ ແລະທັນສະໄໝ,  ຄື: ເຄື່ອງວິເຄາະເຄມີຊີວະວິທະຍາ, ເຄື່ອງວິເຄາະປັດສະວະ, ເຄື່ອງວັດແທກຫົວໃຈ, ເຄື່ອງເອໂກ ແລະເຄື່ອງ X-ray ໄດ້ສົມທົບກັບກໍາລັງແພດທະຫານ, ການແພດທ້ອງຖິ່ນຂອງປະເທດເພື່ອນຜັນຂະຫຍາຍຈັດແບ່ງໂຕະກວດຄັດກອງ ລວມມີ: ພະແນກພາຍໃນ-ພາຍນອກ, ຕາ, ແຂ້ວ-ຄາງ-ໃບໜ້າ, ຫູ-ດັງ-ຄໍ, ແມ່, ເດັກ...

leftcenterrightdel
 
leftcenterrightdel
ປະຊາຊົນທີ່ມາລ້ວນແຕ່ໄດ້ກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ ຢ່າງສຸດຈິດສຸດໃຈຈາກແພດໝໍທະຫານ. ພາບ: qdnd.vn

ແຕ່ລະໂຕະລ້ວນແຕ່ມີແພດໝໍ, ພາລະກອນການແພດທະຫານຂອງສອງປະເທດ ແລະ ພະນັກງານການ, ພາລະກອນການແພດທ້ອງຖິ່ນ ພ້ອມດ້ວຍຜູ້ແປພາສາໜູນຊ່ວຍ. ໃນການເຄື່ອນໄຫວໃນມື້ໜຶ່ງນັ້ນ, ກໍາລັງການແພດທະຫານສອງຝ່າຍໄດ້ຈັດການກວດ, ປິ່ນປົວພະຍາດ, ແຈກຢາໂດຍບໍ່ເສຍຄ່າ ໃຫ້ປະຊາຊົນ 1.100 ກວ່າຄົນຢູ່ເມືອງສົບເບົາ (ຢາແຕ່ລະຖົງມີມູນຄ່າ 400.000 ດົ່ງ).

leftcenterrightdel
ການນໍາກະຊວງປ້ອງກັນປະເທດລາວ ແລະຜູ້ບັນຊາການກົມການແພດທະຫານ, ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ແຈກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ວົງຄຳ ພົມມະກອນ ຖ່າຍຮູບເປັນທີ່ລະນຶກກັບພະນັກງານ, ສະມາຊິກໃນຄະນະປະຕິບັດງານຂອງສອງຝ່າຍ. ພາບ: qdnd.vn

ທ່ານພົນໂທ ວົງຄຳ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ລົງກວດກາໂດຍກົງ, ລະດົມກໍາລັງໃຈ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ການຈັດວຽກຢ່າງມີແບບມີແຜນ, ວິທະຍາສາດ ແລະ ຈິດໃຈເຮັດວຽກຢ່າງຈິງຈັງ, ເປັນມິດສະໜິດສະໜົມ ແລະເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບຂອງຖັນແຖວພະນັກງານ, ພາລະກອນການແພດທັງສອງຝ່າຍ. ຕາມແຜນການແລ້ວ, ວັນທີ 13 ຕຸລາ, ກຳລັງແພດທະຫານຂອງສອງປະເທດ ຈະສືບຕໍ່ປະຕິບັດການກວດ, ປິ່ນປົວພະຍາດ ແລະແຈກຢາໂດຍບໍ່ເສຍຄ່າ ໃຫ້ປະຊາຊົນຢູ່ເຂດຊາຍແດນ ປ່າຮາງ-ຫ້ວຍຮຽງ (ເມືອງສົບເບົາ).

ໂດຍ: ທູຈາງ