ມືຖືຂອງຂວັນພ້ອມດ້ວຍຢາທີ່ແພດທະຫານຕຳຫຼວດທະເລເຂດ 3 ແລະທ່ານໝໍ ຢູ່ໂຮງໝໍຮຸ່ງເວືອງ ມອບໃຫ້, ທ່ານ ຄາວັນກວາງ ຊາວປະມົງຕາແສງເຝືອກເຕິນ (ຊວຽນມົກ), ແບ່ງປັນວ່າ: “ຄອບຄົວຂ້າພະເຈົ້າທໍາມາຫາກິນຢູ່ເຂດທະເລນີ້ນັບແຕ່ກ່ອນປີ 1975. ໃນໄລຍະຜ່ານມາ, ກໍ່ມີຍາມທີ່ຄອບຄົວປະສົບກັບຄວາມຫຍຸ້ງຍາກຢາກປະຖິ້ມອາຊີບຜົນສະທ້ອນຂອງໄພທໍາມະຊາດ, ພະຍາດ, ອາກາດບໍ່ເປັນປົກກະຕິ, ລາຄາເຊື້ອໄຟເພີ່ມຂຶ້ນສູງ, ແຕ່ມີຕໍາຫຼວດທະເລໄດ້ມາຮ່ວມເດີນທາງ, ເອົາໃຈໃສ່ຊ່ວຍເຫຼືອບໍ່ພຽງແຕ່ຢູ່ທ່າກຳປັ່ນເທົ່ານັ້ນ ຫາກຍັງນັບທັງໃນເວລາອອກໄປທໍາມາຫາກິນຢູ່ທະເລອີກດ້ວຍພໍ່ລູກພວກຂ້າພະເຈົ້າ ພັດຕັດສິນໃຈຕິດພັນກັບອາຊີບ. ປະຈຸບັນ, ອອກໄປທຳມາຫາກິນຢູ່ທະເລກໍ່ມີຄວາມອຸ່ນອ່ຽງໃຈກວ່າ, ຍ້ອນວ່າເມື່ອປະສົບກັບຄວາມຫຍຸ້ງຍາກຍາມໃດກໍ່ມີກໍາລັງຕໍາຫຼວດທະເລ, ທະຫານເຮືອ, ທະຫານຊາຍແດນເຂົ້າຊ່ວຍເຫຼືອຢ່າງທັນເວລາ”.

leftcenterrightdel
ການນໍາຕໍາຫຼວດທະເລເຂດ 3 ແລະການນໍາຄະນະຂົນຂວາຍປະຊາຊົນຄະນະພັກແຂວງບ່າເຣ້ຍ-ຫວູງເຕົ່າ ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງຊວຽນມົກ. ພາບ: ດຶກດິ້ງ

ມາຫາຊາວປະມົງຊວຽນມົກ ໃນລາຍການຄັ້ງນີ້, ພະນັກງານ, ນັກຮົບຕຳຫຼວດທະເລເຂດ 3 ໄດ້ສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນດໍາເນີນບາງການເຄື່ອນໄຫວ, ຄື: ຈັດຕັ້ງຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ; ມອບລົດຖີບ ແລະຂອງຂວັນໃຫ້ນັກຮຽນທຸກຍາກແຕ່ຮຽນເກັ່ງ; ມອບທຸງຊາດໃຫ້ຊາວປະມົງ ແລະແຈກໃບປິວໂຄສະນາກົດໝາຍ. ຢູ່ລາຍການ, ນັກປາຖະກະຖາຂອງຕໍາຫຼວດທະເລເຂດ 3 ໄດ້ແຈ້ງໃຫ້ພະນັກງານ, ລັດຖະກອນ, ພາລະກອນ, ເຈົ້າຂອງກໍາປ່ັນ, ຊາວປະມົງ ແລະປະຊາຊົນຢູ່ບໍລິເວນເມືອງຊວຽນມົກ ຈໍານວນຫຼວງຫຼາຍຮັບຮູ້ກ່ຽວກັບຄວາມໝັ້ນຄົງຢູ່ທະເລ, ໝູ່ເກາະ; ໂຄສະນາກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມ, ກົດໝາຍສິນໃນນ້ຳ ແລະບັນດາຂໍ້ກຳນົດຂອງກົດໝາຍກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU).

ພ້ອມກັນນັ້ນ, ຕໍາຫຼວດທະເລເຂດ 3 ຍັງໄດ້ສົມທົບກັບໂຮງໝໍຮຸ່ງເວືອງ ກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນຊາວປະມົງ; ຢ້ຽມຢາມ, ມອບຂອງຂວັນ 150 ພູດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ ແລະຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ (1 ລ້ານດົ່ງ/ພູດ); ມອບທຸງຊາດ, ຕູ້ຢາ ແລະມອບຂອງຂວັນໃຫ້ເຈົ້າຂອງກໍາປັ່ນ, ກັບຕັນ, ເຈົ້າຂອງຮ້ານເກັບຊື້ສິນທະເລ.

ມອບຂອງຂວັນຢູ່ລາຍການ, ທ່ານພັນເອກພິເສດ ກາວຊວນກ້ວນ, ຮອງຫົວໜ້າການເມືອງຕໍາຫຼວດທະເລເຂດ 3 ໃຫ້ຮູ້ວ່າ, ໂດຍປະຕິບັດລາຍການວຽກງານຂົນຂວາຍ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ແຕ່ປີ 2021 ມາຮອດປະຈຸບັນ, ຕໍາຫຼວດທະເລເຂດ 3 ໄດ້ສົມທົບກັບຄະນະພັກ, ອໍານາດການປົກຄອງບັນດາທ້ອງຖິ່ນ ຈັດຕັ້ງການໂຄສະນາກົດໝາຍ, ໂຄສະນາກ່ຽວກັບທະເລ, ໝູ່ເກາະໃຫ້ພະນັກງານ, ພາລະກອນ, ນັກສຶກສາ, ນັກຮຽນ, ຊາວປະມົງ ແລະປະຊາຊົນໄດ້ຫຼາຍກວ່າ 40 ຕອນມີຜູ້ເຂົ້າຮ່ວມກວ່າ 14.000 ເທື່ອຄົນ; ຈັດຕັ້ງການແຂ່ງຂັນ “ນ້ອງຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ໃຫ້ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນແຫ່ງຕ່າງໆໄດ້ 13 ຄັ້ງມີນັກຮຽນເຂົ້າຮ່ວມກວ່າ 50.000 ເທື່ອຄົນ; ມອບຂອງຂວັນໃຫ້ປະຊາຊົນກວ່າ 4.000 ພູດ, ມອບລົດຖີບ 130 ຄັນ ແລະທຶນການສຶກສາກວ່າ 500 ທຶນໃຫ້ນັກຮຽນ. ນອກຈາກນັ້ນ, ກອງບັນຊາການຕໍາຫຼວດທະເລເຂດ 3 ຍັງໄດ້ມອບທຸງຊາດ 4.800 ຜືນ, ມອບ 50 ຖົງຢາ, ຕູ້ຢາໃຫ້ຊາວປະມົງ...

ຕີລາຄາໝາກຜົນການເຄື່ອນໄຫວຂອງລາຍການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ຢູ່ທ້ອງຖິ່ນ, ທ່ານ ຫງວຽນທ໊າຍບີ່ງ ຮອງຫົວໜ້າຄະນະຂົນຂວາຍປະຊາຊົນຄະນະພັກແຂວງບ່າເຣ້ຍ-ຫວູງເຕົ່າ ໃຫ້ຮູ້ວ່າ: ລາຍການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ມີຄວາມໝາຍແທດຈິງທີ່ສຸດກັບປະຊາຊົນເຂດແຄມທະເລ. ໂດຍຜ່ານວຽກງານໂຄສະນາໂດຍກົງ ຫຼື ສົມທົບກັບການຈັດຕັ້ງການແຂ່ງຂັນ “ນ້ອງຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”, ພະນັກງານ, ນັກຮົບຕໍາຫຼວດທະເລ ໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ຂອງຊາວປະມົງ ກໍ່ຄືປະຊາຊົນເຂດແຄມທະເລຂອງແຂວງບ່າເຣ້ຍ-ຫວູງເຕົ່າ. ບັນດາການເຄື່ອນໄຫວທີ່ມີຄວາມໝາຍຂອງພະນັກງານ, ນັກຮົບຕໍາຫຼວດທະເລເຂດ 3 ຢູ່ທ້ອງຖິ່ນຍັງໄດ້ປະກອບສ່ວນປັບປຸງຄວາມເຊື່ອໝັ້ນ, ຊ່ວຍເຫຼືອປະຊາຊົນຊາວປະມົງມີຄວາມອຸ່ນອ່ຽນໃຈອອກໄປທຳມາຫາກິນຢູ່ທະເລ, ຮັກສາບໍລິເວນ, ຕັ້ງໜ້າປະກອບສ່ວນພ້ອມກັບກໍາລັງທີ່ກ່ຽວຂ້ອງປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງທະເລ, ໝູ່ເກາະຂອງປະເທດ.

ໂດຍ: ໄຊນີດາ