ໃນລະຫວ່າງວັນທີ 1-3 ກໍລະກົດ, ກອງລາດຕະເວນສອງຝ່າຍ ໄດ້ພ້ອມກັນກວດກາລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ນີ້ແມ່ນການເຄື່ອນໄຫວສຳຄັນຂອງຄ້າຍທະຫານຊາຍແດນບ້ານຢາງ ແລະກອງຮ້ອຍທະຫານຊາຍແດນ 311 ເພື່ອແນໃສ່ພົບເຫັນບັນດາກໍລະນີລະເມີດຂໍ້ກໍານົດຢູ່ເຂດຊາຍແດນຢ່າງທັນການ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນລະຫວ່າງສອງປະເທດ ຫວຽດນາມ-ລາວ.

leftcenterrightdel
ຄ້າຍທະຫານຊາຍແດນບ້ານຢາງ ແລະກອງຮ້ອຍທະຫານຊາຍແດນ 311 ດໍາເນີນການລາດຕະເວນ. ພາບ: qdnd.vn
leftcenterrightdel
ກອງລາດຕະເວນ ດໍາເນີນການຖາງຫຍ້າ, ທໍາຄວາມສາະອາດຢູ່ຫຼັກໝາຍຊາຍແດນ. ພາບ: qdnd.vn
leftcenterrightdel
ຫົວໜ້າກອງລາດຕະເວນສອງຝ່າຍກວດເບິ່ງເຂັມທິດຢູ່ຫຼັກໝາຍຊາຍແດນທີ 512. ພາບ: qdnd.vn

ໃນສະພາບອາກາດຝົນຕົກ ແລະແດດກ້າຜິດປົກກະຕິ, ເສັ້ນທາງລະອິດລະອ້ຽວ, ຄົດລ້ຽວຄ້ອຍຊັນ ແລະພະລາດຢູ່ກາງປ່າເລິກ, ແຕ່ກຳລັງລາດຕະເວນຂອງທັງສອງຝ່າຍໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈສູງ, ພ້ອມທັງຈັດການຖາງຫຍ້າຢູ່ຕາມເສັ້ນທາງລາດຕະເວນ, ທຳຄວາມສະອາດຢູ່ເຂດຫຼັກໝາຍຊາຍແດນແຫ່ງຊາດ ແຕ່ຫຼັກໝາຍທີ 510 ຫາຫຼັກໝາຍທີ 512 ແລະຂີດເສົາຫຼັກໝາຍທີ 511/1 ຢູ່ເສັ້ນຊາຍແດນແຂວງຮ່າຕິ້ງ ແລະແຂວງຄຳມ່ວນ.

ໃນວິວັດການລາດຕະເວນ, ລະບົບເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດ ຍັງຄົງຮັກສາສະພາບເດີມ, ບໍ່ມີການເຄື່ອນຍ້າຍ, ບໍ່ພົບເຫັນສັນຍານລະເມີດສັນຍາ, ສົນທິສັນຍາ ແລະກົດລະບຽບຊາຍແດນ, ການກະທໍາລະເມີດກົດໝາຍຂອງແຕ່ລະປະເທດ.

leftcenterrightdel
ລົງນາມໃນບົດບັນທຶກຊ່ວຍຈໍາ ແລະມອບ-ຮັບບົດບັນທຶກການລາດຕະເວນສອງຝ່າຍ. ພາບ: qdnd.vn
leftcenterrightdel
ສິ້ນສຸດການລາດຕະເວນ, ສອງຝ່າຍຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຮັບຮູ້ຜົນຂອງວຽກງານລາດຕະເວນ ແລະຄຸ້ມຄອງປົກປັັກຮັກສາຊາຍແດນ. ພ້ອມທັງ, ເຫັນດີເປັນເອກະພາບຕໍ່ເນື້ອໃນ ແລະວິທີການ. ຄາດວ່າ ການລາດຕະເວນຄັ້ງຕໍ່ໄປຈະດໍາເນີນໃນຕົ້ນເດືອນກັນຍາ 2024, ຕອນແຕ່ຫຼັກໝາຍຊາຍແດນທີ 513 ຫາຫຼັກໝາຍຊາຍແດນທີ 515.

ໂດຍ: ທູຈາງ