ເຂົ້າຮ່ວມກອງປະຊຸມຍັງມີທ່ານ Chiu Kêng ປະທານສານປະຊາຊົນສູງສຸດ ແຫ່ງ ລາຊະອານາຈັກກໍາປູເຈຍ; ທ່ານນາງ ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດລາວ ພ້ອມດ້ວຍການນຳ, ປະທານສານ, ຮອງປະທານສານ, ຜູ້ພິພາກສາສານສູງສຸດ, ຜູ້ພິພາກສາສານບັນດາແຂວງຕິດກັບຊາຍແດນຂອງ 3 ປະເທດ.

leftcenterrightdel
ທ່ານ ຫງວຽນຮ່ວາບິ່ງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານ ຫງວຽນຮ່ວາບິ່ງ ປະທານສານປະຊາຊົນສູງສຸດຫວຽດນາມ ເນັ້ນໜັກວ່າ ການສ້າງຕັ້ງ ແລະຮັກສາກົນໄກກອງປະຊຸມສານບັນດາແຂວງຊາຍແດນ 3 ປະເທດ ແມ່ນຂີດໝາຍໃນປະຫວັດສາດແຫ່ງການຮ່ວມມື, ພິເສດແມ່ນຂົງເຂດຕຸລາການ,  ຂີດໝາຍການຍົກລະດັບການຮ່ວມມືລະຫວ່າງລະບົບຕຸລາການ 3 ປະເທດ.

ກອງປະຊຸມ ຄັ້ງທີ 7 ໄດ້ສຸມໃສ່ປຶກສາຫາລືກ່ຽວກັບ 4 ຫົວຂໍ້, ລວມມີ: ການຕີລາຄາສະພາບການ, ໝາກຜົນການປະຕິບັດຖະແຫຼງການຮ່ວມກອງປະຊຸມ ຄັ້ງທີ 6 ໃນປີ 2022; ແບ່ງປັນບົດຮຽນໃນການພິພາກສາອາດຊະຍາກຳທີ່ມີປັດໄຈຕ່າງປະເທດ; ເພີ່ມທະວີການໜູນຊ່ວຍດ້ານຕຸລາການລະຫວ່າງສານຂອງ 3 ປະເທດ ແລະການແລກປ່ຽນບົດຮຽນໃນການປະຕິຮູບດ້ານຕຸລາການ, ໂດຍໄດ້ເນັ້ນໜັກເຖິງໝາກຜົນທີ່ບັນລຸໄດ້ຈາກການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການເຄື່ອນໄຫວຂອງສານ.

ປະທານສານປະຊາຊົນສູງສຸດ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະລາວ ໄດ້ລົງນາມໃນບົດບັນທຶກເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະແກ້ໄຂການຂັດແຍ້ງດ້ານພົນລະເຮືອນຂ້າມຊາຍແດນ, ເປັນຕົ້ນແມ່ນບັນຫາທີ່ຫາກໍ່ພົ້ນເດັ່ນຂຶ້ນຢູ່ພາກພື້ນອາຊຽນ ເວົ້າລວມ; ຫວຽດນາມ, ກຳປູເຈຍ ແລະລາວ ເວົ້າສະເພາະ, ພ້ອມທັງໃຫ້ບຸລິມະສິດ, ເອົາໃຈໃສ່ກວ່າອີກໃນການຮ່ວມມືສາກົນດ້ານຕຸລາການ, ສົມທົບ, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາສານທີ່ມີເຂດຊາຍແດນ. ກອງປະຊຸມ ກໍ່ໄດ້ຍົກອອກທິດທາງແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດເມື່ອປະຕິບັດຄະດີອາຍາທີ່ມີປັດໄຈຕ່າງປະເທດ, ການເຄື່ອນໄຫວມອບຄວາມໄວ້ວາງໃຈດ້ານຍຸຕິທຳ, ການໜູນຊ່ວຍຕຸລາການລະຫວ່າງສານ 3 ປະເທດ.

ໂດຍ: ເຈິ່ນຮວ່ຽນ