ຜ່ານບັນດາລາຍການ, ທົ່ວເຂດໄດ້ມອບຂອງຂວັນເກືອບ 12.300 ພູດ ເພື່ອໜູນຊ່ວຍບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ; ມອບທຶນການສຶກສານັບພັນທຶນ ແລະອຸປະກອນການຮຽນ, ລົດຖີບ ເພື່ອຊ່ວຍເຫຼືອນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ. ມອບທຸງຊາດເກືອບ 30.000 ຜືນ; ສະໂນ ແລະເສື້ອຊູຊີບ 865 ໂຕ; ຕູ້ຢາ, ຖົງຢາ 200 ອັນ...; ກໍ່ສ້າງເຮືອນເພື່ອນຮ່ວມງານ 6 ຫຼັງ, ເຮືອນແຫ່ງສາຍຈິດມິດໃຈ 3 ຫຼັງ, ເຮືອນສາມັກຄີ 3 ຫຼັງ; ສະໜັບສະໜູນນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ 19 ຄົນ; ຈັດຕັ້ງການກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ 2.900 ກວ່າຄົນ... ລວມມູນຄ່າຂອງຂວັນໃນການເຄື່ອນໄຫວຂອງລາຍການທັງໝົດແມ່ນກວ່າ 16,5 ຕື້ດົ່ງ.

leftcenterrightdel
ຕໍາຫຼວດທະເລເຂດ 3 ແຈກໃບປິວໂຄສະນາໃຫ້ແກ່ປະຊາຊົນ. ພາບປະກອບ: baobinhthuan.com.vn

ພ້ອມກັນນັ້ນ, ຄະນະພັກ ແລະກອງບັນຊາການຕຳຫຼວດເຂດຍັງໄດ້ຊີ້ນຳນຳພາບັນດາອົງການ, ກົມກອງທີ່ສັງກັດປະຕິບັດວຽກງານສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຈັດຕັ້ງການ ໂຄສະນາ 86 ຄັ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ມະຫາຊົນ, ເຈົ້າຂອງເຮືອຫາປາ, ຊາວປະມົງກວ່າ 95.000 ເທື່ອຄົນຢູ່ເຂດຊາຍແດນທາງທະເລເປັນຢ່າງດີ, ແຈກໃບປິວ 100.000 ກວ່າໃບ; ໄດ້ຈັດຕັ້ງການປະກວດ “ນ້ອງຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ໄດ້ 22 ຄັ້ງ... ປະກອບສ່ວນຍົກສູງຄວາມຮັບຮູ້ ແລະຄວາມຮັບຜິດຊອບໃນການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ.

ໂດຍ: ທະນາພອນ