ທີ່ການພົບປະ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບໂດຍຕີລາຄາວ່າ ໃນໄລຍະຜ່ານມາ, ກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ໄດ້ສົມທົບກັນໃນການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ ໄດ້ເປັນຢ່າງດີ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ, ແລກປ່ຽນສະພາບການທີ່ກ່ຽວຂ້ອງເຖິງຊາຍແດນ; ຄວບຄຸມ, ຄຸ້ມຄອງຄົນ, ພາຫະນະ, ສິນຄ້າຈໍລະຈອນຜ່ານຊາຍແດນ, ດ່ານຊາຍແດນ, ສະກັດກັ້ນການເຂົ້າອອກເມືອງ, ຂ້າມຊາຍແດນຜິດກົດໝາຍຢ່າງເປັນປະຈໍາ. ພ້ອມກັນນັ້ນ, ສົມທົບກັນໂຄສະນາໃຫ້ປະຊາຊົນທີ່ຢູ່ສອງຟາກຊາຍແດນ ກ່ຽວກັບນໍ້າໃຈສາມັກຄີມິດຕະພາບພິເສດ ຫວຽດນາມ-ລາວ, ໂຄສະນາໃຫ້ປະຊາຊົນຍົກສູງລະດັບຄວາມຮັບຮູ້, ປະຕິບັດສັນຍາກ່ຽວກັບກົດລະບຽບວ່າດ້ວຍການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງສອງປະເທດ ເປັນຢ່າງດີ.

leftcenterrightdel
ບັນຍາກາດທີ່ກອງປະຊຸມພົບປະສອງຝ່າຍ. ພາບ: ແທັງຮັ່ງ.

ສົມທົບກັນຢ່າງແໜ້ນແຟ້ນໃນການກໍາສະພາບການ, ແລກປ່ຽນຂໍ້ມູນຂ່າວສານ, ສະພາບການເຄື່ອນໄຫວຂອງບັນດາເປົ້າໝາຍ; ຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ; ສະກັດກັ້ນ, ແກ້ໄຂບັນດາກໍລະນີລະເມີດກົດລະບຽບຊາຍແດນ, ປະກອບສ່ວນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ສອງຟາກຊາຍແດນ.

leftcenterrightdel
ການນໍາສອງຝ່າຍລົງນາມ ແລະແລກປ່ຽນບົດບັນທຶກກອງປະຊຸມປີ 2024. ພາບ: ແທັງຮັ່ງ.

ໃນໄລຍະຈະມາເຖິງ, ເພື່ອສືບຕໍ່ປະຕິບັດວຽກງານສົມທົບກັນໃຫ້ມີປະສິດທິຜົນ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນລົງນາມບົດບັນທຶກ ລວມມີບັນດາເນື້ອໃນ ຄື: ຕັ້ງໜ້າສົມທົບກັນເກັບກໍາສະພາບການ, ແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ຜັນຂະຫຍາຍບັນດາການເຄື່ອນໄຫວດ້ານວິຊາສະເພາະທີ່ກ່ຽວຂ້ອງ; ແກ້ໄຂສະພາບການທີ່ເກີດຂຶ້ນຕາມຂໍ້ກໍານົດຂອງສັນຍາກ່ຽວກັບກົດລະບຽບວ່າດ້ວຍການຄຸ້ມຄອງຊາຍແດນ ແລະດ່ານຊາຍແດນທາງບົກລະຫວ່າງສອງປະເທດ ແລະກົດໝາຍຂອງແຕ່ລະປະເທດ. ກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ໄດ້ເຫັນດີເປັນເອກະພາບສືບຕໍ່ເປັນເສນາທິການໃຫ້ອໍານາດການປົກຄອງສອງຝ່າຍ ລົງນາມການແຮກສ່ຽວລະຫວ່າງກຸ່ມບ້ານໜອງມ້າ, ເມືອງບົວລະພາ, ແຂວງຄໍາມ່ວນ ກັບຕາແສງເທື້ອງແຈັກ, ເມືອງໂບ໊ແຈັກ, ແຂວງກວ໋າງບິ່ງ ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາຄວາມສາມັກຄີມິດຕະພາບລະຫວ່າງສອງກໍາລັງ, ອໍານາດການປົກຄອງ ແລະປະຊາຊົນທີ່ຢູ່ສອງຟາກຊາຍແດນ.

ໂດຍ: ໄຊຊະນະ