ຍ້ອນການສົມທົບກັນຢ່າງແໜ້ນແຟ້ນ ແລະເປັນປະຈຳນີີ້ ໄດ້ປະກອບສ່ວນເພີ່ມທະວີ ແລະປັບປຸງຄວາມສາມັກຄີ, ສະໜິດຕິດພັນລະຫວ່າງປະຊາຊົນສອງຟາກຊາຍແດນ; ປະກອບສ່ວນສຳຄັນເພື່ອສະຖຽນລະພາບ ແລະການພັດທະນາຂອງແຕ່ລະປະເທດ ແລະເພີ່ມທະວີນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.

ຊາບຊຶມຢ່າງເລິກເຊິ່ງສາຍພົວພັນມິດຕະພາບ ແລະສືບຕໍ່ມູນເຊື້ອອັນດີງາມລະຫວ່າງສອງລັດ, ກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ, ໃນຊຸມປີຜ່ານມາ, ທະຫານຊາຍແດນຫວຽດນາມ ແລະກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນລາວ ໄດ້ຮັກສາການປະຕິບັດອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ, ສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ຄຸ້ມຄອງ, ປົກປັກຮັກສາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ຄົ້ນພົບ ແລະແກ້ໄຂບັນດາກໍລະນີລະເມີດກົດລະບຽບຄຸ້ມຄອງຊາຍແດນຕາມສັນຍາທີ່ໄດ້ລົງນາມ.

leftcenterrightdel
ໜ່ວຍລາດຕະເວນຂອງກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ສົມທົບກັບກອງບັນຊາການທະຫານແຂວງຄໍາມ່ວນ (ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ. ພາບ: ຮ໊ຽວຟຸ່ງ

ຕາມນັ້ນແລ້ວ, ສອງຝ່າຍໄດ້ຕັ້ງໜ້າໂຄສະນາ, ຂົນຂວາຍປະຊາຊົນຢູ່ເຂດຊາຍແດນປະຕິບັດບັນດາຂໍ້ກຳນົດກ່ຽວກັບອະທິປະໄຕຜືນແຜ່ນດິນຢ່າງເຂັ້ມງວດ; ສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍຢ່າງມີປະສິດທິຜົນ. ຄຽງຂ້າງນັ້ນ, ກໍາລັງປ້ອງກັນຊາຍແດນສອງປະເທດຍັງຕັ້ງໜ້າຈັດຕັ້ງບັນດາລາຍການພົບປະແລກປ່ຽນ, ການພົບປະເຈລະຈາ, ສົມທົບກັນແລກປ່ຽນຂໍ້ມູນສະພາບການຜ່ານການລາດຕະເວນສອງຝ່າຍ, ເຫັນດີເປັນເອກະພາບຕໍ່ບັນດາມາດຕະການຄຸ້ມຄອງການເຄື່ອນໄຫວຢູ່ໃກ້ເຂດຊາຍແດນເພື່ອຮັບປະກັນປະຕິບັດກົດໝາຍ ແລະແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ຖືກຕາມສັນຍາທີ່ໄດ້ລົງນາມ. ພ້ອມກັນນັ້ນ, ສອງຝ່າຍຍັງຍູ້ແຮງການເພີ່ມທະວີວຽກງານພົບປະແລກປ່ຽນ, ການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, “ແຮກສ່ຽວຄ້າຍ-ປ້ອມຊາຍແດນ” ແລະຕັ້ງໜ້າເປັນເສນາທິການໃຫ້ທ້ອງຖິ່ນຈັດຕັ້ງປະຕິບັດຮູບແບບ “ແຮກສ່ຽວກຸ່ມຊຸມຊົນຢູ່ສອງຟາກຊາຍແດນ”.

ການເຄື່ອນໄຫວແຮກສ່ຽວໄດ້ສ້າງເງື່ອນໄຂໃຫ້ທະຫານຊາຍແດນຫວຽດນາມ ພ້ອມກັບກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນປະເທດເພື່ອນລາວ ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການແລກປ່ຽນ, ແບ່ງປັນບົດຮຽນໃນການກໍ່ສ້າງກົມກອງຫຼວງ, ທັນສະໄໝ; ຈັດຕັ້ງການເຄື່ອນໄຫວຊ່ວຍປະຊາຊົນເຂດຊາຍແດນພັດທະນາເສດຖະກິດ, ພົບປະແລກປ່ຽນວັດທະນະທຳ, ສິລະປະ ແລະກິລາ.

ດ້ວຍທິດນຳ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ປະກອບສ່ວນປັບປຸງ ແລະແຜ່ຂະຫຍາຍມູນເຊື້ອຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ, ໃນໄລຍະຜ່ານມາ, ທະຫານຊາຍແດນຫວຽດນາມ ພ້ອມກັບກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນປະເທດເພື່ອນລາວ ສືບຕໍ່ປະຕິບັດລາຍການ “ຊ່ວຍນ້ອງໄປໂຮງຮຽນ - ລູກຮັກຂອງຄ້າຍທະຫານຊາຍແດນ” ຢ່າງມີປະສິດທິຜົນ. ປະຈຸບັນ, ທະຫານຊາຍແດນຫວຽດນາມ ພວມໜູນຊ່ວຍ, ຊ່ວຍເຫຼືອນັກຮຽນ 75 ຄົນ (500.000 ດົ່ງ/ເດືອນ/ຄົນ) ຢູ່ເຂດຊາຍແດນຂອງລາວ ທີ່ປະສົບກັບຄວາມຫຍຸ້ງຍາກ. ນອກຈາກນັ້ນ, ບັນດາການເຄື່ອນໄຫວຢ້ຽມຢາມ, ກວດ, ປິ່ນປົວພະຍາດໃຫ້ປະຊາຊົນປະເທດເພື່ອນລາວ ກໍ່ສືບຕໍ່ໄດ້ຮັບການຮັກສາ ແລະຍູ້ແຮງການປະຕິບັດ, ແຕ່ຕົ້ນປີ 2024 ມາຮອດປະຈຸບັນ, ທະຫານຊາຍແດນຫວຽດນາມ ໄດ້ຈັດຕັ້ງການກວດພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າ, ໃຫ້ຄຳປຶກສາດ້ານສຸຂະພາບໃຫ້ປະຊາຊົນປະເທດເພື່ອນລາວຢູ່ເຂດຫ່າງໄກສອກຫຼີກ 7.524 ເທື່ອຄົນ ດ້ວຍມູນຄ່າທັງໝົດເກືອບ 500 ລ້ານດົ່ງ.

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການບໍາລຸງກໍ່ສ້າງພະນັກງານການທະຫານຂອງປະເທດເພື່ອນລາວ, ບັນດາວິທະຍາຄານ, ໂຮງຮຽນຂອງທະຫານຊາຍແດນຫວຽດນາມ ສືບຕໍ່ຮັກສາ ແລະປະຕິບັດວຽກງານຈັດຕັ້ງການຮັບ ແລະບຳລຸງສ້າງ, ຝຶກອົບຮົມໃຫ້ພະນັກງານກອງທັບປະຊາຊົນລາວ; ຄັດເລືອກ ແລະມອບໝາຍໃຫ້ຄູສອນທີ່ມີປະສົບການໃນການກະກຽມຕໍາລາ, ຫຼັກສູດ ແລະເຂົ້າຮ່ວມການສອນໂດຍກົງ; ພ້ອມທັງຮັບປະກັນເງື່ອນໄຂພື້ນຖານດ້ານວັດຖຸເພື່ອຮັບໃຊ້ໃຫ້ການຮໍ່າຮຽນ ແລະການດຳລົງຊີວິດຂອງນັກສໍາມະນາກອນ.

ປະຈຸບັນ, ບັນດາວິທະຍາຄານ, ໂຮງຮຽນຂອງທະຫານຊາຍແດນພວມບໍາລຸງກໍ່ສ້າງ, ຝຶກອົບຮົມໃຫ້ນັກສໍາມະນາກອນລາວ 30 ຄົນ; ຝຶກອົບຮົມການຄຸ້ມຄອງຊາຍແດນຂັ້້ນແຂວງໃຫ້ນັກສໍາມະນາກອນລາວ 20 ຄົນ. ກອງບັນຊາການທະຫານຊາຍແດນບັນດາແຂວງຕິດກັບຊາຍແດນ ຫວຽດນາມ-ລາວ ກໍ່ຈະຈັດຕັ້ງການຝຶກອົບຮົມໄລຍະສັ້ນໃຫ້ພະນັກງານກອງບັນຊາການທະຫານບັນດາແຂວງຂອງລາວ ຕິດກັບຫວຽດນາມ ຈໍານວນ 200 ຄົນ, ປະກອບສ່ວນຍົກສູງຄຸນນະພາບວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ; ປະຕິບັດໜ້າທີ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຍົກສູງຄຸນນະພາບ, ປະສິດທິຜົນວຽກງານປະສານສົມທົບກັນລະຫວ່າງບັນດາກົມກອງ.

ຈາກບັນດາໝາກຜົນທີ່ບັນລຸໄດ້ ແລະຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງວຽກງານສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ, ໃນໄລຍະຈະມາເຖິງ, ກໍາລັງປ້ອງກັນຊາຍແດນສອງປະເທດຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງເຖິງຊາຍແດນ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມຢູ່ເຂດຊາຍແດນ. ຍູ້ແຮງການປະຕິບັດບັນດາໂຄງການ, ຮູບແບບພົບປະແລກປ່ຽນ, ແຮກສ່ຽວຊ່ວຍເພີ່ມທະວີ ແລະປັບປຸງນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງຟາກຊາຍແດນ; ຊຸກຍູ້ການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມຂອງບັນດາທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ; ປະກອບສ່ວນກໍ່ສ້າງຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ.

ໂດຍ: ເຈິ່ນຮວ່ຽນ