ປະກອບສ່ວນເຂົ້າໃນການພັດທະນາ ແລະສະຖຽນລະພາບນັ້ນ ແມ່ນມີການຮ່ວມແຮງຮ່ວມໃຈຂອງພະນັກງານ, ພາລະກອນ, ຊາວໜຸ່ມປັນຍາຊົນອາສາສະໝັກ ຂອງຄະນະເສດຖະກິດ-ປ້ອງກັນຊາດ 327, ທະຫານເຂດ 3, ໃນນັ້ນ, ການໂຄສະນາເຜີຍແຜ່, ສຶກສາດ້ານກົດໝາຍ ໃຫ້ແກ່ປະຊາຊົນ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ.

ໃນໄລຍະມໍ່ໆມານີ້, ແຕ່ລະເທື່ອເມື່ອມີໂອກາດລົງຢ້ຽມຢາມຕາແສງບັກເຊີນ, ນະຄອນມ໋ອງກ໋າຍ, ພະນັກງານ, ພາລະກອນ, ຊາວໜຸ່ມປັນຍາຊົນອາສາສະໝັກຂອງນິຄົມປ່າໄມ້ 42 ຍາມໃດກໍ່ນຳເອົາໃບປິວໂຄສະນາເຜີຍແຜ່ສຶກສາດ້ານກົດໝາຍໃຫ້ແກ່ຊາວບ້ານ.

ທ່ານພັນໂທ ຫງວຽນກວາງວິງ, ຜູ້ຮັບຜິດຊອບວຽກງານຂົນຂວາຍປະຊາຊົນ ຂອງຫ້ອງການເມືອງນິຄົມປ່າໄມ້ 42 ໃຫ້ຮູ້ວ່າ: “ນີ້ແມ່ນຕາແສງຕິດຈອດກັບຊາຍແດນ, ສະນັ້ນ ຍາມໃດກໍ່ຕ້ອງລະວັງຕໍ່ກັບການເຄື່ອນໄຫວຄ້າເຖື່ອນ ແລະຂ້າມຊາຍແດນຢ່າງຜິດກົດໝາຍ... ຍ້ອນເຫດນັ້ນ, ພວກຂ້າພະເຈົ້າ ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ທະຫານຊາຍແດນຍູ້ແຮງການໂຄສະນາເຜີຍແຜ່ກົດໝາຍ ບາງສະບັບຄື: ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ, ກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ, ກົດໝາຍວ່າດ້ວຍການປ້ອງກັນ ແລະຕ້ານຢາເສບຕິດ… ນອກຈາກການໂຄສະນາເຜີຍແຜ່ສຶກສາດ້ານກົດໝາຍ ໃຫ້ແກ່ປະຊາຊົນແລ້ວ, ໃນໄລຍະມໍ່ໆມານີ້, ພວກຂ້າພະເຈົ້າໄດ້ເອົາໃຈໃສ່ເປັນພິເສດເຖິງການສົມທົບກັນຍູ້ແຮງການໂຄສະນາເຜີຍແຜ່ ແລະການສຶກສາອົບຮົມດ້ານກົດໝາຍໃຫ້ແກ່ນັກຮຽນຢູ່ບັນດາໂຮງຮຽນໃນບໍລິເວນ”.

ຢູ່ເຂດຊຸມຊົນ ຈິ່ງເຕື່ອງ ຂຶ້ນກັບບ້ານ ບັກເກືອງ, ຕາແສງ ແຮັ່ງໂມ, ເມືອງ ບິ່ງລຽວ, ພະນັກງານ, ນັກຮົບນິຄົມປ່າໄມ້ 156 (ຄະນະເສດຖະກິດ-ປ້ອງກັນຊາດ 327) ໄດ້ດຳເນີນການເຄື່ອນໄຫວໂຄສະນາເຜີຍແຜ່, ສຶກສາດ້ານກົດໝາຍໃຫ້ປະຊາຊົນຢູ່ທີ່ນີ້ເປັນປະຈຳ ຜ່ານການຜັນຂະຫຍາຍຮູບແບບກໍ່ສ້າງເຂດຊຸມຊົນ ຈິ່ງເຕື່ອງ ໃຫ້ກາຍເປັນ “ເຂດຊຸມຊົນຊາຍແດນດີເດັ່ນ”.

leftcenterrightdel
ພະນັກງານ, ພາລະກອນ, ຊາວໜຸ່ມປັນຍາຊົນອາສາສະໝັກ ນິຄົມປ່າໄມ້ 42 ໂຄສະນາເຜີຍແຜ່ຄວາມຮູ້ດ້ານກົດໝາຍ ຢູ່ບ້ານ ລຸກຝູ, ຕາແສງ ບັກເຊີນ, ນະຄອນ ມ໋ອງກ໋າຍ, ແຂວງກວາງນິງ. ພາບ: ຫງວຽນເຈື່ອງ

ທ່ານພັນຕີ ຫງວຽນຮຸຍຮ່ວາງ, ຫົວໜ້ານິຄົມປ່າໄມ້ 156 ໃຫ້ຮູ້ວ່າ: “ເຂດຊຸມຊົນ ຈິ່ງເຕື່ອງ ມີຊາວເຜົ່າຢາວ 70 ກວ່າຄົນ ພວມດຳລົງຊີວິດຢູ່ຕິດກັບຊາຍແດນ. ຍ້ອນຕັ້ງຢູ່ເຂດພູດອຍ ຈຶ່ງເຮັດໃຫ້ການຜັນຂະຫາຍແຜນນະໂຍບາຍ, ນະໂຍບາຍຂອງພັກ, ການໂຄສະນາເຜີຍແຜ່, ສຶກສາດ້ານກົດໝາຍໃຫ້ແກ່ປະຊາຊົນຂອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນປະສົບກັບຄວາມຫຍຸ້ງຍາກຫຼາຍ, ອັດຕາຄອບຄົວທຸກຍາກສູງ, ຂາດຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະຮີດຄອງປະເພນີຫຼ້າຫຼັງ ຍັງຄົງຕົວໃນໝູ່ປະຊາຊົນຢູ່. ສະນັ້ນ, ພ້ອມກັບການໜູນຊ່ວຍ ແລະແນະນໍາໃຫ້ປະຊາຊົນຢູ່ທີ່ນີ້ປູກຕົ້ນໝັ້ນ ເພື່ອພັດທະນາເສດຖະກິດ, ພວກຂ້າພະເຈົ້າກໍ່ຍູ້ແຮງການໂຄສະນາເຜີຍແຜ່ສຶກສາດ້ານກົດໝາຍ, ສົມທົບກັບການປຸກລະດົມປະຊາຊົນດຳລົງຊີວິດຕາມແບບແຜນດໍາລົງຊີວິດວັດທະນະທຳ”.

ການໄປມາຢູ່ບັນດາເມືອງຕິດກັບຊາຍແດນຂອງແຂວງກວາງນິງ ຍັງປະສົບກັບຄວາມຫຍຸ້ງຍາກ, ປະຊາຊົນສ່ວນຫຼາຍແມ່ນຊົນເຜົ່າສ່ວນໜ້ອຍມີຄວາມຮັບຮູ້ບໍ່ສະໝ່ຳສະເໝີ, ບາງບ້ານຢູ່ເຂດຫ່າງໄກສອກຫຼີກ. ນີ້ແມ່ນສາຍເຫດຕົ້ນຕໍທີ່ພາໃຫ້ປະຊາຊົນຢູ່ທີ່ນີ້ເຂົ້າເຖິງແນວທາງ, ແຜນນະໂຍບາຍຂອງພັກ ແລະກົດໝາຍຂອງລັດຍາກ.

ໂດຍປະຕິບັດພາລະບົດບາດຂອງກົມກອງປະຕິບັດໜ້າທີ່ຢູ່ເຂດຊາຍແດນ, ໃນຊຸມປີມໍ່ໆມານີ້, ບັນດາກົມກອງ, ນິຄົມປ່າໄມ້ ຂຶ້ນກັບຄະນະເສດຖະກິດ-ປ້ອງກັນຊາດ 327 ໄດ້ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນທ້ອງຖິ່ນ, ທະຫານຊາຍແດນ, ຕຳຫຼວດເສີມຂະຫຍາຍບົດບາດເປັນຂົວຕໍ່, ນຳເອົາແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດມາໃຫ້ປະຊາຊົນ.

ທ່ານພັນເອກພິເສດ ຫງວຽນວັນຕີ໋, ຫົວໜ້າຫ້ອງການເມືອງ ຄະນະເສດຖະກິດ-ປ້ອງກັນຊາດ 327 ໃຫ້ຮູ້ວ່າ: “ບັນດານິຄົມປ່າໄມ້ ໃກ້ຊິດຕິດແທດກັບຮາກຖານ, ແຕ່ລະປີສ້າງແຜນການ, ກຳນົດເນື້ອໃນໂຄສະນາເຜີຍແຜ່ສຶກສາດ້ານກົດໝາຍ ໃຫ້ເໝາະສົມກັບແຕ່ລະໄລຍະ, ແຕ່ລະບໍລິເວນ; ໃຫ້ບຸລິມະສິດບັນດາບ້ານຂອງຊົນເຜົ່າສ່ວນໜ້ອຍ ຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກ, ສັບສົນ, ເຂດຊາຍແດນ”.

ຍ້ອນໃນບໍລິເວນປະຊາຊົນສ່ວນຫຼາຍແມ່ນຊາວເຜົ່າ ຢາວ, ໄຕ, ຮວາ, ຊານຈີ, ຄວາມຮັບຮູ້ຂອງເຂົາເຈົ້າ ບໍ່ສະໝໍ່າສະເໝີ, ສະນັ້ນ, ວຽກງານໂຄສະນາເຜີຍແຜ່ສຶກສາດ້ານກົດໝາຍ ຕ້ອງດໍາເນີນຕາມທິດນໍາ ‘’ຝົນລີນດິນຊືມຊຸ່ມ’’, ສົມທົບການໂຄສະນາເຜີຍແຜ່ເປັນປະຈໍາ ກັບການຂົນຂວາຍປະຊາຊົນ, ຝຶກຊ້ອມ; ຍູ້ແຮງການໂຄສະນາຜ່ານການຜັນຂະຫຍາຍບາງຮູບແບບ ເພື່ອຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ - ສັງຄົມ, ຜັນຂະຫຍາຍບັນດາໂຄງການເສດຖະກິດປ້ອງກັນຊາດ”.

ບໍ່ພຽງແຕ່ສຸມໃສ່ບັນດາເອກະສານກ່ຽວຂ້ອງເຖິງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບັນດາກົມກອງຍັງຍູ້ແຮງການເຜີຍແຜ່, ສຶກສາອົບຮົມຄວາມຮູ້ດ້ານກົດໝາຍຄື: ການຄົມມະນາຄົມທາງບົກ, ການສົມລົດ ແລະ ຄອບຄົວ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ... ພ້ອມກັບບັນດາເອກະສານນິຕິກຳທີ່ຫາກໍ່ປະກາດໃຊ້; ສົມທົບການເຜີຍແຜ່ກົດໝາຍ ກັບການຂົນຂວາຍປະຊາຊົນລົບລ້າງຮີດຄອງປະເພນີຫຼ້າຫຼັງ ແລະງົມງວາຍ ແລະ ກໍ່ສ້າງແບບແຜນດໍາລົງຊີວິດວັດທະນະທຳໃໝ່.

ທ່ານພັນເອກພິເສດ ບຸ່ຍຊວນບິ່ງ, ຮອງຫົວໜ້າຄະນະເສດຖະກິດ-ປ້ອງກັນຊາດ 327 ຢັ້ງຢືນວ່າ: ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະເປັນເຈົ້າການຂອງພະນັກງານ, ພາລະະກອນ, ຊາວໜຸ່ມປັນຍາຊົນອາສາສະໝັກ ໃນບັນດານິຄົມປ່າໄມ້ ໃນຊຸມປີມໍ່ໆມານີ້ ໄດ້ຢັ້ງຢືນບົດບາດເປັນຂົວຕໍ່ສໍາຄັນ ໃນການນຳກົດໝາຍ ເຖິງປະຊາຊົນ, ຍົກສູງຄວາມຮັບຮູ້ ແລະສະຕິລະວັງຕົວປະຕິບັດຕາມກົດໝາຍ ໃຫ້ແກ່ປະຊາຊົນ.

ຜ່ານວຽກງານຂົນຂວາຍມະຫາຊົນເວົ້າລວມ, ວຽກງານໂຄສະນາເຜີຍແຜ່, ສຶກສາດ້ານກົດໝາຍເວົ້າສະເພາະ  ໄດ້ປະກອບສ່ວນຮັກສາລະບຽບວິໄນ, ເພີ່ມທະວີຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ; ປັບປຸງຄວາມສາມັກຄີລະຫວ່າງທະຫານ-ປະຊາຊົນ, ກໍ່ສ້າງເຂດຊາຍແດນ ທາງທິດຕາເວັນອອກສ່ຽງເໜືອຂອງປະເທດໃຫ້ໝັ້ນແກ່ນ.

ໂດຍ: ທູຈາງ