ທ່ານພັນຕີ ຫງວຽນວັນບັ່ງ,  ຮອງຫົວໜ້າການເມືອງ ຄ້າຍທະຫານຊາຍແດນເຮື໊ອງຟຸ່ງ ໃຫ້ຮູ້ວ່າ: ຍ້ອນສະພາບພູມສັນຖານມີຄວາມຫຍຸ້ງຍາກ, ແຫຼ່ງນ້ຳທຳມະຊາດຂາດແຄນຫຼາຍ, ສະນັ້ນ ບໍ່ຕອບສະໜອງໄດ້ຄວາມຕ້ອງການດໍາເນີນຊີວິດໃຫ້ຊາວບ້ານມາລາຍປູນ. ສະນັ້ນ, ທາງກົມກອງໄດ້ເປັນເຈົ້າການສົມທົບກັບຄະນະຊາວໜຸ່ມທະນາຄານ Agribank ແຂວງທ໊໊າຍບິ່ງ ມອບເງິນໜູນ ເພື່ອໜູນຊ່ວຍປະຊາຊົນປັບປຸງຄຸນນະພາບຊີວິດການເປັນຢູ່.

leftcenterrightdel
ຕາມທ່ານ ໂຮ່ວັນເຄນ, ນາຍບ້ານ ມາລາຍປູນ ແລ້ວ, ໂຄງການນ້ຳສະອາດ  ແລະຫ້ອງນ້ຳ ໄດ້ໜູນຊ່ວຍຄວາມຕ້ອງການຂອງປະຊາຊົນໃນລະດູແລ້ງນີ້ຢ່າງທັນການ. ພາບ: tienphong.vn

ເນື່ອງໃນໂອກາດນີ້, ຢູ່ຫຼັກໝາຍຊາຍແດນຫວຽດນາມ-ລາວ ທີ 597, ຄ້າຍທະຫານຊາຍແດນເຮື໊ອງຟຸ່ງ ແລະຄະນະຊາວໜຸ່ມທະນາຄານ Agribank ແຂວງທ໊າຍບິ່ງ ໄດ້ມອບໂຄງການ “ແສງໄຟຟ້າຢູ່ເສັ້ນຊາຍແດນ” ແລະມອບທຶນການສຶກສາ 20 ທຶນ ໃຫ້ແກ່ນັກຮຽນ 20 ຄົນ ຢູ່ກຸ່ມບ້ານໄໝ່, ເມືອງເຊໂປ, ແຂວງສະຫວັນນະເຂດ (ລາວ) ດ້ວຍມູນຄ່າທັງໝົດ 25 ລ້ານດົ່ງ.

ໂດຍ: ທູຈາງ